ໂຮງງານຜລິດປລາສຕິກ ຖືກ ສອດຊ່ອງ
2019.01.28

ປັຈຈຸບັນ ທາງຫ້ອງການ ເມືອງແກ້ວອຸດົມ ແຂວງວຽງຈັນ, ໄດ້ເຂັ້ມງວດ ໃນການຜລິດປລາສຕິກ ຂອງໂຮງງານຊີຊິ້ນ, ຊຶ່ງເປັນຂອງນັກ ລົງທຶນຈີນ ຕັ້ງຢູ່ບ້ານໂພນຄໍາ ເພື່ອບໍ່ໃຫ້ເກີດຜົນກະທົບ ຕໍ່ສິ່ງແວດລ້ອມ, ຍ້ອນໂຮງງານດັ່ງກ່າວ, ໄດ້ສັ່ງໃຫ້ຣົດບັນທຸກ ຂົນຂິ້ເຫຍື່ອໄປ ຜລິດເປັນປລາສຕິກສໍາເຣັດຮູບ, ດັ່ງເຈົ້າໜ້າທີ່ຫ້ອງການ ອຸດສາຫະກັມແລະການຄ້າ ເມືອງແກ້ວອຸດົມ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 28 ມົກກະຣາ ນີ້ວ່າ:
“ເຂົາເອົາ, ເອົາສິ່ງເສດເຫລືອຫັ້ນມີແທ້, ເຂົາເຈົ້ານໍາເຂົ້າມາ, ເອົາມາທາງໄທຫັ້ນແຫລະ, ມັນເປັນແນວນີ້ເນາະ, ໂຮງງານປລາສຕິກຫັ້ນ ເພິ່ນເອົາສິ່ງເສດເຫລືອ ຫຼືວ່າປລາສຕິກທີ່ວ່າໃຊ້ແລ້ວຫັ້ນນະ, ເພິ່ນເອົາມາເຂົ້າໂຮງງານເພິ່ນ, ແລະເອົາມາ ຣິໄຊໂກຄືນ ເອົາມາປຸງແຕ່ງ, ເອົາມາຕົ້ມຄືນ, ແລະກໍມາປຸງແຕ່ງເປັນເມັດຢາງ ປລາສຕິກເນາະ."
ທ່ານກ່າວຕື່ມວ່າ ມາຮອດປັຈຈຸບັນ, ການຜລິດປລາສຕິກຂອງໂຮງງານດັ່ງກ່າວ, ກໍດໍາເນິນງານໄປຕາມຂັ້ນຕອນ ທີ່ຖືກຕ້ອງ, ແລະຍັງບໍ່ທັນ ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແຕ່ຢ່າງໃດເທື່ອ. ສ່ວນເຣື້ອງສົ່ງກີ່ນຂິວ ຈາກເສດຂີ້ເຫຍື່ອນັ້ນ, ທາງການກໍໄດ້ແກ້ໄຂ ບັນຫານີ້ແລ້ວ, ໂດຍ ການໃຊ້ນໍ້າສີດລ້າງ ເສດຂິ້ເຫຍື່ອປລາສຕິກ, ແລະຖົງຢາງ ທີ່ເອົາມານັ້ນໃຫ້ສະອາດ ກ່ອນຈະຂັດແຍກເຂົ້າໂຮງງານ, ແລະວ່າ ຂີ້ເຫຍື່ອທີ່ບໍ່ ນໍາໄປຜລິດນັ້ນ, ກໍໄດ້ທໍາລາຍຖິ້ມໝົດ, ໂດຍບໍ່ໃຫ້ມີຜົນສ່ຽງຕໍ່ ສິ່ງແວດລ້ອມ.
ກ່ອນໜ້ານີ້ ວິທຍຸເອເຊໍັຍເສຣີ ຣາຍງານຂ່າວວ່າ ໄດ້ເອົານໍ້າເປື້ອນ ຈາກການລ້າງຂີ້ເຫຍື່ອ ຖິ້ມລົງໃສ່ນໍ້າລີກ, ເຮັດໃຫ້ປະຊາຊົນຢ້ານວ່າຈະ ມີມົລພິດທາງນໍ້ານັ້ນ, ເຈົ້າໜ້າທີ່ທ່ານນີ້ ຢືນຢັນວ່າ, ຈາກການກວດກາພົບວ່າ, ໂຮງງານປລາສຕິກແຫ່ງນີ້, ບໍ່ໄດ້ປ່ອຍ ນໍ້າເປື້ອນລົງໃສ່ນໍ້າ ແຕ່ຢ່າງໃດ.
ເຖິງຢ່າງໃດກໍຕາມ ໂຮງງານປລາສຕິກດັ່ງກ່າວ, ດໍາເນີນການຜລິດມາແຕ່ເດືອນສິງຫາ ປີ 2018 ຊຶ່ງໄດ້ຮັບອະນຸຍາດ ໃຫ້ຜລິດເປັນເວລາ 50 ປີ, ໂດຍໂຮງງານຈະສັ່ງໃຫ້ ຣົດບັນທຸກຂົນຂີ້ເຫຍື່ອ ຈາກໄທ ມາສົ່ງໃຫ້ໂຮງງານ ແຫ່ງນີ້ອາທິດລະເທື່ອ, ເພື່ອຜລິດ ເປັນປລາສຕິກ ສໍາເຣັດຮູບ ສົ່ງຂາຍໃຫ້ບໍຣິສັດຕ່າງໆ ເພື່ອນໍາໄປຜລິດຕື່ມອີກ ເປັນເຄື່ອງໃຊ້, ຂອງຫລິ້ນ, ແລະ ອື່ນໆອີກ ຢູ່ປະເທດຈີນ.