ບໍຣິສັດວຽດນາມທໍາລາຍ ເນື້ອທີ່ ທໍາກິນຊາວບ້ານ
ການລົງທຶນ ດ້ານກະສິກັມ ຂອງບໍຣິສັດ ວຽດນາມ ຢູ່ ເມືອງນອງ ແຂວງສວັນນະເຂດ ສ້າງຄວາມເສັຽຫາຍ ຕໍ່ເນື້ອທີ່ ທໍາການຜລິດ ຂອງຊາວບ້ານ ທີ່ຢູ່ໃກ້ຄຽງ.
-
ສຸພັດຕາ
2021-07-13 -
-
-
Your browser doesn’t support HTML5 audio
ການລົງທຶນທາງດ້ານກະສິກັມ ຂອງບໍຣິສັດ ສຸກຮຸ່ງເຮືອງ ຈໍາກັດ ຜູ້ດຽວ ຂອງວຽດນາມ ຢູ່ບ້ານ ນາລົງເກົ່າ ເມືອງນອງ ແຂວງ ສວັນນະເຂດ ໄດ້ສ້າງຄວາມເສັຽຫາຍ ຕໍ່ເນື້ອທີ່ປູກເຂົ້າ ແລະ ປູກກ້ວຍ ຂອງຊາວບ້ານ ທີ່ອາສັຍຢູ່ໃກ້ຄຽງ ປະມານ 10 ຄອບຄົວ ຍ້ອນການບຸກເບີກເນື້ອທີ່ ຂອງບໍຣິສັດ ດັ່ງກ່າວ ຕັ້ງແຕ່ເຣີ່ມລົງທຶນປູກພືດມານັ້ນ ໄດ້ດຸດດິນຊາວບ້ານ ຈົນເສັຽຫາຍ ແລະບໍ່ໄດ້ມີ ການຊົດເຊີຍ. ໂດຍຫຼ້າສຸດນີ້ ເມື່ອປະມານເດືອນມິຖຸນາ ທີ່ຜ່ານມາ ບໍຣິສັດດັ່ງກ່າວ ໄດ້ຕັນການໄຫຼຂອງນໍ້າຫ້ວຍ ເຮັດໃຫ້ນໍ້າຫ້ວຍ ໄຫຼລົ້ນ ເຂົ້າຖ້ວມເນື້ອທີ່ ທໍາການຜລິດຂອງຊາວບ້ານ, ດັ່ງຊາວບ້ານ ຜູ້ໄດ້ຮັບຜົລກະທົບ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ກໍຣະກະດາ ນີ້ວ່າ:
“ເຂົາຕັນຫ້ວຍຫັ້ນ ຫ້ວຍໃຫຍ່ກະຖ້ວມໝົດ ຜີປ່າຊ້າ ລະກະໄຮ່ ຂອງປະຊາຊົນ ລະເຂົາກະບໍ່ໄດ້ເສັຽຫຍັງເລີຍ ເຂົາບໍ່ໄດ້ຊົດເຊີຍ ຫຍັງເລີຍ ຂ້ອຍໄປຮ້ອງ ແຕ່ປີ 2017 ກະບໍ່ໄດ້ໄກ່ເກັ່ຽ ຫຍັງເລີຍ.”
ທ່ານກ່າວຕື່ມວ່າ ທີ່ຮ້າຍແຮງໄປກວ່ານັ້ນ ທີ່ຜ່ານມາ ໄດ້ມີຊາວບ້ານ ຍ່າງກາຍເຂົ້າໄປໃນເຂດຂອງບໍຣິສັດດັ່ງກ່າວ ພັດຖືກ ພະນັກງານຂອງບໍຣິສັດ ເອີ້ນເຈົ້າໜ້າທີ່ທ້ອງຖິ່ນ ມາຈັບໂຕໄປສຶກສາອົບຮົມ ເຊິ່ງລາວເອງເຫັນວ່າ ເປັນກະທໍາທີ່ເກີນກວ່າເຫດ. ອັນທີ່ຈິງຄວນຕັກເຕືອນຊາວບ້ານກ່ອນກໍໄດ້. ເຖິງຢ່າງໃດກໍຕາມ ກ່ຽວກັບບັນຫາທີ່ເກີດຂຶ້ນນີ້ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງມາແກ້ໄຂ ຕາມທີ່ຊາວບ້ານຫຼາຍຄົນ ເຄີຍໄດ້ຮຽກຮ້ອງໄປໃນກ່ອນໜ້ານີ້.
ໃນຂນະທີ່ ຊາວບ້ານຜູ້ໄດ້ຮັບຜົລກະທົບ ຈາກບໍຣິສັດດັ່ງກ່າວ ອີກຄົນນຶ່ງກໍກ່າວວ່າ ຫຼັງຈາກເກີດເຫດການ ນໍ້າຖ້ວມເນື້ອທີ່ທໍາການ ຜລິດຂອງຕົນເອງ ເມື່ອເດືອນທີ່ຜ່ານມາທາງ ຄອບຄົວ ກໍໄດ້ໄປຮ້ອງຮຽນຕໍ່ ອໍານາດການປົກຄອງ ປະຈໍາເມືອງນອງ ເພື່ອຮ້ອງຂໍ ຄວາມເປັນທັມ, ແຕ່ມາຮອດປັດຈຸບັນ ກໍບໍ່ມີພາກສ່ວນໃດ ມາແກ້ໄຂໃຫ້ເທື່ອ ແລະນໍ້າກໍຍັງຖ້ວມ ຢູ່ຄືເກົ່າ, ດັ່ງຍານາງ ກ່າວວ່າ:
“ແມ່ເຖົ້າໄປແລ້ວ ບໍ່ເຫັນເຂົາເວົ້າອິຫຍັງ ໄປແຕ່ເຫິງແລ້ວ ແມ່ເຖົ້ານິ່ ປູກຫວາຍແນ່, ປູກທັງກ້ວຍແນ່, ມັນຕົ້ນ, ມັນດ້າງ, ລະກະ ໝາກຖົ່ວ, ໝາກເຂືອ. ດຽວນີ້ໝົດແລ້ວໄຮ່ຂອງ ແມ່ເຖົ້ານິ.”
ແລະຊາວບ້ານອີກຄົນນຶ່ງ ທີ່ເນື້ອທີ່ທໍາການຜລິດ ຖືກນໍ້າຖ້ວມເສັຽຫາຍເຊັ່ນກັນ ກ່າວກ່ຽວກັບຜົລກະທົບທີ່ເກີດຂຶ້ນນັ້ນວ່າ ລາວເອງ ກໍຢາກໃຫ້ທາງບໍຣິສັດດັ່ງກ່າວ ສະແດງຄວາມ ຮັບຜິດຊອບ ພ້ອມທັງໃຫ້ເງິນຊົດເຊີຍ ແກ່ຊາວບ້ານທີ່ເດືອດຮ້ອນ ເຊິ່ງເຫດການ ດັ່ງກ່າວ ໄດ້ເຮັດໃຫ້ພືດຜັກ ແລະໄຮ່ນາຂອງລາວ ຖືກນໍ້າຖ້ວມຈົນໝົດ ແລະ ຢ້ານຂາດເຂົ້າກິນ ໃນອະນາຄົດ, ດັ່ງທ່ານກ່າວວ່າ:
“ຖ້ວມຫຼາຍໆຈຸດແລ້ວ ແຕ່ຂ້ອຍບໍ່ທັນໄດ້ເກັບກໍາໂຕນັ້ນ ເຂົ້າໄປເໝິດແຫຼະ ຢາກໃຫ້ເຂົາຊົດເຊີຍແຫຼະ ຢາກໃຫ້ເຂົາທົດແທນ ກະບໍ່ຮູ້ ທາງໄປແຫຼະ ຄັນຝົນຕົກ ກວ່ານັ້ນອີກແຫຼະ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ ເມືອງນອງ ທ່ານນຶ່ງກ່າວວ່າ ໃນເບື້ອງຕົ້ນຍັງບໍ່ທັນໄດ້ຮັບການຮ້ອງຮຽນ ຈາກຊາວບ້ານດັ່ງກ່າວເທື່ອ ແລະຍັງບໍ່ທັນໄດ້ ຮັບແຈ້ງຂໍ້ມູນ ຈາກທາງອໍານາດການປົກຄອງ ເມືອງນອງ ກ່ຽວກັບບັນຫາ ທີ່ເກີດຂຶ້ນ ຢູ່ເຂດດັ່ງກ່າວນັ້ນເທື່ອ, ດັ່ງທ່ານກ່າວວ່າ:
“ກະບໍ່ຮູ້ໃດ໋ ກະບໍ່ໄດ້ຣາຍງານ ໃດນີ້ນ່າ ທັມມະດາມັນ ຄັນນໍ້າຖ້ວມ ຂະເຈົ້າກະມາແຈ້ງເມືອງ ເມືອງຊິລົງໄປເບິ່ງ ມັນເປັນແນວໃດ.”
ເຈົ້າໜ້າທີ່ທ່ານນີ້ ກ່າວອີກວ່າ ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກບໍຣິສັດດັ່ງກ່າວ ສາມາດຮ້ອງຮຽນມາຫາ ຫ້ອງການກະສິກັມ ແລະປ່າໄມ້ ເມືອງນອງ ໄດ້ໂດຍຕົງ. ຈາກນັ້ນພາກສ່ວນທີ່ກ່ຽວຂ້ອງ ຈະສົ່ງເຈົ້າໜ້າທີ່ວິຊາການ ໄປກວດສອບ ຄັກແນ່ ແລະ ຫາກພົບວ່າ ບໍຣິສັດດັ່ງກ່າວ ໄດ້ສ້າງບັນຫາແທ້ ກໍຈະໄດ້ຣາຍງານ ໃຫ້ຂັ້ນເທິງ ຮັບຮູ້ໃນຂັ້ນຕໍ່ໄປ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽ ໄດ້ພຍາຍາມຕິດຕໍ່ຫາ ບໍຣິສັດ ສຸກຮຸ່ງເຮືອງ ຈໍາກັດ ຜູ້ດຽວ ແລະເຈົ້າໜ້າທີ່ ອໍານາດການປົກຄອງ ເມືອງນອງ ເພື່ອຖາມຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ຮັບໂທຣະສັບ.
ບໍຣິສັດ ສຸກຮຸ່ງເຮືອງ ຈໍາກັດຜູ້ດຽວ ໄດ້ເຣີ່ມມາລົງທຶນ ດ້ານກະສິກັມ ຢູ່ເຂດບ້ານນາລົງເກົ່າ ເມືອງນອງ ແຂວງສວັນນະເຂດ ຕັ້ງແຕ່ ປີ 2017 ໂດຍໃຊ້ເນື້ອທີ່ ທັງໝົດ 2,083 ເຮັກຕ້າຣ໌. ທໍາອິດນັ້ນ ທາງບໍຣິສັດ ໄດ້ລົງທຶນປູກກ້ວຍຫອມ ເປັນຫຼັກ, ແຕ່ຍ້ອນປະສົບ ບັນຫານໍ້າ ບໍ່ພຽງພໍຕໍ່ການຜລິດ ຈຶ່ງເຮັດໃຫ້ທາງບໍຣິສັດ ຫັນມາປູກກ້ວຍນໍ້າ ແລະພືດອື່ນໆແທນ ເປັນຕົ້ນ: ໝາກມີ້, ໝາກຖົ່ວລຽນ, ໝາກນາວ, ໝາກມ່ວງ ແລະໄມ້ວິກ ພ້ອມທັງໄດ້ສ້າງຝາຍກັນນໍ້າ ເພື່ອກັກເກັບນໍ້າ ໄວ້ລ້ຽງຜົລຜລິດ.
ແລະເມື່ອເດືອນມິຖຸນາ ທີ່ຜ່ານມານີ້ ທາງບໍຣິສັດດັ່ງກ່າວ ໄດ້ສເນີຕໍ່ທ່ານ ດຣ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ພ້ອມດ້ວຍ ທ່ານ ສັນຕິພາບ ພົມວິຫານ ຜູ້ເປັນນ້ອງຊາຍ ປະທານ ສະພາແຫ່ງຊາດລາວ ແລະເປັນເຈົ້າແຂວງ ແຂວງສວັນນະເຂດ ເພື່ອຂໍຂຶ້ນແຜນຊື້ງົວພັນ ເຂົ້າມາລ້ຽງປະມານ 1,800 ໂຕ ເຊິ່ງປັດຈຸບັນໄດ້ມີການກະຕຽມ ເນື້ອທີ່ລ້ຽງງົວແລ້ວຈໍານວນ 80 ເຮັກຕ້າຣ໌, ອີງຕາມການຣາຍງານຂ່າວ ຂອງໂທຣະທັສ ແຂວງສວັນນະເຂດ.