ໂຄງການຊົລປະທານ ຂ.ວຽງຈັນ

ແຂວງວຽງຈັນ ຈະສ້າງ ຣະບົບ ຊົລປະທານ ເພື່ອສົ່ງນໍ້າ ສູ່ພື້ນທີ່ ການປູກເຂົ້າ ກວ່າ 10 ພັນ ເຮັກຕາ.

ທົ່ງນາ ປູກເຂົ້າ ໃນລາວ
ທົ່ງນາ ປູກເຂົ້າ ໃນລາວ (Tyler Chapman)

0:00 / 0:00

ແຂວງວຽງຈັນ ໄດ້ເຊັນສັນຍາ ກັບ ບໍຣິສັດ ເອກກະຊົນ ເມື່ອວັນທີ 31 ມົກກະຣາ 2013 ເພື່ອດໍາເນີນ ການສຶກສາ ສໍາຣວດ ຄວາມເປັນໄປໄດ້ ໃນການພັທນາ ຣະບົບ ຊົລປະທານ ອ່າງເກັບນໍ້າ ນໍ້າແຈ້ງ ເມືອງໂພນຮົງ ແຂວງວຽງຈັນ ຊຶ່ງຄາດວ່າ ຫາກສ້າງສໍາເຣັດ ຈະສາມາດ ສົ່ງນໍ້າ ໃຫ້ພື້ນທີ່ ການປູກຝັງ ຢ່າງໜ້ອຍ 10 ພັນເຮັກຕາ. ດັ່ງເຈົ້າໜ້າທີ່ ຜແນກະສິກັມ ແລະ ປ່າໄມ້ ແຂວງວຽງວຽງຈັນ ເວົ້າວ່າ:

"ໂຄງການນໍ້າແຈ້ງ ເປັນ ຣັຖບານ ໄດ້ເຊັນ MOU ກັບບໍຣິສັດ ຄູນໄຊ ຫວ່າງອາທິດ ແລ້ວນີ້ນະ ເນື້ອທີ່ 5000 ເຮັກຕາ ແຕ່ເພິ່ນຄິດໄລ່ວ່າ 10 ພັນ ໃນເບື້ອງຕົ້ນ 5 ພັນ ເຮັກຕາກ່ອນ".

ໂຄງການ ຊົລປະທານ ອ່າງເກັບນໍ້າ ນໍ້າແຈ້ງ ແມ່ນໂຄງການ ຂນາດໃຫຍ່ ກວມເອົາເນື້ອທີ່ ການຜລິດ 10 ພັນ ເຮັກຕາ ຂອງ 17 ບ້ານ ໃນເມືອງໂພນໂຮງ ຊຶ່ງເບື້ອງຕົ້ນ ຈະເຮັດການສຶກສາ ພຽງແຕ່ 5 ພັນ ເຮັກຕາ ກ່ອນ. ໂຄງການນີ້ ຈະມີອ່າງເກັບນໍ້າ ຂນາດເນື້ອທີ່ 230 ຕາຕລາງ ກິໂລແມັຕ ສາມາດ ເກັບນໍ້າໄດ້ 81 ລ້ານ ແມັຕກ້ອນ.

ສ່ວນເຣື່ອງ ຜົນກະທົບນັ້ນ ເບື້ອງຕົ້ນ ໂຄງການໄດ້ ໂຍກຍ້າຍ ຊາວບ້ານ ໜອງແປນ ຈໍານວນນຶ່ງ ໄປຍັງ ບ້ານໂພນສົມບູນ ແລ້ວ ແລະ ກໍອາດຈະ ມີການໂຍກຍ້າຍ ຕື່ມອີກ ບາງບ້ານ ໃນ 17 ໝູ່ບ້ານ ນັ້ນ. ສ່ວນຄ່າຊົດເຊີຍ ເປັນເງິນ ແລະ ທີ່ດິນ ນັ້ນຍັງບໍ່ມີ ການເປີດເຜີຍເທື່ອ. ສໍາລັບຣະຍະ ການສຶກສາ ສໍາຣວດ ຂອງ ບໍຣິສັດ ກໍຍັງບໍ່ມີ ກໍານົດວ່າ ຈະແລ້ວເມື່ອໃດ ແຕ່ຖ້າຫາກ ບໍຣິສັດ ຄູນໄຊ ທໍາການ ສຶກສາສໍາຣວດ ແລ້ວ ກໍຈະມີ ການສເນີຕໍ່ ສະພາ ແຫ່ງຊາດ ເພື່ອຂໍອະນຸມັດ ຈຶ່ງຈະສາມາດ ລົງມື ກໍ່ສ້າງໄດ້.