ວຽດນາມເຂົ້າມາຕັດໄມ້ຢູ່ ສວັນນະເຂດ

 ວຽດນາມ ເຂົ້າມາຕັດໄມ້ຢູ່ ສວັນນະເຂດ
ວຽດນາມ ເຂົ້າມາຕັດໄມ້ຢູ່ ສວັນນະເຂດ (RFA)

0:00 / 0:00

ປະຊາຊົນເມືອງພິນແຂວງສວັນະເຂດ ຜູ້ບໍ່ປະສົງອອກຊື່ ຜູ້ນື່ງ ເປິດເຜີຍຕໍ່ ເອເຊັຍເສຣີວ່າ ເມື່ອປະມານສອງເດືອນຜ່າມານີ້ ບໍຣິສັດວຽດນາມ ບໍ່ຮູ້ຊື່ໄດ້ສົ່ງຄົນງານ ເຂົ້າມາຕັດໄມ້ເປືອຍ ໃນພື້ນທີ່ຂອງຊາວບ້ານ ຢູ່ເຂດເມືອງພິນ ແລະໄດ້ຕັດໄມ້ເປືອຍຕົ້ນໃຫຍ່ໆໄປຫລາຍຮ້ອຍຕົ້ນ ໂດຍ ໃຊ້ຣົຖບັນທຸກ ຫລາຍຄັນຂົນໄປວຽດນາມ ເພື່ອນໍາໄປແປຮູບ ເປັນເຄື່ອງປະດັບເຮືອນ ຫຼື ເຟີນິເຈີ ແລະອື່ນໆ.

ຊາວບ້ານຜູ້ນີ້ເວົ້າອີກວ່າ ໃນເບື້ອງຕົ້ນທາງບໍຣິສັດ ໄດ້ເອົາເອກສານ ກ່ຽວກັບ ການຂໍອະນຸຍາດ ຕັດໄມ້ມາໃຫ້ພວກຊາວບ້ານເບີ່ງ ເພື່ອຕັດໄມ້ ແຕ່ໃນໜັງສືນັ້ນຣະບຸວ່າທາງການຈະອະນຸຍາດໃຫ້ບໍຣິສັດຕັດໄມ້ໄດ້ພຽງແຕ່ບ່ອນດຽວເທົ່ານັ້ນທີ່ ບໍ່ແມ່ນຂອງຊາວບ້ານແຕ່ພາກປະຕິບັດຕົວຈິງ ແລ້ວ ພວກບໍຣິສັດດັ່ງກ່າວ ເລືອກຕັດໄມ້ ບ່ອນທີ່ເປັນຂອງຊາວບ້ານ ດັ່ງນັ້ນພວກຊາວບ້ານຈຶ່ງບໍ່ຍອມໃຫ້ຕັດຈົນວ່າພວກນາຍທຶນຈາກບໍຣິສັດ ດັ່ງກ່າວ ໄດ້ແຈ້ງຕໍ່ເຈົ້າໜ້າທີ່ລາວ ໃຫ້ມາໂອ້ລົມ ກັບຊາວບ້ານ ຈົນໃນທີ່ສຸດຊາວບ້ານ ກໍຍິນຍອມໃຫ້ຕັດໄມ້ ແຕ່ບໍ່ຮູ້ວ່າໄດ້ເງິນນໍາຫຼືບໍ່.

ກ່ຽວກັບບັນຫານີ້ ໄດ້ສ້າງຄວາມບໍ່ພໍໃຈຢ່າງໜັກແກ່ຊາວບ້ານໃນເມືອງພິນ ເພາະປ່າໄມ້ຖືເປັນສີ່ງທີ່ປະຊາຊົນຫວງແຫນແລະພວກເຂົາໄດ້ປົກ ປັກຮັກສາ ມາຕລອດເພື່ອເກັບໄວ້ ເປັນສົມບັດຂອງລູກຫລານ ແຕ່ແລ້ວຊາວບ້ານກໍບໍ່ກ້າ ຕໍ່ວ່າຕໍ່ຂານແນວໃດ ຍ້ອນຢ້ານຖືກທາງການຈັບ.

ອິງຕາມຣາຍງານ ຄາດວ່າປັຈຈຸບັນນີ້ ບໍຣິສັດຂອງວຽດນາມ ຍັງຄົງຕັດໄມ້ ໃນເມືອງພິນ ມາຢ່າງຕໍ່ເນື່ອງເພາະໃນພື້ນທີ່ດັ່ງກ່າວ ຍັງມີຕົ້ນໄມ້ ຫລາຍ ແລະຊາວບ້ານຈຶ່ງສົງສັຍວ່າທາງເຈົ້າໜ້າທີ່ລາວອາດມີສ່ວນກ່ຽວຂ້ອງນໍາເນື່ອງຈາກຜ່ານມາ ບໍ່ເຄີຍມີບໍຣິສັດໃດກ້າເຂົ້າມາຕັດໄມ້ ຂອງ ປະຊາຊົນ ແບບນີ້ມາກ່ອນ.