ຣົດເມ ວຽງຈັນ-ສາຣະວັນ ປີ້ນ

ສະຖານີ ຣົດເມໂດຍສານ ນະຄອນຫຼວງວຽງຈັນ
ສະຖານີ ຣົດເມໂດຍສານ ນະຄອນຫຼວງວຽງຈັນ (RFA)

0:00 / 0:00

ຣົຖເມ 45 ບ່ອນນັ່ງສາຍວຽງຈັນ-ສາຣະວັນ ທີ່ກໍາລັງແລ່ນ ມຸ້ງໜ້າໄປຍັງ ແຂວງສາຣະວັນ ໃນວັນທີ 30 ກໍຣະກະດາ ເກີດອຸບັດຕິເຫດ ປີ້ນລົງຂ້າງທາງເລກ 13 ຢູ່ບ້ານນາແຄນ ເມືອງທ່າພຣະບາດ ແຂວງບໍຣິຄໍາໄຊ ໃນເວລາປະມານ 9 ໂມງ 50 ຕອນແລງ ເຮັດໃຫ້ຜູ້ ໂດຍສານ 39 ຄົນ ຮວມທັງ ຄົນຂັບຣົຖ 1 ຄົນ ບາດເຈັບ ໃນນັ້ນມີຜູ້ ໂດຍສານ 18 ຄົນ ບາດເຈັບສາຫັດ ແລະ ຖືກນໍາສົ່ງ ໂຮງໝໍ ມິຕພາບ 150 ຕຽງ ທີ່ນະຄອນຫລວງ ວຽງຈັນ ດັ່ງ ເຈົ້າໜ້າທີ່ ໂຮງໝໍ ເມືອງທ່າພຣະບາດ ແຂວງ ບໍຣິຄໍາໄຊ ກ່າວວ່າ:

“ກໍເຈັບຫຼາຍ ເຈັບໝົດຣົດຫັ້ນແຫຼະເນາະ ຜູ້ເຈັບກໍເຈັບ ຜູ້ບໍ່ເຈັບກໍມີ ສ່ວນຜູ້ເຈັບ ຈັກໜ້ອຍໜື່ງ ໄປໂຮງໝໍ 150 ຕຽງ ພວກໜ່ວຍກູ້ພັຍ ມາເອົາໄປ ແລ້ວກູ້ພັຍເຂົາເຈົ້າ ເຂົ້າມາຊ່ວຍ ກໍສ່ວນຫລາຍ ສົ່ງ ອຸບັດຕິເຫດ ພວກເຮົາຈະສົ່ງ ທີ່ 150 ຕຽງ”.

ເຈົ້າໜ້າທີ່ຜູ້ດຽວກັນນີ້ ເວົ້າຕື່ມວ່າ ຜູ້ໂດຍສານ 18 ທີ່ໄດ້ຮັບບາດເຈັບ ສາຫັດນັ້ນ ສ່ວນໃຫຍ່ ຮ່າງກາຍຖືກກະແທກ ຢ່າງຫນັກ ບາງຄົນ ຫົວແຕກ ຖືກສົ່ງໄປໂຮງໝໍ ມິຕພາບ 150 ຕຽງ ເນື່ອງຈາກວ່າ ໂຮງໝໍແຫ່ງນີ້ ມີພຍາບານ ແລະ ເຄື່ອງອຸປກອນແພດ ຢ່າງພຽງພໍ ຕໍ່ຈໍານວນຄົນເຈັບ ສ່ວນຜູ້ທີ່ໄດ້ ຮັບບາດເຈັບເລັກນ້ອຍ ເຈົ້າໜ້າທີ່ໜ່ວຍກູ້ພັຍ ຈະສົ່ງໄປປະຖົມ ພຍາບານເບື້ອງຕົ້ນ ຢູ່ໂຮງໝໍທ່າພະບາດ ແຂວງບໍຣິຄໍາໄຊ.

ໃນຂນະນີ້ ທາງເຈົ້າໜ້າທີ່ ປກສ ເມືອງ ທ່າພຣະບາດ ກ່າວວ່າ ຍັງບໍ່ທັນໄປເບິ່ງ ຈຸດເກິດເຫດເທື່ອ ເພາະທາງໜ່ວຍກູ້ພັຍ ມຸລນິທິ ຊ່ວຍ ເຫລືອ ຄົນທຸກຍາກ ໄດ້ລົງໄປຊ່ວຍ ເຫລືອແລ້ວພາຍຫລັງ ໄດ້ຮັບແຈ້ງວ່າ ມີຣົຖເມປີ້ນລົງ ຂ້າງທາງ ແລະກໍໄປຊ່ວຍ ເກັບກູ້ ຣົຖເມຈາກ ຂ້າງທາງ. ສ່ວນສາເຫດ ແທ້ຈິງເຮັດໃຫ້ ຣົຖເສັຍຫລັກ ປີ້ນລົງຂ້າງທາງ ເທື່ອນີ້ ທາງການ ຍັງບໍ່ມີ ຣາຍຣະອຽດ ເທື່ອ ເພາະຄົນຂັບຣົຖ ຍັງຢູ່ໃນ ຣະຫວ່າງ ຮັກສາຕົວ ຢູ່ໂຮງໝໍ.