ງົປສ້ອມທາງນະຄອນຫຼວງ ໝົດແລ້ວ
2015.08.04
ເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ໄດ້ ໃຊ້ ງົປມານ ຄັ້ງທີ ສອງ ມູນຄ່າ ເກືອບ 6 ຕື້ ກີບ, ເພື່ອ ສ້ອມແປງ ເສັ້ນທາງ ຢູ່ ນະຄອນ ຫຼວງວຽງຈັນ ໃນ ຣະດູ ຝົນ ປີ ນີ້.
ໃນ ອາທິດ ທີ່ ຜ່ານມາ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ, ໄດ້ປະຊຸມ ກັບຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນ ຫຼວງວຽງຈັນ, ກ່ຽວກັບ ການ ສ້ອມແປງ ເສັ້ນທາງ ໃນ ຣະດູ ຝົນ. ບັນຫາ ທີ່ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ປະສົບຢູ່ ປັດຈຸບັນ ນີ້ ແມ່ນ ງົບປະມານ ສ້ອມແປງ ເສັ້ນທາງ ບໍ່ມີ ອີກແລ້ວ. ເຈົ້າໜ້າທີ່ ຈາກ ກົມ ທາງຫຼວງ ທ່ານນຶ່ງ ໃຫ້ ເຫດຜົນວ່າ ການ ເກັບເງິນ ຄ່າທາງ ບໍ່ໄດ້ຕາມ ເປົ້າໝາຍ ທີ່ ຕັ້ງໄວ້ ຍ້ອນວ່າ ເງິນ ຮົ່ວໄຫລ.
ນອກຈາກ ນີ້ ທ່ານ ເດດສົງຄາມ ທໍາມະວົງ ຫົວໜ້າ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນຫຼວງ ກໍຍອມຮັບ ວ່າ ງົບປະມານ ສ້ອມແປງ ເສັ້ນທາງ ໃນ ຣະດູຝົນ ນີ້ ບໍ່ພຽງພໍ. ດັ່ງ ທ່ານ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ໃນ ຣະດູຝົນ ການກໍ່ສ້າງ ໃຫຽ່ຕ່າງໆ ພວກເຮົາ ບໍ່ ສາມາດ ປະຕິບັດ ໄດ້ ການຈັດຕັ້ງ ປະຕິບັດ ໄດ້ ໃຊ້ ທຶນສູງ ຫັ້ນລະເນາະ, ພວກເຮົາ ມັນ ງົບປະມານ ມັນ ບໍ່ພຽງພໍ ນ່າ, ກະຕ້ອງການ ສູງ ຢູ່ຫັ້ນລະ ເນາະ ຄວາມ ສາມາດ ໃນການ ຕອບສນອງ ທຶນ, ປັດຈຸບັນ ທຶນ ພວກເຮົາ ມັນຫນ້ອຍ ຫັ້ນນ່າ ກະຍອມຮັບ ເນາະ, ທາງ ປະຊາຊົນ ທາງ ສາຍດ່ວນ ສາຍຕົງ ເຂົ້າມາຫາ ທາງການເຮົາ ກະມີຫລາຍ ແຕ່ວ່າ ຄວາມສາມາດ ຂອງທຶນ ທີ່ ຊິໄປເຮັດ ຕອບສນອງ ບໍ່ໄດ້".
ປັດຈຸບັນ ນີ້ ເສັ້ນທາງ ຢູ່ ນະຄອນ ຫຼວງວຽງຈັນ ເປ່ເພ ຫຼາຍທີ່ສຸດ ກວ່າ ທຸກໆປີ, ເຮັດໃຫ້ ປະຊາຊົນ ທີ່ ສັນຈອນ ໄປມາ ໃນແຕ່ລະ ມື້ ພົບຄວາມ ສໍາບາກ. ທີ່ ຜ່ານມາ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໄດ້ ອະນຸມັດ ງົບປະມານ ມູນຄ່າ ເກືອບ 8 ຕື້ ກີບ ຄັ້ງທີ ນຶ່ງ ເພື່ອ ສ້ອມແປງ ເສັ້ນທາງ ຢູ່ ນະຄອນ ຫຼວງວຽງຈັນ ໃນ ຣະດູຝົນ ນີ້, ແຕ່ກໍບໍ່ ພຽງພໍ.