ນັກລົງທຶນວຽດນາມຍິນດີ ຮັບຟັງ ຄໍາຮ້ອງທຸກ

ສິດນີ
2014.08.22
F-rubber ກຸ່ມລົງທຶນ Thai Hoa Group ຂອງວຽດນາມ ທີ່ເນັ້ນໜັກ ເພີ້ມປູກຢາງພາຣາ ໃນພາກໃຕ້ ຂອງລາວ
Tran Viet

 

ກຸ່ມ ຣັຖວິສຫະກິດ ປູກ ຢາງພາລາ ຈາກ ປະເທດ ວຽດນາມ ຫລື Vietnam rubber group ໄດ້ປະກາດ ປະຕິຮູບ ການດຳເນີນ ທຸຣະກິດ ຂອງ ບໍຣິສັດ ໃນ ກຳພູຊາ ແລະ ລາວ ຄືນໃຫມ່ ໃນການປູກ ຢາງພາລາ ເພື່ອ ຕອບສນອງ ຕໍ່ຄຳ ຮຽກຮ້ອງ ຂອງ ອົງການ Global witness ແລະ ກຸ່ມປົກປ້ອງ ສິ່ງ ແວດລ້ອມ ທ້ອງຖິ່ນ ທີ່ຂໍໃຫ້ ບໍຣິສັດ ເຄົາຣົບ ກົດຫມາຍ ຂອງ ປະເທດນັ້ນໆ ແລະ ໃນສິດທິ ພື້ນຖານ ຂອງ ປະຊາຊົນ ໃນເຂດ ດັ່ງກ່າວ.

ມາຕການໃຫມ່ ຂອງ ບໍຣິສັດ ກໍຄື ໃຫ້ຊຸມຊົນ ໃນ ກໍາພູຊາ ແລະ ໃນລາວ ທີ່ໄດ້ຮັບ ຜົລກະທົບ ຈາກ ການປູກ ຢາງພາລາ ສົ່ງ ຄຳຮ້ອງ ທຸກ ມາຍັງ ບໍຣິສັດ ໄດ້ ຊື່ງ ທີ່ຜ່ານມາ ບໍຣິສັດ ບໍ່ເຄີຍ ຮັບຟັງ ຄຳຮ້ອງທຸກ ຈາກ ປະຊາຊົນ ເລີຍ.

ທ່ານ Megan Maclinnes ເຈົ້າຫນ້າທີ່ ຈາກ ອົງການ Global witness ເວົ້າວ່າ ພວກເຮົາ ຍິນດີ ໃນການ ປະຕິຮູບ ຂອງ ກຸ່ມ ບໍຣິສັດ ປູກ ຢາງພາລາ ວຽດນາມ ໃນການ ປັບປຸງ ຄວາມ ສຳພັນ ກັບ ຊາວບ້ານ ຜູ້ທີ່ໄດ້ ຮັບ ຜົລກະທົບ ໃນລາວ ແລະ ໃນ ກຳພູຊາ. ການ ປະຕິຮູບ ຈະ ບໍ່ແກ້ໄຂ ບັນຫາ ຂອງ ປະຊາຊົນ ໄດ້ ທັງຫມົດ ຖ້າຫາກ ບັງຄັບໃຊ້ ແບບ ບໍ່ຖືກຕ້ອງ ແຕ່ຖ້າ ມີການ ບັງຄັບໃຊ້ ຢ່າງຖືກ ຕ້ອງ ແລະ ຍຸຕິທັມ ການ ປະຕິຮູບ ຂອງ ບໍຣິສັດ ຈະເປັນ ແບບຢ່າງ ທີ່ດີ ໃນການ ໃຫ້ຄວາມ ຍຸຕິທັມ ແກ່ ປະຊາຊົນ ທີ່ ທັງທີ່ດິນ ແລະ ຊີວິດ ການເປັນຢູ່ ຂອງ ພວກຂະເຈົ້າ ຖືກທຳລາຍ ຈາກ ການປູກ ຢາງພາລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.