ລະວັງຖນົນກໍາລັງ ກໍ່ສ້າງ
2017.04.06
ເຈົ້າໜ້າທີ່ແຂວງວຽງຈັນ ເຕືອນປະຊາຊົນ ທີ່ໃຊ້ຣົດ ໃຊ້ຖນົນ ໃຫ້ລະມັດລະວັງ ປ້ອງກັນ ອຸບັດຕິເຫດ ໃນລະຍະ ກ່ອນບຸນ ປີໃໝ່ລາວນີ້ ເພາະຫຼາຍຈຸດ ຕາມເສັ້ນທາງເລກ 13 ມີການສ້ອມແປງ ແລະມີການລາດຢາງ ລະຍະທາງປະມານ 63 ກິໂລແມັຕ ຍັງບໍ່ທັນແລ້ວ, ໃນ ລະຍະນີ້ ໃຫ້ປະຊາຊົນ ຂັບຣົດ ບໍ່ເກີນ 60 ກິໂລແມັຕ ຕໍ່ຊົ່ວໂມງ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ແຂວງວຽງຈັນ ຕໍ່ RFA ໃນວັນທີ 5 ເມສາ ນີ້:
"ພວກເຮົາມີແຈ້ງການ ຕິດໄວ້ໃນທຸກຈຸດ ເຖິງບ້ານ ປະຊາຊົນເລີຍ ໃຫ້ຂະເຈົ້າເຕືອນ ແບບນີ້ໄວ້ໝົດ ກະໃຫ້ລະມັດລະວັງ ແຫລ້ວ ເຕັມ ສະປີດຫຼາຍ ກະບໍ່ໄດ້ ເພາະວ່າ ບ້ານເຮົາ ມັນທາງບໍ່ງາມ ຂໍອະພັຍຫຼາຍໆເນາະ ໃຫ້ໄດ້ລະມັດລະວັງ ກວດເຊັກແນ່ ພາຫະນະກ່ອນໄດ໋ ຈັ່ງຄ່ອຍມາ ເພາະວ່າມັນທາງມັນ ຂຶ້ນໂນນ ຂຶ້ນດອຍ".
ປັດຈຸບັນນີ້ ແຂວງວຽງຈັນ ກໍາລັງສ້ອມແປງ ຖນົນເລກ 13 ຫລາຍຈຸດ ເຊັ່ນ ຖນົນຈາກ ບ້ານຫີນເຫີບ ໄປຫາ ເມືອງວັງວຽງ ໄປຫາ ເມືອງກາສີ ເພາະຫົນທາງ ເປັນຫລຸບ ເປັນບໍ່ ທີ່ເກີດຈາກ ຝົນຕົກແຮງ ຣົດຂນາດໜັກແລ່ນ ທັງການຂົນສົ່ງ ກໍເພີ່ມຂຶ້ນ ໃນແຕ່ລະມື້.
ແຕ່ເພື່ອຄວາມປອດພັຍ ເຈົ້າໜ້າທີ່ ກໍມີເຄື່ອງໝາຍເຂດ ທີ່ມີການສ້ອມແປງ ເອົາໄວ້ ຢ່າງຈະແຈ້ງ ແລະ ໃຫ້ລະມັດລະວັງ ເປັນພິເສດ ຢູ່ເຂດແປງທາງ ທີ່ເປັນທາງ ຂຶ້ນໂນນຂຶ້ນພູ ທາງໂຄ້ງ ໂຄ້ງມາ ເປັນຕົ້ນ.
ຣາຍງານຫຼ້າສຸດໂດຍສະເພາະ ວັນທີ 4 ເມສາ 2017 ນີ້ກໍເກີດອຸບັດຕິເຫດ 3 ເທື່ອ ຍ້ອນຖນົນ ທີ່ລາດຢາງນັ້ນ ບໍ່ທັນແຫ້ງ, ບໍ່ມີປ້າຍ ແຈ້ງໃຫ້ຮູ້້ ໄວ້ກ່ອນແຕ່ໄກ ແລະຍ້ອນ ປະຊາຊົນ ຂັບຣົດ ໄວເກີນກໍານົດ.