ປາຕາຍຢູ່ໜ້າເຂື່ອນ ນໍ້າຄານ3

ໄມຊູລີ
2016.06.14
F-Namkhan ສາຍນໍ້າຄານ ໃນ ແຂວງ ຫຼວງພຣະບາງ
Screen captured Namkhan video

ເຈົ້າໜ້າທີ່ ຜແນກ ຊັພຍາກອນ ແລະ ສິ່ງແວດລ້ອມ ແຂວງ ເປິດເຜີຍວ່າ, ມີປາຕາຍ ເປັນຝຸງ ຢູ່ໜ້າ ເຂື່ອນ ນໍ້າຄານ3 ເມືອງຊຽງເງິນ ແຂວງ ຫຼວງພຣະບາງ ໂດຍບໍ່ຮູ້ ສາເຫດ, ທາງ ໂຄງການ ເຂື່ອນ ກໍ ບໍ່ມີການ ກວດສອບ ຄຸນນະພາບ ຂອງນໍ້າ ແລະວ່າ ບໍ່ມີ ງົປມານ ທີ່ຈະໄປ ກວດສອບ ເຣື້ອງນີ້.

ປັຈຈຸບັນ ຜແນກ ຊັພຍາກອນ ນ້ໍາ ປະຈໍາແຂວງ ກໍໃຊ້ ງົປມານ ຣັຖ ໃນການລົງ ກວດກາ ຊຶ່ງສາມາດ ອອກໄປກວດ ໄດ້ແຕ່ລະ 3 ເດືອນ ເທື່ອ 1, ເຮັດໃຫ້ ການແກ້ໄຂ ນໍ້າເສັຽ ບໍ່ສໍາເຣັດ ໄດ້ເທື່ອ ດັ່ງ ທ່ານກ່າວວ່າ:

“ກໍບໍ່ຮູ້ສາເຫດ ເພາະວ່າ ເຮົາບໍ່ໄດ້ ສົ່ງເຂັ້າ Lab ຢູ່ວຽງຈັນ ເຮົາກໍບໍ່ໄດ້ ເອົາເຄື່ອງໄປ ວັດວ່າ EC ມັນຕໍ່າບໍ pH ມັນສູງບໍ ຕາມມາຕຖານ ພື້ນຖານ ຂອງມັນ ຫັ້ນນະ ບັດນີ້ ທາງເຈົ້າຂອງ ພັທນາ ໂຄງການ ເຂົາບໍ່ຕອບ ສນອງ ງົປມານ ໃຫ້ເຮົາ ເຂົາເຈົ້າວ່າ ງົປມີໜ້ອຍ ເຂົາເຈົ້າ ບໍ່ຢາກໃຫ້ ຄວາມຮ່ວມມື”.

ກ່ຽວກັບ ເຫດການ ປາຕາຍ ຢູ່ໜ້າ ເຂື່ອນ ນໍ້າຄານ3 ເທື່ອນີ້ ເກີດຂຶ້ນ ໃນເດືອນ ເມສາ ຜ່ານມາ ຫລັງຈາກ ໂຄງການ ໄດ້ທົດລອງ ປ່ອຍ ນໍ້າຈາກ ເຂື່ອນ ເພື່ອຜລິດ ກະແສ ໄຟຟ້າ. ເຈົ້າໜ້າທີ່ ຊັພຍາກອນ ໃຫ້ ສັນນິຖານ ວ່າ:

“ຕາມການ ສັນນິຖານ ເກີດຈາກນໍ້າເສັຽ ທີ່ສະສົມ ຢູ່ໃນໜ້າເຂື່ອນ ນັ້ນເນາະ ເວລາ ປ່ອຍອອກມາແລ້ວ ນໍ້າຢູ່ພື້ນ ຂອງ ເຂື່ອນ ຫັ້ນນະ ມັນອອກມາ ແລ້ວບັດນີ້ ເຮັດໃຫ້ ມັນມີ ນໍ້າເສັຽ ຢູ່ຕົວເກົ່າ ທີ່ເກິດຈາກ ພຶດ ສັດ ໃບໄມ້ ມັນຕາຍ ຢູ່ໃນຫັ້ນນະ ເຂົາເຈົ້າມາ ປ່ອຍລົງ ບາດດຽວ ເນາະ ບັດນີ້ ມັນບໍາບັດ ບໍ່ທັນຫັ້ນນະ ເກີດ ໃຫ້ປາຕາຍ”.

ເຈົ້າໜ້າທີ່ ຜແນກ ຊັພຍາກອນ ແລະ ສິ່ງແວດລ້ອມ ໄດ້ແນະນໍາ ປະຊາຊົນ ບໍ່ໃຫ້ ເອົາ ປາຕາຍ, ໄຄ ແລະ ພຶດຜັກ ຢູ່ໜ້າເຂື່ອນ ນໍ້າຄານ ນັ້ນມາກິນ ຍ້ອນ ພຶດ ແລະ ສັດນໍ້າ ເຫລົ່າ ນັ້ນ ຍັງບໍ່ຜ່ານ ການກວດສອບ ສາເຫດ ປາຕາຍ ທີ່ ແນ່ນອນ ເທື່ອ.

ເຂື່ອນນໍ້າຄານ 3 ຈະຜລິດກະແສ ໄຟຟ້າ ໄດ້ 60 mega wat, ສ້າງ ໂດຍ ບໍຣິສັດ ຊິໂນ ໄຣໂດຣ ຂອງຈີນ ເປັນຜູ້ ຮັບເໝົາ ກໍ່ສ້າງ. ປັຈຈຸບັນ ການກໍ່ສ້າງ ສໍາເຣັດແລ້ວ ແລະ ຄາດວ່າ ຈະເຣີ້ມຜລິດ ໄຟຟ້າ ໃນທ້າຍເດືອນ ມິຖຸນາ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.