ມ.ສີສັຕນາກ ກໍາລັງປຸກສ້າງ


2013.06.13
F-land ດິນດອນຕ່ອນຫຍ້າ ໃນເມືອງລາວ ເປັນຂອງຄົນລາວ ໃນປະເທດ
Mek/fb

 

ເຈົ້າຫນ້າທີ່ ກະສິກັມ ທີ່ ເມືອງ ສີສັຕນາກ ທ່ານນຶ່ງ ເວົ້າວ່າ ເນຶ້ອທີ່ ການຜລິດ ຂອງ ປະຊາຊົນ ຫລາຍແຫ່ງ ຖືກປ່ຽນ ສະພາບ ເປັນພຶ້ນທີ່ ປຸກສ້າງ ອາຄານ ບ້ານເຮືອນ ຖນົນຫົນທາງ ແລະ ການພັທນາ ຕ່າງໆ ເຮັດໃຫ້ ພຶ້ນທີ່ ການຜລິດ ໃນເຂດ ເມືອງ ຫນ້ອຍລົງ ສົ່ງຜົລໃຫ້ ການຜລິດ ອາຫານ ຫລຸດລົງ ຢ່າງຕໍ່ເນຶ່ອງ. ດັ່ງທ່ານ ກ່າວວ່າ:

"ຕໍ່ກັບບັນຫາ ນີ້ ພວກເຮົາ ກໍໄດ້ຈັດ ໂຊນ ຈັດເຂດ ການຜລິດ ກະສິກັມ ໃນເຂດທີ່ ພວກເຮົາ ສາມາດ ຮັກສາໄດ້ ໃນເນື້ອທີ່ ນາ ທີ່ມີການ ຂຍາຍ ທາງຫລວງ ອີກວິທີ ນຶ່ງ ກໍແມ່ນ ໃນເຂດໃດ ທີ່ວ່າ ພວກເຮົາຢາກ ຮັກສາ ໃຫ້ເປັນເຂດ ຂຽວ ໃຫ້ເປັນບ່ອນ ທຳການຜລິດ ພວກເຮົາກໍ ພຍາຍາມ ບໍ່ໃຫ້ ຂະເຈົ້າ ຜັນປ່ຽນ".

ທ່ານກ່າວ ຕໍ່ໄປວ່າ ແຕ່ກ່ອນ ເມືອງ ສີສັຕນາກ ສາມາດ ຜລິດອາຫານ ແລະ ໄດ້ສົ່ງໃຫ້ ຫລາຍແຂວງ ທີ່ ທຸກຍາກ ນຳອີກ ແຕ່ໃນ ປັດຈຸບັນ ຕ້ອງໄດ້ນຳເຂົ້າ ອາຫານ ການກິນ ຈາກ ແຂວງອຶ່ນ ເພາະພຶ້ນທີ່ ປຸູກຝັງ ຖືກ ກຸ່ມນາຍທຶນ ຊຶ້ໄປປຸກ ອາຄານ ບ້ານເຮືອນ ແລະ ສູນການຄ້າ.

ທາງການແຂວງ ກຳລັງ ປຸກຣະດົມ ປະຊາຊົນ ໃຫ້ ອະນຸຮັກ ພຶ້ນທີ່ໃວ້ ບໍ່ໃຫ້ ຂາຍ ໃຫ້ນັກລົງທຶນ ເພຶ່ອ ການປຸກສ້າງ ປະເພດຕ່າງໆ ແຕ່ບໍ່ຮູ້ວ່າ ຈະໄດ້ ຜົລ ຫລືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.