ເອກກະຊົນກູ້ຣະເບີດຕົກຄ້າງ
ບໍຣິສັດ ເອກກະຊົນ ພວມສຳຣວດ ແລະ ເກັບກູ້ ຣະເບີດ ຕົກຄ້າງ ຕາມແລວ ການກໍ່ສ້າງ ທາງ ຣົດໄຟ ລາວ-ຈີນ.
-
ອະວາຣີ
2016-02-03 -
-
-
Your browser doesn’t support HTML5 audio
ຣັຖບານ ລາວ ຈ້າງ ບໍຣິສັດ ເອກກະຊົນ ເກັບກູ້ ຣະເບີດ ທີ່ ຍັງບໍ່ແຕກ ອອກຈາກ ແລວ ການກໍ່ສ້າງ ທາງ ຣົດໄຟ ລາວ-ຈີນ ທີ່ ຈະຜ່ານ ແຂວງ ຫຼວງນ້ຳທາ ຂ.ອຸດົມໄຊ ຂ.ຫຼວງພຣະບາງ ແຂວງ ວຽງຈັນ ແລະ ນະຄອນຫຼວງ ວຽງຈັນ.
ຈົນເຖິງ ປັດຈຸບັນ ບໍຣິສັດ ເອກກະຊົນ ໄດ້ເກັບກູ້ ຣະເບີດ ຕົກຄ້າງ ຈຳນວນນຶ່ງ ແລ້ວ ໃນແຂວງ ຫຼວງພຣະບາງ. ເຈົ້າຫນ້າທີ່ ໂຄງການ ເກັບກູ້ ຣະເບີດ ແຫ່ງຊາດລາວ ປະຈຳ ແຂວງ ຫຼວງພຣະບາງ ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 2 ກຸມພາ ນີ້ ວ່າ:
“ຂະເຈົ້າ ຕ້ອງໄປຈ້າງ ກວດຈ້າງ ບໍຣິສັດ ເອກກະຊົນ ພຸ້ນແລ້ວ. ມີ ມັນມີ ມັນເປັນເມືອງ ທີ່ວ່າ ເປັນຖິ່ນ ຣະເບິດ ຕົກຄ້າງ. ການຣົດໄຟ ນີ້ ສ່ວນຫຼາຍ ຖືກ ກໍຈະ ຖືກຫນ້ອຍ ເພາະວ່າ ຂະເຈົ້າ ເຈາະ ພູຊື ຂະເຈົ້າ ກໍເຈາະໄປ ເນາະ, ບໍ່ໄດ້ກວດ ຫນ້າດິນ”.
ສຳລັບ ເຂດເມືອງ ໃນແຂວງ ຫຼວງພຣະບາງ ທີ່ຈະຖືກ ທາງຣົດໄຟ ຕັດຜ່ານ ກໍມີ ເມືອງວຽງຄຳ, ມ.ຫຼວງພຣະບາງດ ມ.ຈອມເພັດ ແລະ ນ້ຳບາກ. ແຂວງ ຫຼວງພຣະບາງ ກຍັງມີ ຣະເບີດ ປາງສົງຄາມ ຕົກຄ້າງຢູ່ ແລະ ໂຄງການ ເກັບກູ້ ຣະເບີດ ແຂວງ ຫຼວງພຣະບາງ ກໍຢາກໄດ້ ງົບປະມານ ຈ້າງ ເຈົ້າຫນ້າທີ່ ເກັບກູ້ ເພິ່ມຕື່ມ. ດັ່ງ ທ່ານກ່າວ ອີກວ່າ:
“ເກັບໄດ້ເຣື້ອຍໆ ຢູ່ ກໍທຳລາຍ ແຕ່ລະມື້ຢູ່. ບໍ່ທັນພຽງພໍ ກຳລັງຂໍ ຕື່ມ 3-4 ຄົນ ເພາະ ທີມງານ ມັນຂາດ, ທີ່ຕ້ອງການ ເພີ່ມນີ້ ມັນມີ ນັກເກັບກູ້ 3 ຄົນ ນັກ ຂັບເຮືອ 1 ຄົນ ຄົບຂັບຣົດ 1 ຄົນ ແລະ ແພດ 1 ຄົນ”.
ໂຄງການ ເກັບກູ້ຣະເບີດ ແຫ່ງຊາດ ລາວ ໄດ້ຮັບເງິນ ຊ່ວຍເຫລືອ ຈາກ ຫຼາຍປະເທດ ເປັນຕົ້ນ ຈາກ ສະຫະຣັຖ ອະເມຣິກາ ຍີ່ປຸ່ນ ລຸກຊັມບວກ ແລະ ນໍເວ.