8 ຄອບຄົວໂນນຂີ້ເຫຼັກ ບໍ່ດີໃຈ ຄ່າຊົດເຊີຍ
2019.04.05
ໂຄງການພັທນາໜອງລູກອ່ຽນ ຢູ່ບ້ານໂນນຂີ້ເຫລັກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເພື່ອໃຫ້ກາຍເປັນແຫລ່ງທ່ອງທ່ຽວ ນັ້ນໄດ້ໄປກວມເອົາດິນ ຂອງປະຊາຊົນຈຳນວນ 8 ຄອບຄົວ. ອີງຕາມ ເຈົ້າໜ້າທີ່ ເມືອງສີໂຄດຕະບອງ ໄດ້ເວົ້າຕໍ່ວິທຍຸເອເຊັຍເສຣິ ເມື່ອວັນທີ 05 ເມສາ ວ່າ, ປັດຈຸບັນທາງໂຄງການກຳລັງຄົ້ນຄວ້າ ຄ່າຊົດເຊີຍໃຫ້ແກ່ຜູ້ຖືກຜົລກະທົບ ແຕ່ຍັງບໍ່ທັນຕົກລົງກັນໄດ້ ເທື່ອ.
"ເພິ່ນກາຍັງບໍ່ທັນໄດ້ລົງມາຫາທາງຄອບຄົວ ປະຊາຊົນເທື່ອເນາະ ເພິ່ນກະມີແຕ່ຄົ້ນຄວ້າກັນວ່າ ຈະຊົດເຊີຍຂອງທີ່ວ່າຖືກຜົລກະທົບເດ ຍັງຄ້າງແຕ່ການຊົດເຊີຍຫັ້ນແຫລະ ທາງບໍຣິສັດເພິ່ນວ່າແນວໃດ ຜູ້ທີ່ວ່າເພິ່ນມາສັມປະທານຫັ້ນ ເພິ່ນສິເຮັດແຫລ່ງທ່ອງທ່ຽວ ທັມມະຊາດ ນີ້ຫລະ."
ເຖິງແນວໃດກໍ່ຕາມທາງເຈົ້າໜ້າທີ່ ຍັງຣະບຸວ່າ ແຜນການພັທນາຍັງບໍ່ຮູ້ວ່າ ຈະລົງມືສ້າງເມື່ອໃດ ໂຄງການນີ້ມີມູນຄ່າ ການກໍ່ສ້າງເທົ່າໃດ ແລະ ການຊົດເຊີຍຂອງປະຊາຊົນ ຈະໄດ້ເມື່ອໃດຍັງບໍ່ທັນ ມີຄຳຕອບຈາກເຈົ້າຂອງໂຄງການ.
ໃນຂນະດຽວກັນ ປະຊາຊົນເຫັນດີ ຍິນຍອມໃຫ້ແກ່ໂຄງການພັທນາແຫ່ງນີ້ ແຕ່ວ່າຈະຕ້ອງໄດ້ຄ່າຊົດເຊີຍ ທີ່ເໝາະສົມ ຈຶ່ງຈະມອບດິນໃຫ້. ປັດຈະບັນຢູ່ເຂດໜອງລູກອ່ຽນ ຍັງບໍ່ທັນມີການສຳຣວດເທື່ອ ຍັງເປັນພຽງແຜນການ ທີ່ຈະພັັທນາເປັນແຫລ່ງທ່ອງທ່ຽວ.
ໜອງລູກອ່ຽນເປັນໜອງນໍ້າທັມມະຊາດ ທີ່ມີດອກບົວບານໃນແຕ່ລະປີ ເນຶ້ອທີ່ປະມານ 5 ເຮັກຕ້າ. ໜອງແຫ່ງດັ່ງກ່າວ ຍັງເປັນໜອງທີ່ ຊາວບ້ານ ລົງຫາປາ ເປັນປະຈຳ ເນື່ອງຈາກໜອງແຫ່ງນີ້ ເປັນບ່ອນ ອະນຸຮັກພັນປາ ພື້ນເມືອງຂອງເມືອງສີໂຄດຕະບອງ ທີ່ທາງການ ຈະມາປ່ອຍປາ ເນື່ອງໃນໂອກາດວັນສະຫລອງ ວັນປ່ອຍປາ ແລະ ສັດນໍ້າ-ສັດປ່າແຫ່ງຊາດ ໃນທຸກ ໆ ປີ.