ກອງປະຊຸມເພື່ອນມິດແມ່ນໍ້າຂອງ
2015.02.10
ກອງປະຊຸມ ພິເສດ ຂອງ ເພື່ອນມິດ ລຸ່ມ ແມ່ນໍ້າຂອງ ທີ່ ສົນທະນາ ກ່ຽວກັບ ຄວາມ ສໍາຄັນ ຂອງ ແມ່ນໍ້າຂອງ ເພື່ອ ການ ພັທນາ ເສຖກິດ ພູມີພາກ ແບບ ຍືນຍົງ ຊຶ່ງ ມີຂຶ້ນຢູ່ເມືອງ ປາກເຊ ແຂວງ ຈໍາປາສັກ ໃນ ວັນທີ 2 ກຸມພາ 2015 ໂດຍ ກະຊວງ ການ ຕ່າງ ປະເທດ ສະຫະຣັຖ ອະເມຣິກາ ຮ່ວມກັບ ຣັຖບານ ລາວ ຈັດຂຶ້ນ ນັ້ນ ກະຊວງ ການຕ່າງ ປະເທດ ສະຫະຣັຖ ໄດ້ອອກ ບົດ ຖແລງຂ່າວ ວ່າ ເທື່ອນີ້ ເປັນ ຄັ້ງທໍາອິດ ທີ່ ເພື່ອນມິດ ຂອງ ລຸ່ມ ແມ່ນໍ້າຂອງ ແລະ ກຸ່ມ ໃຫ້ ການ ຊ່ວຍເຫລືອ, ໄດ້ມາ ຊ້ອງໜ້າ ກັນ ກັບບັນດາ ປະເທດ ລຸ່ມ ແມ່ນໍ້າຂອງ ເພື່ອ ສົນທະນາ ຄວາມ ເຊື່ອມໂຍງ ຣະຫ່ວາງ ແຫລ່ງ ຊັພຍາກອນ ນໍ້າ, ຄວາມ ຕ້ອງການ ພລັງງານ, ແລະ ຄວາມ ຮັບປະກັນ ດ້ານ ອາຫານ.
ກອງ ປະຊຸມ ນີ້ ມີຂຶ້ນ ໃນທ້າຍ ເວລາ ທີ່ ທາງການ ລາວ ແລະ ກັມມາ ທິການ ແມ່ນໍ້າຂອງ ຫາ ກໍສິ້ນສຸດ ຂັ້ນຕອນ ການ ປຶກສາ ຫາລື ລ່ວງໜ້າ ເຣື້ອງ ໂຄງການ ເຂື່ອນ ດອນສະໂຮງ ທີ່ ປະເທດ ລຸ່ມ ແມ່ນໍ້າຂອງ ຈໍານວນ ນຶ່ງ ບໍ່ເຫັນດີ ນໍາໂຄງການ ນີ້, ເພາະ ເຫັນວ່າ ມັນຈະສົ່ງ ຜົນ ເສັຽຫາຍ ຂ້າມແດນ ຕໍ່ ສິ່ງ ແວດລ້ອມ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຢູ່ ປະເທດ ໃຕ້ເຂື່ອນ ເຊັ່ນ: ກໍາພູຊາ ແລະ ວຽດນາມ. ສໍາລັບ ສປປລາວ ແລ້ວ ແຫ່ລງ ຊັພຍາກອນ ນໍ້າ ໃນ ແມ່ນໍ້າຂອງ ມີຄວາມ ຈໍາເປັນ ສໍາລັບ ການ ພັທນາ ເສຖກິດ ຂອງ ປະເທດ ຕົນ ແລະ ບໍ່ມີ ທ່າທີວ່າ ຈະຢຸດ ການ ກໍ່ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ.
ເມື່ອ ວັນທີ 7 ກຸມພາ ນີ້ ໜັງສື ພິມ ທາງການ ລາວ ວ່າ ຣັຖບານ ລາວ ໄດ້ ປະກາດ ປິດ ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ເຣື້ອງ ໂຄງການ ສ້າງ ເຂື່ອນ ດອນ ສະໂຮງ ລົງແລ້ວ ຫລັງຈາກ ໄດ້ ດໍາເນີນ ມາແລ້ວ ເປັນ ເວລາ 6 ເດືອນ ແຕ່ ຈະສືບຕໍ່ ປຶກສາ ຫາລື ຊອກຫາ ວິທີທາງ ໃນການ ປົກປັກ ຮັກສາ ແມ່ນໍ້າຂອງ ໃຫ້ ຍືນຍົງ.
ກອງ ປະຊຸມ ພິເສດ ເພື່ອນມິດ ແມ່ນໍ້າຂອງ ຕອນລຸ່ມ ໄດ້ ດໍາເນີນ ໄປ ເປັນເວລາ 2 ວັນ ໂດຍການ ເປັນ ປະທານ ຮ່ວມ ຂອງ ທ່ານ Thomas Shannon ທີ່ ປຶກສາ ກະຊວງ ການ ຕ່າງ ປະເທດ ສະຫະຣັຖ ກັບ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ຮັຖມົນຕຣີ ກະຊວງ ການຕ່າງ ປະເທດ ສປປ ລາວ.
ຕາມ ຣາຍງານ ໜັງສືພິມ ທາງການ ລາວ ນັ້ນ ທ່ານ ສະເຫລີມໄຊ ກ່າວວ່າ ລາວ ຖືເປັນ ຄວາມ ສໍາຄັນ ຕໍ່ ເວທີ ເພື່ອນມິດ ລຸ່ມ ແມ່ນໍ້າຂອງ ແລ້ວ ທ່ານ ຍັງກ່າວ ໃຫ້ການ ຄໍ້າປະກັນ ແກ່ ຜູ້ເຂົ້າຮ່ວມ ກອງ ປະຊຸມ ວ່າ ສປປ ລາວ ຈະ ສືບຕໍ່ ການ ເຂົ້າຮ່ວມ ຢ່າງ ຕັ້ງໜ້າ ກັບ ບັນດາ ປະເທດ ແມ່ນໍ້າຂອງ ແລະ ຄູ່ຮ່ວມ ພັທນາ ເພື່ອ ຊຸກຍູ້ ການ ພັທນາ ພູມີພາກ.
ໃນ ໂອກາດ ດຽວກັນ ນັ້ນ ທ່ານ ວິຣະພົນ ວີຣະວົງ ຮອງ ຣັຖມົນຕຣີ ພລັງງານ ແລະ ບໍແຮ່ ກ່າວ ໃຫ້ ການ ຄໍ້າປະກັນ ໃນຕອນນຶ່ງ ຕື່ມ ທີ່ມີ ຄວາມໝາຍ ວ່າ: ຣັຖບານ ລາວ ໄດ້ໃຊ້ ເທັກໂນໂລຈີ ທີ່ ທັນສະໄໝ ໃນການ ພັທນາ ໂຄງການ ເຂື່ອນ ພລັງງານ ນໍ້າ ແລະ ມີຄວາມ ຮັບ ຜິດຊອບ ຕໍ່ ສັງຄົມ ແລະ ສິ່ງແວດລ້ອມ ແລະວ່າ ພວກທ່ານ ຈະບໍ່ ສາມາດ ປະຕິບັດ ເງື່ອນໄຂ ຕ່າງໆທີ່ ທາງ ທະນາຄານ ໂລກ, ທະນາຄານ ພັທນາ ເອເຊັຽ ແລະ ຄູ່ຮວມ ພັທນາ ວາງອອກ ໄດ້ ຮ້ອຍ ສ່ວນ ຮ້ອຍ. ແຫລ່ງຂ່າວ ຕ່າງ ປະເທດ ບາງ ສະບັບ ຕີ ຄວາມໝາຍ ຂອງ ກອງປະຊຸມ ວ່າ ລາວ ໄດ້ຮັບ ການ ກົດດັນ ທາງ ການທູດ ກ່ຽວກັບ ການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ.
ບົດຖແລງ ຂ່າວ ຂອງ ກະຊວງ ການ ຕ່າງ ປະເທດ ສະຫະຣັຖ ວ່າ ສະຖານະພາບ ຂອງ ແມ່ນໍ້າຂອງ ມີຄວາມ ສໍາຄັນ ຍິ່ງ ຕໍ່ການ ເຕີບໃຫຍ່ ຂອງ ເສຖກິດ ແລະ ການພັທນາ ແບບ ຍືນຍົງ ຂອງ ພູມີພາກ ໂດຍ ເວົ້າວ່າ ຢູ່ ກໍາພູຊາ ແມ່ນໍ້າ ຂອງ ຮັ່ງມີ ໂດຍ ຊີວະ ນານາ ພັນ ຂອງ ສາຂາ ແມ່ນໍ້າ ທີ່ ໃຫ້ອາຫານ ແກ່ຄົນໃນ ທົ່ວ ປະເທດ ຫລາຍກ່ວາ 60 ສ່ວນຮ້ອຍ. ຢູ່ ວຽດນາມ ນໍ້າຂອງ ໃຫ້ ນໍ້າ ແກ່ ອູ່ເຂົ້າ ອູ່ປາ ເຂດ ສາມຫລ່ຽມ ຊຶ່ງ ເປັນບ່ອນ ຜລິດ ເຂົ້າ ແຫ່ງ ສໍາຄັນ ຂອງ ປະເທດ.
ຢູ່ລາວ, ໄທ ແລະ ພະມ້າ ແມ່ນໍ້າຂອງ ເປັນ ສາຍເລືອດ ການ ຂົນສົ່ງ ເປັນ ແຫລ່ງ ທີ່ຢູ່ ອາໄສ ຂອງ ສັດນໍ້າ ແລະ ການກະເສດ ແລະ ເປັນ ແຫ່ລງ ພລັງງານ ໃຊ້ຜລິດ ໄຟຟ້າ. ເປັນທີ່ ແຈ້ງຂາວ ແລ້ວວ່າ ຜົນ ປໂຍດ ທີ່ ລາວ ອາໄສ ຕໍ່ ຊັພຍາກອນ ນໍ້າ ໃນ ແມ່ນໍ້າຂອງ ມີແຕ່ ການໃຊ້ ພລັງງານ ນໍ້າ ເພື່ອຜລິດ ໄຟຟ້າ ເທົ່ານັ້ນ ທີ່ເປັນ ບັນຫາ ຂັດແຍ້ງ ກັບ ປະເທດ ລຸ່ມ ແມ່ນໍ້າຂອງ ດ້ວຍກັນ.
ຕໍ່ຄວາມ ສໍາຄັນ ຂອງ ແມ່ນໍ້າຂອງ ທີ່ ມີຕໍ່ ແຕ່ລະ ປະເທດ ນີ້ ກອງ ປະຊຸມ ໄດ້ ສົນທະນາ ບັນຫາ ທ້າທາຍ ຫລາຍຢ່າງ ເພື່ອ ຮັບປະກັນ ວ່າ ການ ເຕີບໃຫຍ່ ຂອງ ເສຖກິດ ໃດ ທີ່ບໍ່ແພ້ ຫລື ເຮັດໃຫ້ ອາກາດ ເສັຽ ບໍ່ເຮັດໃຫ້ ນໍ້າ ເປິເປື້ອນ ແລະ ບໍ່ທໍາລາຍ ຣະບົບ ນິເວດ.
ເພື່ອຊ່ວຍ ແກ້ໄຂ ບັນຫາ ທ້າທາຍ ທີ່ ກ່າວມາ ນີ້, ຜູ້ແທນ ຈາກ ສະຫະຣັຖ ອະເມຣິກາ ທີ່ ປະກອບ ດ້ວຍ ຫລາຍ ພາກສ່ວນ ແລະ ນໍາພາ ໂດຍ ທ່ານ Thomas Shannon ແລະ ທູດ ພິເສດ ຕາງໜ້າ ສະຫະຣັຖ ທ່ານ David Thorne ໄດ້ ປະກາດ ໂຄງການ ລິເລີ້ມ ຫລາຍ ໂຄງການ ໃນນັ້ນ ຮ່ວມທັງ ໂຄງການ ລິເລີ້ມ ພລັງງານ ຍືນຍົງ ແມ່ນໍ້າຂອງ ຫລື SMEI ຂອງ ອົງການ ຊ່ວຍເຫລືອ ຣະຫ່ວາງ ປະເທດ ສະຫະຣັຖ ຫລື USAID. ໂຄງການ SMEI ນີ້ ສະຫະຣັຖ ຈະ ສົ່ງເສີມ ການໃຊ້ ພລັງງານ ທາງ ເລືອກ ແລະ ເທັກໂນໂລຈີ ທີ່ ປ່ອຍອາຍ ແກັສ ປະກົດການ ເຮືອນແກ້ວ ຕໍ່າ. ພ້ອມນັ້ນ ໄດ້ ປະກາດ ວ່າ ກະຊວງ ການຕ່າງ ປະເທດ ສະຫະຣັຖ ຈະຈັດສົ່ງ ຄນະ ຜູ້ແທນ ການ ທຸຣະກິດ ດ້ານ ພລັງງານ ຍືນຍົງ ໄປ ພູມີພາກ ລຸ່ມ ແມ່ນໍ້າຂອງ ພາຍໃນ ປີນີ້.
ພາກສ່ວນ ກອງ ວິສວະກອນ ທະຫານ ສະຫະຣັຖ U.S. Army Corps of Engineers ໄດ້ ປະກາດ ວ່າ ຈະ ໃຫ້ການ ຊ່ວຍເຫລືອ ດ້ານ ເທັກນິກ ກ່ຽວກັບ ການ ຄຸ້ມຄອງ ນໍ້າ. ແລະ ກັມມາທິການ ແມ່ນໍ້າ ມິສສິສສິປປີ Mississippi River Commission ໄດ້ ລົງນາມ ໃຫ້ ການ ຊ່ວຍເຫລືອ ເປັນ ຣະຍະ ເວລາ 5 ປີ ຕື່ມ ແກ່ ກັມມາທິການ ແມ່ນໍ້າຂອງ MRC ເພື່ອ ແລກປ່ຽນ ຄວາມຮູ້ ຂໍ້ມູນ ແລະ ວິທີການ ປະຕິບັດ ທີ່ ດີ ທີ່ສຸດ.
ສົມທົບ ກັນ ການ ປະກາດ ນີ້ ເຈົ້າໜ້າທີ່ ທີ່ປຶກສາ ກະຊວງ ການຕ່າງ ປະເທດ ສະຫະຣັຖ ທ່ານ Thomas Shannon ແລະ ທູດ ພິເສດ ຕາງໜ້າ ສະຫະຣັຖ ທ່ານ David Thorne ປະກາດ ວ່າ ກະຊວງ ການຕ່າງ ປະເທດ ສະຫະຣັຖ ຈະ ປະກອບ ເງິນ ຈໍານວນ 5 ແສນ ໂດລາ ເພື່ອ ສນັບ ສນູນ ກັມມາທິການ ແມ່ນໍ້າຂອງ ໃນ ວຽກງານ ສຶກສາ ຜົນກະທົບ ຂອງ ເຂື່ອນ ຕໍ່ ຊຸມຊົນ ແລ ະຕໍ່ ສິ່ງ ແວດລ້ອມ.
ເພື່ອໃຫ້ ສອດຄ່ອງ ກັ ບຈິດໃຈ ຂອງ ກອງປະຊຸມ ເທື່ອນີ້ ທ່ານ John Kerry ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ອະເມຣິກາ ໄດ້ອອກ ບົດ ຖແລງ ຂອງ ທ່ານ ກ່ຽວກັບ ຄວາມ ສໍາຄັນ ຂອງ ແມ່ນໍ້າຂອງ ຕໍ່ການ ພັທນາ ແລະ ຕໍ່ ຊີວິດ ການເປັນຢູ່ ຂອງ ພົລເມືອງ ຂອງ ແຕ່ລະ ປະເທດ. ມີ ໃຈຄວາມ ສັ້ນໆວ່າ ສຸຂພາບ ຂອງ ແມ່ນໍ້າຂອງ ກໍາລັງ ຖືກ ນາບຂູ່ ຈາກ ການ ພັທນາ. ການພັທນາ ໃດໆ ກໍຄວນ ຄໍານຶງ ເຖິງການ ປົກປັກ ຮັກສາ ສຸຂພາບ ແມ່ນໍ້າຂອງ ໃຫ້ ຍືນຍົງ ແລະ ວ່າ ການເປັນ ຄູ່ຮ່ວມ ພັທນາ ຂອງ ສະຫະຣັຖ ແລະ ປະເທດ ເພື່ອນມິດ ແມ່ນໍ້າຂອງ ແມ່ນ ພາກສ່ວນ ນຶ່ງ ທີ່ ສໍາຄັນ ແລະ ມັນເປັນ ຄວາມ ມຸ້ງມາດ ປຣາຖນາ ອັນ ກວ້າງໄກ ຂອງ ປະທານາ ທິບໍດີ ບາຣັກ ໂອບາມາ ແລະ ຄນະ ຣັຖບານ ທັງໝົດ ເພື່ອ ໃຫ້ ການ ສນັບສນູນ ການ ພັທນາ ທີ່ ກ່າວມາ ນີ້.
ເຂົ້າຮ່ວມ ກອງ ປະຊຸມ ພິເສດ ເພື່ອນ ມິດ ແມ່ນໍ້າຂອງ ທີ່ ຈັດຂຶ້ນ ໂດຍ ກະຊວງ ການຕ່າງ ປະເທດ ສະຫະຣັຖ ນີ້ ກໍມີ ຜູ້ຕາງໜ້າ ຈາກ ສປປ ລາວ, ຈາກ ກໍາພູຊາ ພະມ້າ ປະເທດໄທ ແລະ ວຽດນາມ. ນອກນັ້ນ ກໍມີຜູ້ ຕາງໜ້າ ຈາກ ປະເທດ ສະມາຊິກ ເພື່ອນມິດ ແມ່ນໍ້າຂອງ FLM ຄື ສະຫະຣັຖ ອະເມຣິກາ ອອສເຕຣເລັຽ ຍີ່ປຸ່ນ ເກົາຫລີໃຕ້ ນີວຊີແລັນ ຜູ້ຕາງໜ້າ ສະຫະພາບ ຢູໂຣບ ຜູ້ຕາງໜ້າ ເດັນມາກ ຟິນແລັນ ເຢັຽຣະມັນ ໂຮນແລັນ ສະວີເດັນ ແລະ ອົງການ ຈັດຕັ້ງ ສາກົນ ເປັນຕົ້ນ ກັມມາທິການ ແມ່ນໍ້າຂອງ ທະນາຄານ ພັທນາ ເອເຊັຽ ແລະ ທະນາຄານ ໂລກ.
ຕາມບົດ ຖແລງ ຮ່ວມນັ້ນ ສະຫະຣັຖ ອະເມຣິກາ ຕົກລົງ ຮ່ວມມື ກັບ ທະນາຄານ ພັທນາ ເອເຊັຽ ທະນາຄານ ໂລກ ແລະ ອື່ນໆ ເພື່ອ ສນັບ ສນູນ ໂຄງການ ພັທນາ ຕ່າງໆ ເຊັ່ນ ສາຍສົ່ງ ໄຟຟ້າ ແຮງສູງ ໃນລາວ. ທີ່ປຶກສາ ກະຊວງ ການ ຕ່າງ ປະເທດ ສະຫະຣັຖ ທ່ານ Thomas Shannon ປະກາດ ວ່າ ກະຊວງ ການຕ່າງ ປະເທດ ກໍາລັງ ເຮັດວຽກ ຮ່ວມກັບ ກະຊວງ ພລັງງານ ຂອງ ສະຫະຣັຖ ແລະ ຣັຖບານ ລາວ ເພື່ອ ພັທນາ ເຂື່ອນ ເອີ້ນວ່າ “Smart hydro” ທີ່ ຈະເພີ້ມ ປະສິດ ທິພາບ ຂອງ ເຂື່ອນ ທີ່ ມີຢູ່ແລ້ວ ໃຫ້ສູງ ແລະ ເຮັດໃຫ້ ສິ່ງ ແວດລ້ອມ ຍືນຍົງ ແລະ ຈະ ຊ່ວຍ ສ້າງຄວາມ ສາມາດ ທາງດ້ານ ເທັກນິກ ການ ຄຸ້ມຄອງ ນໍ້າ.
ຖ້ອຍ ຖແລງ ກ່າວວ່າ ເພື່ອນມິດ ແມ່ນໍ້າຂອງ ຈະ ເຮັດວຽກ ຮ່ວມກັນ ເພື່ອ ຍົກ ຣະດັບ ຄວາມ ສາມາດ ຂອງ ບັນດາ ປະເທດ ລຸ່ມ ແມ່ນໍ້າຂອງ ໃຫ້ ເຂັ້ມແຂງ, ໃຫ້ມີ ປະສິດ ທິພາບ ໃນການ ຈັດຕັ້ງ ປະຕິບັດ ການ ປົກປັກ ຮັກສາ ສັງຄົມ ແລະ ສິ່ງ ແວດລ້ອມ ເຊັ່ນວ່າ ການ ປະເມີນ ຜົນ ກະທົບ ແລະ ຍຸທສາດ ສຶກສາ ວິຈັຍ ສິ່ງ ແວດລ້ອມ.
ຣັຖບານ ສະຫະຣັຖ ທະນາຄານ ພັທນາ ເອເຊັຽ ທະນາຄານ ໂລກ ອົງການ ຊ່ວຍເຫລືອ ຣະຫ່ວາງ ປະເທດ ຂອງ ຍີ່ປຸ່ນ ແລະ ຣັຖບານ ອອສເຕຣເລັຽ ມີແຜນ ຈະ ພັທນາ ສູນ ຝຶກ ອົບໂຮມ ພູມີພາກ ກ່ຽວກັບ ເຣື້ອງ ປະເມີນ ຜົນ ກະທົບ
ຕ່າງໆ ຢູ່ ສະຖາບັນ ເທັກໂນໂລຈີ ປະເທດ ວຽດນາມ.
ການ ປະກາດ ໂຄງການ ຕ່າງໆ ນີ້ ແມ່ນ ນອນ ຢູ່ໃນ ໂຄງການ ລິເລີ້ມ ລຸ່ມ ແມ່ນໍ້າຂອງ ຂອງ ສະຫະຣັຖ ທີ່ ມີ ຊື່ຫຍໍ້ ວ່າ LMI. ພາຍໃຕ້ ໂຄງການ ລິເລີ້ມ LMI ນີ້ ສະຫະຣັຖ ຈະສືບຕໍ່ ໂຄງການ ທີ່ ບັນລຸ ຜົນ ເຊັ່ນວ່າ ໂຄງການ ໂຄງຮ່າງ ພື້ນຖານ ສໍາລັບ ແມ່ນໍ້າຂອງ ເພື່ອ ໃຫ້ການ ຊ່ວຍເຫລືອ ດ້ານ ເທັກນິກ ແກ່ ພູມີພາກ ໃນການ ຄຸ້ມຄອງ ການໃຊ້ ທີ່ດິນ ແລະ ນໍ້າ ພລັງງານ ຍືນຍົງ ແລະ ການ ພັທນາ ໂຄງຮ່າງ.