ຂ.ວຽງຈັນຫ້າມຢາຂ້າຫຍ້າ ຈາກໄທ
2016.07.29
ຂແນງປູກຝັງ ແຂວງວຽງຈັນ ບໍ່ ອະນຸຍາດ ໃຫ້ນຳ ຢາຂ້າຫຍ້າ ຈາກ ປະເທສໄທ ເຂົ້າມາໃຊ້ ໃນແຂວງ ຂອງຕົນ. ຫຼັງຈາກ ເຈົ້າໜ້າທີ່ ໄດ້ກວດພົບວ່າ ມີການນຳເຂົ້າ ມາໃຊ້ ຢ່າງຫຼວງຫຼາຍ ໃນສວນ ປູກມັນຕົ້ນ, ໝາກເດືອຍ, ແລະ ສາລີ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຂແນງ ປູກຝັງ ແຂວງວຽງຈັນ ຕໍ່ ວິທຍຸ ເອເຊັຽ ເສຣີ ໃນ ວັນທີ 28 ກໍຣະກະດາ ນີ້:
"ສ່ວນຫລາຍກະມີແຕ່ ກວດນຳຮ້ານ ຫັ້ນແຫລະ ເພາະວ່າເຂົາ ເຂົ້າມາຢູ່ດ່ານ ຟຸ້ນເດນໍ ເຮົາມີດ່ານຢູ່ ຈັງຫວັດເລີຍ ກັບຢູ່ ປາກຊົມ ນີ້ນະ ໃຫ້ອ້າຍນ້ອງ ພະນັກງານ ເຮົາກວດຢູ່ ຫັ້ນເດນໍ ຄວາມຈິງ ມັນກໍມີເດ ນະບັນຫາ ຄັນຫ້າມໄດ້ ກໍບໍ່ຢາກ ໃຫ້ໃຊ້ ຕ່າງແຕ່ວ່າ ປະຊາຊົນ ເຂົາ ປູກໝາກເດືອຍ ປູກມັນຕົ້ນ ມັນຫຍັງນະ ເປັນພື້ທີ່ ກວ້າງນໍ ພື້ນທີ່ໃຫຍ່ ເປັນ ສີ່ຫ້າສິບໄລ່ ເປັນຮ້ອຍໄລ່ ພຸ້ນນະ ເຂົາກໍເສັຍ ຫຍ້າບ່ອຍ ເຂົາເລີຍ ສີດຢາຄຸມ".
ທ່ານເວົ້າຕື່ມວ່າ ທາງແຂວງ ໄດ້ໄປແນະນຳ ໃຫ້ ປະຊາຊົນ ຮູ້ເຖິງ ຄວາມຈຳເປັນ ແລະ ບໍ່ຈຳເປັນ ຂອງການໃຊ້ ຢາຂ້າຫຍ້າ ແລະວິທີ ປ້ອງກັນ ສານເຄມີ ນັ້ນແລ້ວ. ແຕ່ເຖິງວ່າ ພວກເຂົາເຈົ້າ ຈະຮູ້ເຖິງພັຍ ອັນຕະລາຍ ຈາກການນຳໃຊ້ ສານເຄມີ ນັ້ນແລ້ວ ແຕ່ກໍຍັງ ບໍ່ເຊົາໃຊ້ ຍ້ອນສວນ ທີ່ປູກພືດພັນ ເຫລົ່ານັ້ນ ກວ້າງໃຫຍ່.
ເພື່ອແກ້ໄຂບັນຫາ ດັ່ງກ່າວ ທາງ ກະຊວງ ອຸດສາຫະກັມ ແລະ ການຄ້າ ໄດ້ຮ່າງ ກົດໝາຍ ວ່າດ້ວຍ ການຄວບຄຸມ ການໃຊ້ ສານເຄມີ ໃນພື້ນທີ່ ກະສິກັມ ຊຶ່ງ ປັດຈຸບັນ ຫຼາຍໜ່ວຍງານ ກຳລັງກວດກາ ຮ່າງນັ້ນຢູ່ ແລະ ຢູ່ໃນຂັ້ນຕອນ ຂອງ ການລໍຖ້າ ການພິຈາຣະນາ ແລະ ຮັບຜ່ານ ຈາກ ສະພາ ແຫ່ງຊາດ ໃນເດືອນ ທັນວາ 2016 ນີ້. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ກົມກົດໝາຍ ຂອງ ສະພາ ແຫ່ງຊາດ:
"ຍັງ ຍັງເທື່ອ ຍັງບໍ່ທັນໄດ້ ປະຕິບັດໃຊ້ ດຽວນີ້ຫັ້ນ ຢູ່ໃນຂັ້ນຕອນ ການກວດກາ ຮ່າງ ມັນມີຫລາຍ ໜ່ວຍງານ ທີ່ ຮັບຜິດຊອບ ນະ ແຕ່ວ່າ ຮ່າງກົດໝາຍ ນັ້ນຈະເປັນ ກະຊວງ ອຸດສາຫະກັມ ແລະ ການຄ້າ".
ນາງ ເວົ້າຕື່ມວ່າ ຫາກບໍ່ມີ ບັນຫາ ຮ່າງກົດໝາຍ ດັ່ງກ່າວ ອາຈໄດ້ ປະກາດໃຊ້ ໃນປີ 2017 ເພື່ອຄຸ້ມຄອງ ການໃຊ້ ສານເຄມີ ຮວມທັງ ຢາຂ້າຫຍ້າ ທີ່ກຳລັງ ແຜ່ຫຼາຍ ໃນລາວ.
ປັດຈຸບັນ ທາງການລາວ ໄດ້ສັ່ງຫ້າມ ນຳຢາ ຂ້າຫຍ້າ ປະເພດ ກຣັມມອກໂຊນ ຫລື ພາຣາວອຕ ຊຶ່ງ ມັກມີການ ລັກນຳເຂົ້າ ຈາກ ປະທສໄທ, ຈີນ ແລະ ວຽດນາມ. ຢາຂ້າຫຍ້າ ທີ່ວ່ານັ້ນ ມັກຖືກ ນຳມາໃຊ້ ໃນ ສວນສາລີ ແລະ ໝາກເດືອຍ ຢູ່ ແຂວງວຽງຈັນ, ໄຊຍະບູຣີ, ຊຽງຂວາງ ແລະ ແຂວງຫົວພັນ ພາກເໜືອ ຂອງລາວ.