ໂຮງງານເບັຽລາວຍັງສົ່ງກິ່ນ
2016.10.17
ປະຊາຊົນ ບ້ານສາລາຄຳ ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ທີ່ອາສັຍ ຢູ່ໃກ້ກັບ ບໍຣິເວນ ໂຮງງານ ເບັຽລາວ ຍັງມີບັນຫາ ນໍາກິ່ນເຫມັນ ຈາກໂຮງງານ ເບັຽລາວ ນັ້ນຢູ່ ເຖິງແມ່ນວ່າ ທາງ ໂຮງງານ ຈະໄດ້ສ້າງ ອ່າງບຳບັດ ນ້ຳເສັຽ ແລ້ວກໍຕາມ. ດັ່ງປະຊາຊົນ ນາງນື່ງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 14 ຕຸລາ ນີ້ວ່າ:
"ເອີ ລະຍະນີ້ ກໍມີຢູ່ ແຕ່ຫາກ ບໍ່ຫຼາຍປານໃດ ກິ່ນເຫມັນ ແຕ່ສ່ວນຫຼາຍ ແມ່ນຢູ່ ນອກທາງພຸ້ນເດີ ຢູ່ນອກທາງ ຫັ້ນ ປະຊາຊົນ ກໍຈົ່ມຢູ່ ມັນກໍ ເວລາຟ້າລົມ ມາອີ່ຫຍັງ ມັນກະເໝັນ ຄ້າຍໆແລງ ຫັ້ນນະ ກໍຍັງເໝັນຢູ່ ແຕ່ຫາກ ບໍ່ຮ້າຍແຮງ ຄືແຕ່ເກົ່າ".
ນາງກ່າວຕື່ມວ່າ ຫລັງຈາກທີ່ມີຂ່າວ ກິ່ນເໝັນ ຈາກໂຮງງານ ຂະເຈົ້າ ກໍໄດ້ເຂົ້າມາ ລົມກັບຊາວບ້ານ ວ່າຈະສ້າງ ຣະບົບບຳບັດ ນ້ຳເສັຽ ເພີ້ມຕື່ມ. ຕໍ່ບັນຫາ ດັ່ງກ່າວ ວິທຍຸ ເອເຊັຽ ເສຣີ ກໍໄດ້ ສອບຖາມ ໄປຍັງ ໂຮງງານເບັຽລາວ ເຈົ້າຫນ້າທີ່ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ທາງໂຮງງານ ກຳລັງ ຈະສ້າງອ່າງ ບຳບັດນ້ຳເສັຽ ຕື່ມອີກ ເພື່ອແກ້ໄຂ ບັນຫາ ກິ່ນເໝັນ ຫລັງຈາກ ທີ່ທາງໂຮງງານ ໄດ້ໄປໂອ້ລົມ ກັບ ຊາວບ້ານ ໃນ ການແກ້ໄຂ ບັນຫາ:
"ພວກເຮົາມີຕົວເຄື່ອງ ບຳບັດນ້ຳ ຕັ້ງແຕ່ດົນແລ້ວ ຫຼາຍປີແລ້ວ ຕອນນີ້ມີບ່ອນ ທີສອງແລ້ວ ກຳລັງເຮັດ ອັນທີສອງ ກໍສິເຮັດ ໃຫ້ກິ່ນເໝັນ ລົດລົງ".
ນາງວ່າ ອ່າງບຳບັດນ້ຳເສັຽ ແຫ່ງທີສອງ ຈະສ້າງສຳເຣັດ ໃນທ້າຍປີ 2016 ນີ້ ແຕ່ສຳລັບ ເຣື້ອງກິ່ນເໝັນ ນັ້ນ ນາງເວົ້າວ່າ ຈະເຮັດໃຫ້ ກິ່ນເໝັນ ຫມົດໄປນັ້ນ ເປັນໄປໄດ້ຍາກ ຊຶ່ງໃນ ປັດຈຸບັນ ນີ້ ກໍຖືວ່າ ທາງໂຮງງານ ກໍເອົາໃຈໃສ່ ຕໍ່ບັນຫາ ກິ່ນເໝັນ ຢ່າງເຕັມທີ່ແລ້ວ ແລະ ທາງໂຮງງານ ກໍໄດ້ປະຊຸມ ກັບຊາວບ້ານ ໃນບັນຫາ ດັ່ງກ່າວ ໃນແຕ່ລະປີ.
ບັນຫາກິ່ນເໝັນ ໄດ້ສົ່ງຜົລກະທົບ ຕໍ່ຊາວບ້ານ ໃນ 6 ບ້ານ ເປັນຕົ້ນ ບ້ານສາລາຄຳ ໃຕ້ ສາລາຄຳ ເຫນືອ ບ້ານນາໄຫ ບ້ານດອນຝາຍ ແລະ ບ້ານອື່ນໆ ທີ່ ເມືອງຫາດຊາຍຟອງ ນະຄອນຫຼວງ ວຽງຈັນ.