ກິຈກັມປົກປ້ອງສີ່ງແວດລ້ອມ ໃນວັນໂລກ

ສິດນີ
2014.05.01
F-earth ນັກຮຽນ ທີ່ເຂົ້າຮ່ວມ ກິຈກັມ ປົກປ້ອງ ສິ່ງແວດລ້ອມ ທີ່ຈັດຂຶ້ນໂດຍ ສະຖານທູດ ສະຫະຣັດ ປະຈໍາລາວ
US Embassy in Laos

 

ໃນວັນທີ 28 ເມສາ ສະຖານທູດ ສະຫະຣັຖ ທີ່ ນະຄອນ ຫລວງ ວຽງຈັນ ສປປລາວ ຮ່ວມກັບ ອົງການ ອະນຸຮັກ ສັດປ່າ ໄດ້ຈັດ ກິຈກັມ ໃຫ້ຄວາມຮູ້ ດ້ານ ສີ່ງ ແວດລ້ອມ ແກ່ ເດັກນ້ອຍ ນັກຮຽນ ຂັ້ນ ມັທຍົມ ກວ່າ 100 ຄົນ ໃນ ຈຳນວນ 4 ໂຮງຮຽນ ເຂົ້າຮ່ວມ ຣາຍການ ທີ່ ສູນກາງ ການສຶກສາ ຂອງ ສະຖານທູດ.

ຍານາງ PAM DEVOLDER ເຈົ້າຫນ້າທີ່ ຝ່າຍ ປະຊາ ສຳພັນ ຂອງ ສະຖານທູດ ໄດ້ ບັລຍາຍ ກ່ຽວກັບ ປວັດ ຄວາມເປັນມາ ຂອງ ວັນໂລກ ແລະ ໃຫ້ຄວາມ ສຳຄັນ ໃນການ ປ້ອງກັນ ສີ່ງແວດລ້ອມ ຂອງ ມະນຸດ ໃນໂລກ. ນາງວ່າ ພວກເຮົາ ບໍ່ໄດ້ສລອງ ສະເພາະ ແຕ່ວັນດຽວ ໃນວັນໂລກ ພວກເຮົາ ຕ້ອງຄິດ ເຖິງວັນໂລກ ທຸກມື້ ແລະ ໃຫ້ຮ່ວມກັນ ປົກປ້ອງ ໂລກ ໜ່ວຍນີ້ ດ້ວຍການ ເຮັດໃຫ້ ໂລກ ມີຄວາມ ແຈ່ມໄສ ແລະ ຊຸ່ມຊື່ນ ໄປ ຊົ່ວ ນິຣັນດອນ.

ໃນຂນະດຽວກັນ ເຈົ້າຫນ້າທີ່ ຜແນກ ເສຖກິດ ຈາກ ສະຖານທູດ ທ່ານ MATTEW KUSTEL ກໍໄດ້ ກ່າວເຖິງ ສະພາບ ອາກາດ ປ່ຽນແປງ, ບັນຫາ ການຂາດ ນ້ຳດື່ມ ແຕ່ບັນຫາ ທີ່ ສຳຄັນ ກໍແມ່ນ ບັນຫາການ ປົກປ້ອງ ສິ່ງແວດລ້ອມ ໃນລາວ, ບັນຫາ ການ ຄ້າສັດປ່າ ບັນຫາ ອະນຸຮັກ ຣະບົບ ນິເວດ ຊົນເຜົ່າ ແລະ ຜົລກະທົບ ຈາກການ ພັທນາ ຊັພຍາກອນ ທັມມະຊາດ.ກຸ່ມນັກຮຽນ ໄດ້ເບີ່ງ ພາພຍົນ ທີ່ ຮວບຮວມ ໂດຍ ອົງການ ອະນຸຮັກ ສັດປ່າ ແລະ ອົງການ ຊ່ອຍເຫລືອ ສະຫະຣັຖ ກ່ຽວກັບ ຊີວິດ ການເປັນຢູ່ ຂອງ ສັດປ່າ ແລະ ປະຊາຊົນ ໃນເຂດ ລຸ່ມ ແມ່ນ້ຳຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.