ຫາກ ກ່ຽວກັບ ເຣື້ອງ ຜົນປໂຍດ ຂອງຊາດ ແລະ ປະຊາຊົນ ແລ້ວ ວຽດນາມ ຈະບໍ່ມີ ຄວາມເກງໃຈ ແລະ ບໍ່ຄິດເຖິງ ເຣື້ອງ ຄວາມ ສັມພັນ ພິເສດ ຮອບດ້ານ ທີ່ ມີກັບລາວ.
ຜູ້ ຊ່ຽວຊານ ວຽດນາມ ຕັ້ງຂໍ້ ສົງສັຍ ກ່ຽວກັບ ຜົລກະທົບ ດ້ານ ສິ່ງແວດລ້ອມ ສຳລັບ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ໃສ່ ແມ່ ນ້ຳຂອງ ໃນລາວ ແລະ ເວົ້າວ່າ ຫາກ ປະເທດ ເພື່ອນ ບ້ານ ດຳເນີນ ໂຄງການ ນັ້ນ ເຂດ ປາກແບ່ງ ແມ່ນ້ຳຂອງ ກໍຈະມີ ຜົລກະທົບ ທີ່ບໍ່ດີ. ຕາມ ຣາຍງານ ຂ່າວ Vietnam Net Bridge ໃນວັນທີ 30 ກັນຍາ 2014 ນີ້.
ທ່ານ Nguyen Huu Thien ນັກ ຊ່ຽວຊານ ເອກຣາດ ກ່າວຕໍ່ ກອງປະຊຸມ ກ່ຽວກັບ ໂຄງການ ເຂື່ອນ ໄຟຟ້າ ຂອງລາວ ທີ່ເມືອງ Can Tho ວ່າ ເມື່ອໂຄງການ ໃດໜຶ່ງ ຖືກສົງສັຍ ວ່າອາຈ ນຳຄວາມ ເສັຽຫາຍ ມາສູ່ ຜູ້ຄົນ ຫລື ສະພາບ ແວດລ້ອມ ແລ້ວ ຜູ້ລົງທຶນ ຈະຕ້ອງ ພິສູດ ເຖິງ ຜົລກະທົບ ໄປໃນທາງ ທີ່ ກົງກັນຂ້າມ ສະນັ້ນ ລາວ ກໍຈະຕ້ອງ ພິສູດ ໃຫ້ເຫັນວ່າ ເຂື່ອນ ດອນສະໂຮງ ຈະບໍ່ສົ່ງ ຜົລກະທົບ ຕໍ່ຜູ້ຄົນ ແລະ ສະພາບ ແວດລ້ອມ ໃນເຂດ ໃກ້ຄຽງ.
ທ່ານ Thien ເວົ້າອີກວ່າ ຫາກ ປຽບທຽບໃສ່ ເຂື່ອນ ໄຊຍະບູລີ ການຄຳນວນ ຜົລກະທົບ ຕໍ່ ສະພາບ ແວດລ້ອມ ທີ່ ລາວ ໄດ້ເຜີຍແພ່ ອອກນັ້ນ ສຳລັບ ເຂື່ອນ ດອນສະໂຮງ ແລ້ວ ແມ່ນ ໄດ້ຮັບ ການ ປັບປຸງ ໃຫ້ດີຂຶ້ນ ແຕ່ ບໍ່ເປັນໜ້າ ເຊື່ອຖື ພຽງພໍ.
ຕາມຄຳເວົ້າ ຂອງ ທ່ານ ທຽນ ຜົລກະທົບ ຕໍ່ການໄຫລ ຂອງນ້ຳ ແລະ ການປ່ຽນແປງ ຂອງ ດິນຕົມ sediment ຮວມເຖິງ ຜົລກະທົບ ຂ້າມຊາຍແດນ ບໍ່ໄດ້ຖືກ ເວົ້າເຖິງເລີຍ. ນອກນັ້ນ ແລ້ວ ກໍຍັງມີ ຄວາມສ່ຽງ ອື່ນໆອີກ ທີ່ ເຊື່ອງຊ້ອນຢູ່ ຊຶ່ງ ວຽດນາມ ຄວນຣາຍງານ ຢູ່ຕໍ່ໄປ ເພື່ອໃຫ້ລາວ ມີຄວາມ ພຍາຍາມ ຫລາຍຂຶ້ນ ຕື່ມ ໃນການ ຫລຸດຜ່ອນ ສ້າງ ຄວາມ ເສັຽຫາຍ ໃຫ້ປະເທດ ອື່ນໆ ເມື່ອລາວ ນຳໃຊ້ ແຫລ່ງ ຊັພຍາກອນ ແມ່ນ້ຳຂອງ.