ທາງຫຼວງເລຂທີ 13 ເໜືອ ເປ່ເພ

ສະພາບຂອງເສັ້ນທາງເລຂທີ 13 ເໜືອ ທີ່ ເປ່ເພ
ສະພາບຂອງເສັ້ນທາງເລຂທີ 13 ເໜືອ ທີ່ ເປ່ເພ (ນັກຂ່າວພົລເມືອງ)

0:00 / 0:00

ຊາວບ້ານ ສເນີໃຫ້ພາກສ່ວນກ່ຽວຂ້ອງ ຮີບຮ້ອນສ້ອມແປງທາງ ເລຂທີ13 ເໜືອ ແຕ່ສີໄຄ- ສີເກີດ, ແຕ່ໂພນໂຮງ ຫາ ວັງວຽງໃຫ້ສໍາເຣັດ ເນື່ອງຈາກເສັ້ນທາງດັ່ງກ່າວເປ່ເພ ເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການ ສັນຈອນໄປ-ມາ, ອີງຕາມຄວາມເວົ້າ ຂອງຊາວບ້ານ ບ້ານສີໄຄທ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ນຶ່ງ ຕໍ່ວິຍຸເອເຊັຽເສຣີ ໃນວັນທີ 11 ພືສຈິກາ ນີ້:

“ຊິຊ້າເພາະຣົດຕິດ ວ່າຖ້າຣົດລົງຂຸມ ມັນເປັນຫຍັງເດ້ ຂີ່ໄປທາງຫົວຂົາ ຊົ່ວຊິຮອດ ນາຊາຍນ່າ ອອກບ້ານຕັ້ງແຕ່ 5 ໂມງເຄິ່ງ ຈົນ 9 ໂມງ ກະບໍ່ຮອດບ້ານ ໂອ້ຍຢາກໃຫ້ເພິ່ນ ລົງມາປົວແປງ ສ້ອມແປງຫັ້ນແຫຼ້ວ ຫົນທາງ.”

ທ່ານກ່າວຕື່ມວ່າ ຊາວບ້ານພາຍໃນບ້ານ ໄດ້ອອກເງິນຮ່ວມກັນ ປີລະ 2-3 ລ້ານກີບ ເພື່ອສ້ອມແປງ ທາງຕິດແຄມຂອງ ໃນເຂດບ້ານ ພາຍຫຼັງ ແຕ່ລະປີ ເສັ້ນທາງຕິດແຄມຂອງ ໃນເຂດບ້ານເປ່ເພ ຍ້ອນຣົດ ຈາກທາງເລຂທີ 13 ເໜືອ ມາໃຊ້ທາງເສັ້ນນີ້ ເປັນທາງລັດ.

ໃນຂນະດຽວກັນ ຊາວບ້ານ ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ຄົນນຶ່ງ ກໍເວົ້າວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ສ້ອມແປງເສັ້ນທາງ ເລຂທີ 13 ເໜືອ ໃຫ້ເປັນທາງອັດຢາງໝາກຕອຍ ເພື່ອປ້ອງກັນ ທາງເພ ຊໍາເຮື້ອ:

“ມັນກໍຄືວ່າລະ ເຄີຍທຽວທາງ ອັນສະດວກແລ້ວເນາະ ທາງຢາງ ທາງຫຍັງ ລະບາດນີ້ ມັນກໍເປ່ເພ ມັນກໍເປັນຂຸມ ເປັນອັນນັ້ນຫຼາຍຫັ້ນນາ ມັນຫຍຸ້ງຍາກໃນການສັນຈອນຫັ້ນແຫຼະ ໄປມາຍາກເພາະວ່າ ຣົດກໍຫຼາຍ ເຮັດໃຫ້ຕິດ ແອອັດກັນ, ແຕ່ວ່າ ຄັນວ່າແມ່ນອັດຢາງ ໝາກຕອຍ ໃສ່ 2 ຊັ້ນ ກະຊິທົນແດ່.”

ຂນະທີ່ ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ອີກຄົນນຶ່ງ ເວົ້າວ່າ ທາງເລຂທີ 13 ເໜືອ ໄປມາຍາກໜ້ອຍນຶ່ງ ເພາະຕອນນີ້ ເຂົາກໍາລັງແປງຢູ່:

“ແຕ່ທາງຢາງໜ້ອຍນຶ່ງ ເຂົາເຈົ້າກໍາລັງເຮັດເດ້ ນໍ້າແທ້ບໍ່ມີແລ້ວ ຍາມນີ້ ໄຄແລ້ວ ກໍເປັນຂຸມທັມມະດາ ບໍ່ແມ່ນຂຸມໃຫຍ່ຄືແຕ່ກີ້ແລ້ວ ເພິ່ນເອົາ ດິນໄປຖົມໃຫ້ແລ້ວເດ້ ຊ້ວງນີ້ ບໍ່ຍາກຫຼາຍ ກໍມີແຕ່ຣົດຕິດຫັ້ນແຫຼະ ເພິ່ນລວດທາງແລ້ວເດ້.”

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຜແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ກ່າວວ່າ ໂຄງການສ້ອມແປງ ທາງເລຂທີ 13 ເໜືອ ເປັນໂຄງການໄລຍະຍາວ. ການສ້ອມແປງທາງ ແຕ່ສີເກີດ-ໂພນໂຮງ ກໍາລັງລົງມື, ທາງແຕ່ສີໄຄ - ສີເກີດ ກໍາລັງຢູ່ໃນຊ້ວງສໍາຣວດ ອອກແບບ ແລະການສ້ອມແປງທາງ ແຕ່ໂພນໂຮງ - ວັງວຽງ ຍັງບໍ່ທັນມີແຜນເທື່ອ.

ເວົ້າເຖິງງົບປະມານ ໃນການສ້ອມແປງທາງ ເລຂທີ 13 ເໜືອ ແມ່ນປີລະ 3-4 ຕື້ກີບ ສະເພາະງົບປະມານ ວຽກສ້ອມແປງທາງ ເທົ່ານັ້ນ, ເຊິ່ງ ມີຄວາມເປັນໄປໄດ້ວ່າ ວຽກງານສ້ອມແປງ ທາງເລຂທີ 13 ເໜືອ ຈະສໍາເຣັດ ພາຍໃນປະມານ 3 ປີ, ດັ່ງທີ່ທ່ານກ່າວວ່າ:

“3 ປີສໍາເຣັດປະມານ 2024 ພຸ້ນແຫຼະ ສ້ອມແປງ ເພິ່ນກໍສ້ອມເປັນໄລຍະ ເພາະມີບໍຣິສັດມາຮັບຜິດຊອບເດ້ເນາະ ເວລາທາງເປ່ເພ ແລ້ວ ບໍຣິສັດ ຈະຮັບຜິດຊອບ ແປງເປັນໄລຍະ ໄລຍະ ບ່ອນໃດທີ່ມັນເພ ກໍແປງ ວຽກບູຣະນະສ້ອມແປງນິ່ ແນວທາງນີ້ ເຣີ່ມມາແຕ່ຫຼາຍປີ ແລ້ວເນາະ ຕ້ອງໄດ້ແປງທຸກປີ.”

ທ່ານກ່າວຕື່ມວ່າ ທາງເລຂທີ 13 ເໜືອນີ້ ເປ່ເພ ຍ້ອນຣົດບັນທຸກຂນາດໃຫຍ່ ຂອງໂຄງການທາງດ່ວນ ວຽງຈັນ-ວັງວຽງ ແລະໂຄງການ ທາງ ຣົດໄຟລາວ - ຈີນ ທີ່ມີນໍ້າໜັກເກີນແລ່ນຜ່ານ ເປັນປະຈໍາ:

“ໃນຊ່ວງໄລຍະນີ້ ມັນເພຫຼາຍ ກໍຍ້ອນວ່າ ມີການກໍ່ສ້າງທາງດ່ວນ ມັນກໍແກ່ຫິນ ແກ່ປູນ ແກ່ວັດສະດຸກໍ່ສ້າງ ຣົດບັນທຸກ ນໍ້າໜັກເກີນກໍານົດ ແລ້ວແກ່ຫິນ ແກ່ວັດສະດຸກໍ່ສ້າງ ໄປຮັບໃຊ້ທາງຣົດໄຟຫັ່ນ.”

ທ່ານກ່າວມ້ວນທ້າຍວ່າ ເສັ້ນທາງເລຂທີ 13 ເໜືອ ໝົດອາຍຸການໃຊ້ງານ ພາຍຫຼັງໄດ້ສ້ອມແປງ ແລະໃຊ້ງານມາດົນເກືອບ 20 ປີແລ້ວ ແລ້ວຣັຖບານ ບໍ່ມີງົບປະມານ ໃນການສ້ອມແປງ ໃຫ້ມີຄວາມຄົງທົນ ຖາວອນ ຕາມມາຕຖານສາກົລ ຈຶ່ງເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ ທາງເສັ້ນນີ້ ເປ່ເພ ຊໍ້າເຮື້ອ ຮອດທຸກມື້ນີ້ ແລະຈໍາເປັນຕ້ອງໄດ້ຈັດສັນ ງົບປະມານ ມາສ້ອມແປງວຽກດັ່ງກ່າວທຸກປີ.

ນອກຈາກນີ້ ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທ້ອງຖິ່ນ ຢູ່ເມືອງສີໂຄດຕະບອງ ທີ່ບໍ່ປະສົງ ອອກຊື່ແລະສຽງ ແຈ້ງໃຫ້ຮູ້ວ່າ ເຖິງແມ່ນວ່າ ຣັຖບານມີໂຄງານສ້ອມແປງທາງ ເລຂທີ 13 ເໜືອ ໃນໄລຍະຍາວ ເປັນເວລາ 3 ປີ ຄືແຕ່ປີ 2020 – 2023, ແຕ່ທຸກໆປີ ໃນສະເພາະ ຣະດູຝົນ ທາງຫ້ອງການ ຍທຂ ແຕ່ລະເມືອງ ກໍແກ້ໄຂໄລຍະສັ້ນ ຄືເອົາດິນມາຖົມຂຸມຖົມບວກ ໃຫ້ສັນຈອນໄປ-ມາໄດ້.