ບັນຫາຝົນຕົກນໍ້າອັ່ງເມືອງ

ຈໍາປາທອງ
2015.06.10
F-drain ຣະບົບຮ່ອງ ຣະບາຍນໍ້າ ທີ່ ກໍາລັງກໍ່ສ້າງ
RFA/LX

ຊາວ ນະຄອນ ຫຼວງ ວຽງຈັນ ກັງວົນ ຢ້ານ ນ້ຳອັ່ງ ໃນ ຣະດູຝົນ ຍ້ອນ ທາງການ ຖົມ ຮ່ອງ ຣະບາຍ ນ້ຳ ທັມມະຊາດ ຫລາຍແຫ່ງ ຢູ່ ເຂດ ຕົວເມືອງ, ເພື່ອ ປຸກສ້າງ ເປັນ ຮ້ານຄ້າ.

ຊາວບ້ານ ບ້ານ ສີຫອມ, ບ້ານ ສີບຸນເຮືອງ, ບ້ານ ໜອງບອນ, ແລະ ອີກ ຫຼາຍໆ ບ້ານ ກັງວົນ ວ່າ, ການ ຖົມ ຮ່ອງ ນັ້ນ ຈະ ເຮັດໃຫ້ ໝູ່ບ້ານ ຂອງ ຕົນ ເກີດ ນ້ຳອັ່ງ ຖ້ວມ ຂັງ ດົນ ແລະ ຫຼາຍຂຶ້ນ.

ໃນ ວັນທີ 8 ມິຖຸນາ ຊາວບ້ານ ສີຫອມ ຢູ່ ເມືອງ ຈັນທະບູລີ ໄດ້ກ່າວ ຕໍ່ເອເຊັຽ ເສຣີ ວ່າ, ແຕ່ກ່ອນ ຮ່ອງ ຣະບາຍ ນ້ຳ ຢູ່ເຂດ ບ້ານ ຂອງ ທ່ານ ເປັນ ຮ່ອງ ທັມມະຊາດ ຂນາດໃຫຽ່, ແຕ່ ມາ ດຽວນີ້ ມີ ບໍຣິສັດ ເອກກະຊົນ ໄດ້ ຮັບ ສັມປະທານ ຈາກ ທາງການ, ເພື່ອ ເຮັດ ບ່ອນຈອດ ຣົດ ແລະ ຮ້ານ ກາເຟ, ເມື່ອ ຝົນຕົກ ແຮງ ນ້ຳ ກໍຈະອັ່ງ, ຖ້ວມຂັງ ຍ້ອນ ນ້ຳໄຫຼ ບໍ່ທັນ, ຫຼາຍບ້ານ ຈະໄດ້ຮັບ ຜົນ ກະທົບ. ທ່ານ ກ່າວວ່າ:

"ມັນ ອັນນ່າ ມັນເຮັດ ໃຫ້ ຮ່ອງ ມັນ ອຸດຕັນ, ມັນ ບໍ່ສະດວກ, ນ້ຳໄຫຼ ບໍ່ ສະດວກ. ບາດນີ້ ຮອມລົງ ບໍຣິມາດ ຂອງ ນ້ຳ ມັນ ກະໄຫຼ ຍາກ ມັນ ກະເຮັດໃຫ້ ມີການ ອຸດຕັນ ໃນ ອະນາຄົດ. ມັນ ບໍ່ໄດ້ ມາຕຖານ ຖືວ່າ ບໍ່ໄດ້ ມາຕຖານ ທັ້ງໆທີ່ ເຂົາເຮັດ ໄດ້ ມາຕຖານ ແລ້ວ ພັດ ໄປອັດ ໄປຕັນ ມັນນ່າ. ບາດນີ້ ເຮັດໃຫ້ ນະຄອນ ຫຼວງ ວຽງຈັນ ມັນ ກະມີ ນ້ຳຖວ້ມ, ນ້ຳ ມັນຂັງ, ມັນໄຫຼ ບໍ່ທັນ".

ທ່ານ ກ່າວ ຕື່ມວ່າ ການ ກໍ່ສ້າງ ຮ່ອງ ຣະບາຍ ນ້ຳໃໝ່, ໃນເຂດ ບ້ານ ສີຫອມ ນັ້ນ, ນັກ ວິຊາການ ຫຼາຍຄົນ ໃຫ້ ຄຳເຫັນ ວ່າ, ຣະບົບ ຮ່ອງ ເບິ່ງແລ້ວ ບໍ່ໄດ້ ມາຕຖານ ເພາະ ຮ່ອງ ມັນນ້ອຍ, ນ້ຳ ຈະໄຫຼ ບໍ່ ສະດວກ.

ເພື່ອ ຄວາມ ກະຈ່າງແຈ້ງ ເອເຊັຽເສຣີ ໄດ້ ໂທຣະສັບ ໄປຫາ ອົງການ ບໍຣິຫານ ແລະ ພັທນາ ຕົວເມືອງ ວຽງຈັນ, ແຕ່ ເພິ່ນ ບໍ່ ສາມາດ ໃຫ້ ຣາຍຣະອຽດ ໄດ້, ພຽງແຕ່ ບອກວ່າ, ພາກສ່ວນ ຕ່າງໆ ທີ່ ກ່ຽວຂ້ອງ ກໍ ບໍ່ໄດ້ ນິ້ງນອນ ໃຈ ຕໍ່ ບັນຫາ ຮ່ອງ ຣະບາຍ ນ້ຳ ໃນ ທົ່ວ ນະຄອນ ຫຼວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.