ຣະດັບນໍ້າຂອງບໍ່ປົກກະຕິ
2015.06.18
ໃນ ຫລາຍປີ ມານີ້ ປະຊາຊົນ ລາວ ແລະ ໄທ ທີ່ ອາໄສ ຢູ່ ຕາມ ແຄມຝັ່ງ ແມ່ນໍ້າຂອງ ທາງ ພາກເໜືອ, ໄດ້ ຮັບຜົນ ກະທົບ ຫລາຍຂຶ້ນ ຍ້ອນ ຣະດັບ ນໍ້າຂອງ ຂື້ນ-ລົງ ບໍ່ເປັນ ປົກກະຕິ, ອັນ ເນື່ອງ ມາຈາກ ການ ປ່ອຍນໍ້າ ຈາກ ເຂື່ອນ ໃນ ປະເທດຈີນ, ເຮັດໃຫ້ ຜົລປູກ ຂອງ ປະຊາຊົນ ຢູ່ ຕາມແຄມ ຝັ່ງ ຖືກ ນໍ້າຖ້ວມ ເສັຽຫາຍ, ຕາມການ ເປີດເຜີຍ ຂອງ ທ່ານ ອຸດ ຈາກ ເຄືອຂ່າຍ ອານຸຣັກ ຊັພຍາກອນ ທັມຊາຕ ແລະ ວັທນະທັມ ແມ່ນໍ້າຂອງ ລ້ານນາ:
"ຄວາມ ອຶດຢາກ ນີ້ ມັນກ່າ ມີມາ ຫລາຍປີ ແລ້ວ, ເພາະວ່າ ເຂື່ອນ ຂ້າງບົນ ມັນສົ່ງ ຜົນ ກະທົບ ສົ່ງ ບັນຫາ ເພາະວ່າ ການ ຂື້ນລົງ ຂອງ ນໍ້າ ບໍ່ ປົກກະຕິ. ເຂື່ອນ ຂ້າງບົນ ປ່ອຍນໍ້າ ມາ, ນໍ້າ ກໍຖ້ວມ ຜັກໝົດ, ຊຶ່ງ ກໍາລັງ ຈະໄດ້ ເກັບ ໄດ້ຂາຍ ກ່າ ບໍ່ໄດ້ ຂາຍ ລະ ຜັກກ່າ ເນົ່າ. ຫລັງຈາກ ນໍ້າແຫ້ງ ລົງແລ້ວ ເມື່ອກ່ອນ ນັ້ນ ມັນ ກໍ່ແຫ້ງ ລົງໄປ ລົງໄປ ເລື້ອຍໆ, ມັນ ກໍ່ບໍ່ກັບ ຄືນມາ ຖ້າ ບໍ່ມີ ຝົນຕົກ. ແຕ່ ດຽວນີ້ ຝົນ ບໍ໋ຕົກ ມັນ ກໍຂຶ້ນ ມາໄດ້ ຄືນມາ ກໍຖ້ວມ ເສັຽຫາຍ ເນາະ, ມັນຄາດການ ບໍ່ໄດ້ ຖ້່າ ເມື່ອກ່ອນ ມັນ ຄາດການ ໄດ້ເດ້".
ທ່ານ ອຸດ ກ່າວ ເຣຶ້ອງນີ້ ກັບ ເອເຊັຽ ເສຣີ ແມ່ນ ຫລັງຈາກ ກັບມາ ແຕ່ໄປ ສັງເກດ ການ ຊີວິດ ການ ເປັນຢູ່ ຂອງ ຊາວລາວ ຢູ່ ແຄມ ນໍ້າຂອງ ນັບແຕ່ ທາງເໜືອ ແຂວງ ບໍ່ແກ້ວ ລົງໄປ ຮອດ ປາກແບງ. ທ່ານວ່າ ຈາກ ນໍ້າໄຫລ ບໍ່ ປົກກະຕິ ແລະ ໄຫລ ໄວ ກວ່າເກົ່າ, ຈຶ່ງ ສັງເກດ ເຫັນ ສະພາບ ຕະຝັ່ງ ເຈື່ອນ, ໄດ້ເຫັນ ຫາດຊາຍ ເກີດໃໝ່ ຢູ່ ກາງຂອງ ຈໍານວນ ປູປາ ກໍ ຫລຸດລົງ.
ຖ້າຫາກ ວ່າ ເຂື່ອນ ໄຊຍະບູຣີ, ປາກແບ່ງ, ປາກລາຍ, ຊນະຄາມ ຫາກ ສ້າງ ສໍາເຮັດ, ຈໍານວນ ປູປາ ກໍຈະ ນັບມື້ ມີຫນ້ອຍ ລົງ ເລື້ອຍໆ ປະຊາຊົນ ກໍ ຈະທຸກຍາກ ຕື່ມ ເລື້ອຍໆ.