ທາງຈີ່ນາຍໂມ້ຍັງເປັນຝຸ່ນ
2015.06.17
ການ ກໍ່ສ້າງ ເສັ້ນທາງ ແຕ່ ສາມແຍກ ຈິນາຍໂມ້ ໄປຫາ ສາມແຍກ ບ້ານ ທ່າແຂກ ເມືອງ ຫາດຊາຍຟອງ ນະຄອນ ຫລວງ ວຽງຈັນ, ບໍ່ແລ້ວ ເປັນ ຈັກເທື່ອ ເພາະ ບໍຣິສັດ ຮັບເໝົາ ກໍ່ສ້າງ ແລະ ຣັຖບາລ ລາວ ຂາດ ງົບປະມານ.
ເສັ້ນທາງ ສາຍນີ້ ຍາວ 14 ກິໂລແມັດ, ເບື້ອງຕົ້ນ ຜແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນ ຫລວງ, ມອບໃຫ້ ບໍຣິສັດ ດວງປະເສີດ ກໍ່ສ້າງ ຂົວ-ທາງ ເປັນ ຜູ້ ສຳປະທານ ສ້າງ ຕາມ ສັນຍາ ລົງວັນທີ 18 ມິນາ 2013, ແລະ ໄດ້ເລິ່ມ ກໍ່ສ້າງ ມາແຕ່ ຕົ້ນປີ 2015 ນີ້ ແລ້ວ ບໍ່ມີເງິນ ທີ່ ຈະ ກໍ່ສ້າງ ຕໍ່.
ເຖິງວ່າ ທາງ ບໍຣິສັດ ຈະໄດ້ຂຽນ ໜັງສື ຂໍ ງົບປະມານ ກໍ່ສ້າງ ໄປຫາ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ, ແຕ່ ທາງ ກະຊວງ ກໍບໍ່ມີ ງົບປະມານ ທີ່ ຈະ ອອກ ອະນຸມັດ ໃຫ້, ເຮັດໃຫ້ ການ ກໍ່ສ້າງ ຕ້ອງໄດ້ ຢຸດ. ຕໍ່ມາ ກໍມີ ຄຳສັ່ງ ຈາກ ຣັຖບາລ ໃຫ້ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ມອບ ໂຄງການ ນີ້ ໃຫ້ ບໍຣິສັດ ຫາຍຫານ ການຄ້າ ທຸຣະກິດ ຈຳກັດ ຂອງ ຈີນ, ເປັນຜູ້ ຮັບຕໍ່ ແລະ ໃຫ້ ສອງ ບໍຣິສັດ ນີ້ ຕົກລົງ ກັນ ເປັນ ລາຍລັກ ອັກສອນ.
ບໍຣິສັດ ຈີນ ທີ່ ຈະມາສ້າງ ທາງ ຕໍ່ ນັ້ນ, ຈະໃຊ້ ງົບປະມານ ຂອງ ຕົນເອງ, ແລະ ຈະເອົາ ບໍຣິສັດ ຂອງ ຕົນເອງ ມາ ກໍ່ສ້າງ, ຕາມ ສັນຍາ ກູ້ຢືມ ກັບ ຣັຖບານ ລາວ. ແຕ່ ປາກົດ ວ່າ ບໍ່ເຫັນ ສອງ ບໍຣິສັດ ນີ້, ມາ ລົງນາມ ໃນ ສັນຍາ ນຳກັນ ແຕ່ຢ່າງໃດ ເລີຍ. ກ່ຽວກັບ ເຣຶ່ອງນີ້ ເອເຊັຽ ເສຣີ ເຄີຍໄດ້ ໂທຣະສັບ ສຳພາດ ທ່ານ ເດດສົງຄາມ ທຳມະວົງ ຫົວໜ້າ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນ ຫລວງ, ແຕ່ ທ່ານ ກໍ ບໍ່ໃຫ້ ຂໍ້ມູນ ໃດໆ ເລີຍ.