ວຽດນາມຂອບໃຈທີ່ນ້ຳຂອງບໍ່ ບົກແຫ້ງ

ທາງການ ວຽດນາມ ຂໍຂອບໃຈ ນໍາ ປະເທດ ທີ່ ປ່ອຍນ້ຳ ໃສ່ ແມ່ນ້່ຳຂອງ ເພື່ອບັນເທົາ ຄວາມແຫ້ງແລ້ງ.

ທ່າເຮືອ ຊຽງແມນ ຢູ່ ຫຼວງພຣະບາງ ໃນ ລະຍະທີ່ຈີນ ແລະ ສປປລາວ ປ່ອຍນໍ້າ ອອກຈາກເຂື່ອນ RFA/NY

ທ່ານ ເລ ໄຮບີນ ໂຄສົກ ກະຊວງ ຕ່າງປະເທດ ວຽດນາມ ກ່າວ ຂອບໃຈນໍາ ປະເທດ ທີ່ ປ່ອຍນ້ຳ ໃສ່ ແມ່ນ້ຳຂອງ ເພື່ອຊ່ອຍ ບັນເທົາ ພັຍແຫ້ງແລ້ງ ໃນ ຂົງເຂດ. ທ່ານກ່າວ ກ່ຽວກັບ ເຣື້ອງນີ້ ໃນ ກອງປະຊຸມ ຖແລງຂ່າວ ທີ່ ກຸງຮ່າໂນຍ ໃນ ວັນພະຫັດ ທີ່ ຈີນ ມີແຜນການ ຈະສືບຕໍ່ ປ່ອຍນ້ຳ ຈາກເຂື່ອນ ເປັນປະຈຳ ຖ້າຈຳເປັນ.

ທ່ານວ່າ ທາງການ ວຽດນາມ ສະແດງ ຄວາມຍິນດີ ຢ່າງສູງ ຕໍ່ປະເທດ ທີ່ປ່ອຍນ້ຳ ໃນການ ປະຕິບັດ ຕາມ ນະໂຍບາຍ ການໃຊ້ນ້ຳ ຮ່ວມກັນ ແບບຍືນຍົງ, ທ່ານວ່າ ການປ່ອຍນ້ຳ ເທື່ອນີ້ ເປັນການສ້າງ ຄວາມ ສາມັກຄີ ແລະ ຊ່ອຍ ວິຖີຊີວິດ ຂອງ ປະຊາຊົນ ທ້ອງຖິ່ນ ໃນເຂດ ລຸ່ມ ແມ່ນ້ຳຂອງ.

ຈີນ ມີແຜນ ຈະປ່ອຍນ້ຳ ຈາກ ເຂື່ອນຈິງຫົງ ແຂວງຢູນານ ຂອງຈີນ ເພີ້ມອີກ ເລີ້ມຈາກ ວັນຈັນ ເຖິງ ວັນພຸດ ອາທິດຫນ້າ ໃນ ປາຣິມານ 1200 ແມັດກ້ອນ ຕໍ່ ວິນາທີ ກ່ອນຫນ້ານີ້ ໃນ ວັນທີ 15 ເດືອນ ມິນາ ຫາ ວັນທີ 10 ເດືອນ ເມສາ ຈີນ ກໍໄດ້ປ່ອຍນ້ຳ ຈາກເຂື່ອນ ແລ້ວ ເທື່ອນຶ່ງ.

ທາງການລາວ ກໍໄດ້ປ່ອຍນ້່ຳ ຈາກ ເຂື່ອນ ສີ່ແຫ່ງ ໃນລາວ ເພື່ອຊ່ອຍ ບັນເທົາ ພັຍແຫ້ງແລ້ງ ຕາມລຳ ແມ່ນ້ຳຂອງ ໃນ ເດືອນກ່ອນ. ນ້ຳ ຈາກຈີນ ແລະລາວ ປ່ອຍລົງ ແມ່ນ້ຳຂອງ ໄດ້ຊ່ອຍ ປະເທດ ລຸ່ມ ແມ່ນ້ຳຂອງ ເປັນຢ່າງດີ ໂດຍສະເພາະ ວຽດນາມ ແລະ ກຳພູຊາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org