ເພື່ອຫຼຸດຜ່ອນຝຸ່ນ PM 2.5, ນະຄອນຫຼວງວຽງຈັນ ຫ້າມຈູດປ່າ-ຂີ້ເຫຍື້ອ ຊະຊາຍ
ນະຄອນຫລວງວຽງຈັນ ອອກແຈ້ງການຫ້າມ ຈູດຂີ້ເຫຍື້ອ ຈູດປ່າ, ຈູດນາ, ຈູດສວນ ເພື່ອຫລຸດຜ່ອນຄັວນພິດ ຝຸ່ນລະອອງ ຂນາດນ້ອຍ ຫຼື PM2.5., ຫາກຜູ້ໃດຝ່າຝືນ ຈະຖືກກ່າວເຕືອນ ແລະລົງໂທດ ຕາມກົດໝາຍ ຂະນະທີ່ໂຮງງານ ອຸດສາຫະກັມໃນເຂດຕົວ ໄດ້ສ້າງຜົລກະທົບ ດ້ວຍການປ່ອຍຄວັນ.
-
ຈຳປາທອງ
2024-01-05 -
-
-
Your browser doesn’t support HTML5 audio
ນະຄອນຫລວວຽງຈັນ ອອກແຈ້ງການ ໃນມື້ວັນທີ 27 ທັນວາ 2023 ຫ້າມບຸກຄົນ, ນິຕິບຸກຄົນ ຈູດຂີ້ເຫຍື້ອ, ຈູດປ່າ ແລະຈູດທົ່ງນາ, ຮົ້ວສວນ ຊະຊາຍ ເພື່ອສະກັດກັ້ນ, ຄວບຄຸມ ແລະປ້ອງກັນ ບໍ່ໃຫ້ເກີດມົລພິດທາງອາກາດ ແລະຝຸ່ນລະອອງ ຂນາດນ້ອຍ ຫລື PM 2.5 ເກີນມາຕຖານ ໃນໄລຍຣະດູແລ້ງ 2024 ນີ້. ຫາກຜູ້ໃດລະເມີດແຈ້ງການດັ່ງກ່າວ ຈະຖືກກ່າວເຕືອນ ແລະດໍາເນີນຄະດີ ທາງແພ່ງ ຫລືອາຍາ ຕາມທີ່ກົດໝາຍກໍານົດໄວ້.
ກ່ຽວກັບແຈ້ງການຫ້າມ ທີ່ວ່ານີ້ ຊາວບ້ານຜູ້ນຶ່ງຢູ່ເມືອງສັງທອງ ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ມົກກະຣານີ້ວ່າ ເປັນການຫ້າມ ທີ່ຂ້ອນຂ້າງເຂັ້ມງວດ, ແຕ່ກໍບໍ່ໝາຍຄວາມວ່າ ທຸກຄົນຈະປະຕິບັດຕາມ ເພາະຍັງມີຊາວບ້ານຈໍານວນນຶ່ງ ຈູດໄຮ່ ເພື່ອທໍາການກະເສດ ຕາມຣະດູການຢູ່. ໄລຍະນີ້ ຈູດຍັງບໍ່ທັນຫລາຍ, ຄວັນຍັງປົກກະຕິ, ທັມມະດາຢູ່ ແຕ່ຄາດວ່າ ກາງເດືອນມົກກະ ຣານີ້ເປັນຕົ້ນໄປ ຄວັນຈະໜັກຂຶ້ນເລື້ອຍໆ.
ດັ່ງທີ່ທ່ານກ່າວວ່າ:
“ເພິ່ນກະປ້ອງກັນເຂັ້ມງວດ ເພິ່ນກະພວກຄອຍ ເພິ່ນກະເຣີ່ມໄປຈູດໄຮ່ແລ້ວເນາະ. ມັນມີບາງ ຄວັນດໍາທັມມະດາ ຖືວ່າຍັງປົກກະຕິຢູ່ ອີກປະມານກາງເດືອນນີ້ແຫລະ ຈະເຣີ່ມຈູດແລ້ວ.”
ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ເວົ້າວ່າ ສະເພາະຢູ່ເມືອງນີ້ ບໍ່ຄ່ອຍມີຊາວບ້ານຈູດປ່າ, ຈູດໄຮ່ ແລະທົ່ງນາ, ຮົ້ວສວນ ພໍປານໃດ ເພາະເນື້ອທີ່ປ່າໄມ້, ໄຮ່ ແລະທົ່ງນາ ມີໜ້ອຍ ແລະການຈູດຂີ້ເຫຍື້ອ ບໍ່ຈູດຊະຊາຍ ເນື່ອງຈາກມີຣົຖເກັບຂີ້ເຫຍື້ອ ມາເກັບທຸກສັບປະດາ.
“ກະບໍ່ເຫັນໄດ໋ລະ ຄັນຊິອອກແຮງງານລວມນໍາບ້ານນີ້ ກະອາດຊິມີ ຄືຂະເຈົ້າຈູດໃບໄມ້ໃບຫຍ້າທີ່ວ່ານໍາຫົນທາງຫັ້ນຊື່ໆດອກ ມື້ວັນເສົາວັນອາທິດຫັ້ນ ເພາະວ່າມີຣົຖເກັບຂີ້ເຫຍື້ອເດ້. ເຂົາເຈົ້າມາເອົາທຸກອາທິດເດ້.”
ຢູ່ເມືອງຫາດຊາຍຟອງ ຊາວບ້ານຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຢູ່ເມືອງນີ້ ການຈູດຂີ້ເຫຍື້ອ, ຈູດປ່າ ຫລືຈູດໄຮ່ ຊະຊາຍ ບໍ່ຄ່ອຍມີປານໃດ ເພາະເມື່ອຊາວບ້ານ ຈູດໄຮ່, ຈູດທົ່ງນາ ຈະບໍ່ຄ່ອຍມີຄວັນຫລາຍ ຍ້ອນທົ່ງນາຢູ່ໄກຈາກເຂດຊຸມຊົນ ຫລາຍພໍສົມຄວັນ.
“ກະບໍ່ຄ່ອຍໄດ້ເຫັນໄດ໋ລະ ນາຂະເຈົ້າກໍຈະອອກໄກໄປໜ້ອຍນຶ່ງນ່າ. ບໍ່, ບໍ່ຄ່ອຍມີຄວັນນ່າ. ກະຢູ່ແຖວຕລາດ ບໍ່ຄ່ອຍເຫັນ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງວ່າການເມືອງປາກງື່ມ ກ່າວວ່າ ແຕ່ລະປີ ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ໄປຕິດຕາມ-ກວດກາ ເຣື່ອງການຈູດຂີ້ເຫຍື້ອ, ຈູດປ່າ ແລະທົ່ງນາຮົ້ວສວນ ຢູ່ຕລອດ ເພື່ອປ້ອງກັນຜົລກະທົບ ເປັນຕົ້ນຕໍ່ສິ່ງແວດລ້ອມ ແລະຊາວບ້ານສ່ວນໃຫຍ່ ເຂົ້າໃຈບັນຫານີ້, ຖືວ່າບໍ່ມີບັນຫາຫຍັງ.
“ຂະເຈົ້າພາກສ່ວນທີ່ກ່ຽວຂ້ອງ ເພິ່ນກະໄດ້ກໍາກັບຕລອດ ໂຕນີ້ບໍ່ໄດ້ມີແລ້ວໂຕນີ້ນ່າ ເພິ່ນຊີ້ນໍາຕລອດ. ເພິ່ນກະວ່າ ເນັ້ນໜັກກ່ຽວກັບສິ່ງແວດລ້ອມ ເພິ່ນລົງຕິດຕາມຕລອດດອກ. ຖືວ່າບໍ່ມີບັນຫາຫຍັງດອກ.”
ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ມົກກະຣານີ້ ເຖິງບັນຫາມົລພິດທາງອາກາດ ແລະຝຸ່ນລະອອງ ຂນາດນ້ອຍ ທີ່ເກີດຂຶ້ນໃນນະຄອນຫລວງວຽງຈັນ ວ່າ ຈະເກີດຂຶ້ນລະຫວ່າງເດືອນກຸມພາ ໄປຫາເດືອນເມສາ ຍ້ອນມີຊາວບ້ານຈໍານວນນຶ່ງ ເຂົ້າໄປຈູດປ່າເພື່ອລັກລ່າສັດ ແລະຈໍານວນນຶ່ງ ໄປຫາເຄື່ອງປ່າຂອງດົງມາກິນ ແລະຂາຍ ເຮັດໃຫ້ເກີດໄຟໃໝ້ລາມປ່າ. ສ່ວນຊາວບ້ານ ທີ່ຢູ່ຕ່າງແຂວງ ສ່ວນໃຫຍ່ຈະຈູດປ່າ, ຈູດໄຮ່ ເພື່ອກຽມພື້ນທີ່ທໍາການກະເສດ. ນອກຈາກນັ້ນແລ້ວ ມົລພິດທາງອາກາດ ແລະຝຸ່ນລະອອງຂນາດນ້ອຍ ທີ່ວ່ານັ້ນ ແມ່ນເກີດຈາກໂຮງຈັກ, ໂຮງງານອຸດສາຫະກັມ ຂນາດໃຫຍ່ບາງແຫ່ງ ຢູ່ໃນເຂດນຄອນຫລວງວຽງຈັນນີ້ ທີ່ເປັນຜູ້ປ່ອຍ ເຮັດໃຫ້ມັນເກີດຂຶ້ນ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ໄດ້ຕິດຕາມ ກວດກາຢ່າງຕໍ່ເນື່ອງ ເພື່ອບໍ່ໃຫ້ເກີດຜົລກະທົບ ຕໍ່ສິ່ງແວດລ້ອມ.
ດັ່ງທີ່ທ່ານກ່າວວ່າ:
“ສ່ວນຫລາຍມັນໄປລ່າເນື້ອ ໄປນັ້ນແລ້ວມັນຈູດແລ້ວໄຟໄໝ້ ມັນກະລາມໄປແລ້ວຕາມຫົວພູ ໂດຍສະເພາະພູເຂົາຄວາຍນີ້. ເຣື່ອງໄຮ່ນີ້ກະຈໍາກັດແລ້ວ ມັນບໍ່ມີບ່ອນຖາງແລ້ວ ສ່ວນຫລາຍມີແຕ່ພວກໄປຫາກິນ ເຂດອຸດສາຫະກັມ ຄືທີ່ຜ່ານມາກະຈໍາກັດວ່າ ໃຫ້ຢູ່ເຂດນອກຊຸມຊົນ. ສໍາຄັນເຕັກນິກໃນການອັນນ່າ ສະກັດກັ້ນຝຸ່ນ ຫລື ວ່າທາດເຄມີ.”
ແຕ່ເຖິງແນວໃດກໍຕາມ ຢູ່ນະຄອນຫລວງວຽງຈັນ ກໍຍັງມີຫລາຍບັນຫາກ່ຽວກັບສິ່ງແວດລ້ອມ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ເປັນຕົ້ນ ແຕ່ຣະດູແລ້ງ ປີ 2019 ເປັນຕົ້ນມາ ໄດ້ມີຝຸ່ນລະອອງຂນາດນ້ອຍ ເກີນມາຕຖານ ຍ້ອນມີການຈູດປ່າ, ຈູດທົ່ງນາ ສວນ ແລະຈູດຂີ້ເຫຍື້ອ ຊະຊາຍຫລາຍ ຈົນມົວ ແນມບໍ່ເຫັນແຈ້ງ ແລະ ມີຜົລກະທົບຕໍ່ສຸຂພາບຂອງປະຊາຊົນ.
ຕໍ່ໄປນີ້ ຫາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຍັງເມີນເສີຍ ປະປ່ອຍລະຫລວມ ແລະຂາດຄວາມຮັບຜິດຊອບໃນການແກ້ໄຂບັນຫານີ້ ຍິ່ງຈະເຮັດໃຫ້ໝອກຄວັນ ເກີນຄ່າມາຕຖານ ປົກຄຸມ ແລະມົລພິດເພີ່ມຂຶ້ນ ອັນຈະສົ່ງຜົລກະທົບໃສ່ສຸຂພາບ ຂອງປະຊາຊົນ ຮວມທັງພາບພົດຂອງ ນະຄອນຫລວງວຽງຈັນ ຕື່ມອີກ ຢ່າງຫລີກລ່ຽງບໍ່ໄດ້ ໃນຂະນະທີ່ມາຕການແກ້ໄຂບັນຫາດັ່ງກ່າວ ໃນໄລະຍາວຂອງຣັຖບານລາວ ມາເຖິງປັດຈຸບັນ ກໍຍັງບໍ່ທັນມີການກໍານົດຢ່າງຈະ ແຈ້ງເທື່ອ, ມີແຕ່ໄດ້ອອກຄໍາສັ່ງແບບປີຕໍ່ປີ. ມາຕການປ້ອງກັນ ກໍໃຫ້ໃສ່ຜ້າອັດປາກອັດດັງ, ເຄື່ອງປ້ອງກັນແສງແດດ, ໝອກ ແລະອື່ນໆ, ຫລີກເວັ້ນການເຮັດກິຈກັມກາງແຈ້ງ ທີ່ໃຊ້ເວລາດົນ ເຊັ່ນ ການອອກແຮງງານ, ອອກກໍາລັງກາຍ, ໃຫ້ດື່ມນໍ້າ ແລະເຄື່ອງດື່ມ ທີ່ມີເກືອ ແຮ່ທົດແທນໃຫ້ພຽງພໍ. ຖ້າສຸຂພາບມີອາການຜິດປົກກະຕິ ໃຫ້ໄປພົບແພດ ປິ່ນປົວຕາມໂຮງໝໍໃກ້ບ້ານ.