ການກໍາຈັດກຸ່ມຄ້າຂອງເຖື່ອນ

ມະນີຈັນ
2015.08.16
F-logging ຕົວຢ່າງ ການລັກລອບຕັດໄມ້ ທີ່ຕ້ອງຖືກກໍາຈັດ
RFA/LX

ເຈົ້າໜ້າທີ່ ຕ້ານ ອາຊຍາກັມ ດ້ານ ສິ່ງ ແວດລ້ອມ ແລະ ເຈົ້າໜ້າທີ່ ອື່ນໆ, ຈາກ ກະຊວງ ຮັກສາ ຄວາມສງົບ ສປປ ລາວ, ສິ້ນສຸດ ການຝຶກ ອົບຮົມ ດ້ານ ການ ສືບລັບ ອາຊຍາກັມ, ກ່ຽວກັບ ການຄ້າ ສັດປ່າ ແລະ ຄ້າໄມ້ ຜິດ ກົດໝາຍ, ທີ່ ທາງ ໂຄງການ ເພື່ອ ການຕ້ານ ອາຊຍາກັມ ດ້ານ ສັດປ່າ ແລະ ປ່າໄມ້ ຂອງ ອົງການ ຄວບຄຸມ ຢາເສບຕິດ ແລະ ອາຊຍາກັມ ສະຫະ ປະຊາຊາດ UNODC ໄດ້ ຈັດຂຶ້ນ ເປັນເວລາ 2 ສັປດາ ທີ່ ນະຄອນ ຫຼວງວຽງຈັນ.

ເຈົ້າໜ້າທີ່ ລາວ 25 ຄົນ ທີ່ໄດ້ຮັບ ການຝຶກ ອົບຮົມ, ເຣື່ອງການ ກໍາກັບ ຂໍ້ມູລ ແລະ ການ ວິເຄາະ ຮວມເຖິງ ວິທີການ ພື້ນຖານ ເພື່ອ ພັທນາ ການ ສືບລັບ ຕ່າງໆ. ນັກ ວິຊາການ ສືບລັບ ຂອງ UNODC Miroslav Prljevic ເວົ້າວ່າ, ເພື່ອ ທີ່ ຈະທັບມ້າງ ເຄືອຂ່າຍ ອາຊຍາກັມ ທີ່ມີ ການ ຈັດຕັ້ງ ສູງ ນັ້ນ, ອົງການ ພິທັກ ກົດໝາຍ ຈໍາຕ້ອງ ມີຄວາມ ສາມາດ ສືບສວນ ສອບສວນ ທີ່ ທັນສມັຍ.

ຜູ້ຕາງໜ້າ ສະຖານທູດ ສະຫະຣັຖ ອະເມຣິກາ ປະຈໍາ ລາວ Noah Geesaman ໄດ້ກ່າວ ໃນ ຣະຫວ່າງ ເປີດຊຸດ ຝຶກ ອົບຮົມ, ເມື່ອ ວັນທີ 6 ກໍຣະກະດາ ຜ່ານມາ, ເຖິງ ພັນທະ ຂອງ ຣັຖບານ ສະຫະຣັຖ ໃນການ ສນັບສນູນ ການຕ້ານ ການຄ້າ ສັດປ່າ ແລະ ໄມ້ທ່ອນ ຜິດ ກົດໝາຍ. ທ່ານ Geesaman ໄດ້ກ່າວ ເນັ້ນວ່າ, ຕໍາຣວດ ດ້ານ ອາຊຍາກັມ ສິ່ງ ແວດລ້ອມ ບໍ່ພຽງແຕ່ ປົກປ້ອງ ຊັບ ສົມບັດ ທາງດ້ານ ຊັພຍາກອນ ທັມຊາດ ຂອງລາວ ເທົ່ານັ້ນ, ແຕ່ຫາກ ຍັງຕໍ່ສູ້ ຕ້ານ ອົງການ ອາຊຍາກັມ ທີ່ ອິດທິພົນ ທີ່ ດໍາເນີນການ ໃນ ທົ່ວໂລກ ນີ້ ນໍາດ້ວຍ.

ຜູ້ ປະສານງານ ຣະດັບ ພາກພື້ນ ໂຄງການ ໂລກ ຂອງ UNODC Giovanni Broussard ກ່າວວ່າ ນີ້ເປັນ, ຊຸດ ຝຶກ ອົບຮົມ ຂັ້ນ ທໍາອິດ ໃນການ ເສີມສ້າງ ຄວາມ ສາມາດ ສືບລັບ ພາຍໃນ ອົງການ ສະເພາະກິດ ໃນເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້.

ຂັ້ນ 2 ແມ່ນການ ສນອງ software ສືບລັບ, ແລະ ຝຶກ ອົບຮົມ ກຸ່ມ ຜູ້ໄດ້ ຮັບການ ຝຶກແອບ ໃຫ້ ຮູ້ຈັກ ໃຊ້ software ນັ້ນ. ໃນ ຕອນທ້າຍ ເຈົ້າໜ້າທີ່ ລາວ ທີ່ ເຂົ້າຮ່ວມ ຍັງໄດ້ ຮັບ ອຸປກອນ IT ຂັ້ນ ພື້ນຖານ ເພື່ອ ສນັບສນູນ ຫ້ອງການ ຂັ້ນ ສູນກາງ ແລະ ຂັ້ນ ແຂວງ ຈໍານວນ ນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.