ຖນົນເລກທີ 13 ເໜືອ ມ.ໂພນໂຮງ

ຈໍາປາທອງ
2020.10.21
F-Phonhong-hinheub ເສັ້ນທາງ ເລຂທີ 13 ຈາກ ເມືອງໂພນໂຮງ ໄປຫາ ເມືອງຫີນເຫີບ.
File photo: RFA

ໃນຣະດູຝົນປີນີ້ ມີຝົນຕົກໜັກ ເຮັດໃຫ້ເສັ້ນທາງເລກທີ 13 ເໜືອ ຈາກ ນະຄອນຫລວງວຽງຈັນ ຫາ ເມືອງໂພນໂຮງ ແຂວງວຽງຈັນ ເປ່ເພ ເປັນບວກ ເປັນຂຸມ ເຮັດໃຫ້ການສ້ອມແປງ ແລະ ຂຍາຍທາງໃຫ້ ກວ້າງອອກຫຍຸ້ງຍາກ ແລະຍ້ອນການກໍ່ສ້າງເສັ້ນທາງດ່ວນ ແຕ່ນະຄອນ ຫລວງວຽງຈັນ ຫາ ວັງວຽງ ແຂວງວຽງຈັນ ທີ່ພວມກໍ່ສ້າງຕັດກັບເສັ້ນ ທາງສາຍດັ່ງກ່າວ ໃນແຕ່ລະມື້ ເຮັດໃຫ້ມີຣົດຕິດ ຢ່າງຫລວງຫຼາຍ, ການສັນຈອນໄປມາ ຫຍູ້ງຍາກ, ດັ່ງ ທີ່ ທ່ານ ທອງດໍາ ສຸວັນນະເມທີ ຮອງນາຍບ້ານ ບ້ານໄຊມຸງຄຸນ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ ໄດ້ເວົ້າຜ່ານສື່ ມວນຊົນທາງການລາວ ໃນມື້ວັນທີ 20 ຕຸລາ ຕອນນຶ່ງວ່າ:

“ກ່ຽວກັບການສັນຈອນ ໄປມາ ຕາມເສັ້ນທາງ 13 ເໜືອ ນີ້ທີ່ຈຸດເຂດ ໄຊມຸງຄຸນເຮົານີ໋ 3 ແຍກ ບ້ານໄຊມຸງຄຸນເຮົານີ໋ ຈັ່ງຊັ້ນລະວ່າ ບ້ານ ເຮົາກະເຫັນໄດ້ວ່າມີຄວາມ ຫຍູ້ງຍາກພໍສົມຄວນ. ສາເຫດອັນທີ 1. ກະແມ່ນມີການສ້າງທາງໃໝ່ ປົວແປງຂຍາຍເສັ້ນທາງ ເລກທີ 13 ເໜືອ ນີ້ຕັ້ງແຕ່ສຸດບ້ານ ໄຊມຸງຄຸນ ເຮົານີ໋ຈົນຮອດໂພນໂຮງ ເນາະ ຈັ່ງຊັ້ນກະຈັ່ງມີຄວາມຫຍູ້ງຍາກ ໃນການສັນຈອນ ໄປມາ.”

ເວົ້າເຖິງສາເຫດຂອງຣົດຕິດ ຕາມເສັ້ນທາງເລກທີ 13 ເໜືອ ທ່ານ ທອງດໍາ ເວົ້າວ່າ ອັນນຶ່ງ ກໍແມ່ນເປັນຍ້ອນການກໍ່ສ້າງເສັ້ນທາງດ່ວນ ແຕ່ ນະຄອນຫລວງວຽງຈັນ ຫາ ວັງວຽງ ທີ່ພວມກໍ່ສ້າງຢູ່ໃນ ປັດຈຸບັນນີ້ ຕັດກັບເສັ້ນທາງເລກທີ 13 ເໜືອ, ເຮັດໃຫ້ເປັນຈຸດຫລໍ່ແຫລມ ເປັນຈຸດມວນຊົນ ທີ່ຣົດຫລັ່ງໄຫລເຂົ້າມາ ແລະ ມີຣົດຕິດຢ່າງຫລວງຫລາຍ ດັ່ງທີ່ທ່ານກ່່ວວ່າ:

“ຄືບັນດາທ່ານໄດ້ເຫັນຕາມສາຍທາງນີ໋ ຣົດກະຕິດ ຕິດຍ້ອນ 1. ທາງດ່ວນຂອງພວກເຮົາມັນມີ ຄົບໃສ່ທາງ 13 ເໜືອ ນີ໋ ຄັນໃສ່ທາງ 13 ເໜືອ ນີ໋ ມັນກະຖືວ່າເປັນຈຸດຫລໍ່ແຫລມ ຈຸດມວນຊົນ ທີ່ຣົດໄດ້ ຫລັ່ງໄຫລ ເຂົ້າມາ ໄປທາງສີໄຄ ໄປທາງໂພນໂຮງ ມາແຕ່ 3 ແຍກໜອງ ບຶກເນາະ ຈັ່ງຊັ້ນກະຈຶ່ງວ່າເຮັດໃຫ້ ການສັນຈອນ ໄປມາໃນເສັ້ນທາງ 13 ເໜືອ ຈຸດຢູ່ບ້ານໄຊມຸງຄຸນ ເຮົານີ໋ ມີຄວາມຫຍູ້ງຍາກ.”

ແລະເຣື່ອງໄລຍະເວລາການປັບປຸງ ກໍ່ສ້າງຂຍາຍເສັ້ນທາງເລກທີ 13 ເໜືອ ໃຫ້ກວ້າງອອກນັ້ນ ທ່ານ ທອງດໍາ ສຸວັນນະເມທີ ເວົ້າວ່າ ອາຈໃຊ້ເວລາເຖິງປີປາຍ:

“ໄລຍະການກໍ່ສ້າງນີ໋ ອາຈແມ່ນປີກວ່າໆຈຶ່ງຈະໄດ້ສໍາເຣັດ ຈັ່ງຊັ້ນ ມັນຈະມີຫລາຍຈຸດ ທີ່ເພິ່ນລົງໄດ້ເຮັດຢູ່ໃນເສັ້ນທາງ ຂຍາຍ 13 ເໜືອ ນີ໋ ຕັ້ງແຕ່ໄຊມຸງຄຸນ ຫາສົງເປືອຍນີ໋ ແມ່ນມີເປັນ 4 ເລນ ຕັ້ງແຕ່ສົງເປືອຍ ຂຶ້ນໄປຫາໂພນໂຮງ ນີ໋ແມ່ນເບື້ອງລະ 2 ເລນໃຫຍ່.”  

ອີງຕາມຣາຍງານຂອງສື່ມວນຊົນ ຂອງ ທາງການລາວ ໃນມື້ວັນທີ 20 ຕຸລານີ້ ແລ້ວແມ່ນວ່າ ການປັບປຸງ ກໍ່ສ້າງຂຍາຍເສັ້ນທາງສາຍນີ້ ຄາດວ່າຈະສໍາເຣັດໃນເດືອນພຶສຈິກາ 2021 ທີ່ຈະມາເຖິງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.