ສະຫະຣັດຈະປະຊຸຸມ ຮ່ວມ ປະເທດ ລຸ່ມນ້ຳຂອງ

ສິດນີ
2021.08.05
ສະຫະຣັດຈະປະຊຸຸມ ຮ່ວມ ປະເທດ ລຸ່ມນ້ຳຂອງ ການຮ່ວມມື ແມ່ນໍ້າຂອງ-ສະຫະລັດ, ໄດ້ເປີດຕົວໃນປີ 2020, ເປັນການຂຍາຍໂຄງການ ລິເລີ່ມ ລຸ່ມແມ່ນໍ້າຂອງ ແລະ ກ້າວໄປສູ່ ເປົ້າໝາຍຂອງຕົນ ໃນການສ້າງການຮ່ວມມື ອະນຸພາກພື້ນ ຣະຫວ່າງບັນດາ ປະເທດ ກໍາພູຊາ, ສປປລາວ, ພະມ້າ, ໄທຍ, ແລະ ວຽດນາມ, ໂດຍໄດ້ຮັບ ການສນັບສນູນ ຈາກ ສະຫະຣັດ ອາເມຣິກາ
Screen capture: https://mekonguspartnership.org

ໃນວັນທີ 10 ສິງຫາ ປີ 2021 ທີ່ຈະມາເຖິງນີ້ ສະຫະຣັດ ຮ່ວມກັບປະເທດ ລຸ່ມແມ່ນ້ຳຂອງ ອັນໄດ້ແກ່ ລາວ, ກຳພູຊາ,ໄທ, ພະມ້າ ແລະ ວຽດນາມ ຈະຈັດກອງປະຊຸມ ຄວາມຮ່ວມມື ແມ່ນ້ຳຂອງ-ສະຫະຣັດ ເພື່ຶອກຳນົດນະໂຍບາຍ ກ່ຽວກັບການປ່ຽນແປງ ສະພາບ ດິນຟ້າອາກາດ ແລະ ການປົກປ້ອງແມ່ນ້ຳຂອງ ເພຶ່ອບັງຄັບໃຊ້ ໃນອະນາຄົດ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສະຖານທູດສະຫະຣັດ ປະຈຳລາວ ທ່ານນຶ່ງຜູ້ຂໍສງວນຊື່ ແລະສຽງກ່າວຕໍ່ເອເຊັຽເສຣີໃນວັນທີ 5 ສິງຫາ ນີ້ວ່າ:

“ປີນີ້ກຳພູຊາ ກັບ ສະຫະຣັດ ອາເມຣິກາ ເປັນເຈົ້າພາບຫຼັກ ໃນການຈັດກອງປະຊຸຸມ ແຕ່ປະເທດອຶ່ນໆ ໃນລຸ່ມມແມ່ນ້ຳຂອງກະຊິ ເຂົ້າຮ່ວມຄືກັນ ເບຶ້ອງຕົ້ນ ຍັງບໍ່ມີຂໍ້ມູນຈະແຈ້ງວ່າ ຈະມີໃຜເຂົ້າຮ່ວມ ການປະຊຸມຄັ້ງນີ້ເທຶ່ອ ແຕ່ທີ່ຄັກແນ່ກໍຄື ບັນດາໂຕແທນ ຈາກກະຊວງຕ່າງປະເທດ ຂອງແຕ່ລະປະເທດ ສ່ວນປະເດັ່ນທີ່ຈະນຳເຂົ້າປະຊຸມ ເປັນຕົ້ນວ່າ ການເຊຶ່ອມໂຍງ ຣະຫວ່າງຜູ້ຄົນ ໃນລຸ່່ມແມ່ນ້ຳຂອງ ແລະ ໂຄງຮ່າງພຶ້ນຖານ.”

ກ່ຽວກັບກອງປະຊຸມດັ່ງກ່າວ ນັກວິຊາການດ້ານສິ່ງແວດລ້ອມ ຢູ່ລາວໃຫ້ຄຳເຫັນວ່າ ການທີ່ຫຼາຍປະເທດລຸ່ມແມ່ນ້ຳຂອງ ຮ່ວມມື ກັນກັບສະຫະຣັດ ນັ້ນເປັນສິ່ງທີ່ດີ ຍ້ອນບັນຫາ ແມ່ນ້ຳຂອງ ເປັນບັນຫາຂ້າມຊາດ ບໍ່ແມ່ນບັນຫາປະເທດໃດປະເທດນຶ່ງ. ອີກທັງ ສະຫະຣັດ ຍັງມີຄວາມພ້ອມທາງດ້ານຄວາມຮູ້, ເງິນທຶນ ແລະ ເທັກໂນໂລຈີ ທີ່ຈຳເປັນໃນການ ປົກປ້ອງຮັກສາແມ່ນ້ຳຂອງ ນຳອີກ. ດັ່ງທ່ານກ່າວວ່າ:

“ພາກສ່ວນທາງນອກ ຍື່ນມືເຂົ້າມາຊ່ອຍເຫຼຶອ ຫຼຶເບີິ່ງຊ່ອຍ ມັນກໍຫາກດີ ເພາະວ່າ ປະເດັນນີ້ ກະຄືມັນຈະເປັນປະເດັນ ຣະດັບນາໆ ຊາດເດ້ ບໍ່ແມ່ນປະເດັນຂອງທ້ອງຖິ່ນ ຍ້ອນ ແມ່ນ້ຳຂອງ ມັນເປັນແມ່ນ້ຳນາໆຊາດ ສະນັ້ນ ມັນກໍຕ້ອງໄດ້ເບິ່ງ ໃນມູມມອງຫຼາຍດ້ານ ເຮົາບໍ່ສາມາດເບິ່ງ ດ້ວຍໂຕເອງໄດ້ ເຮົາບໍ່ສາມາດປົກປອ້ງດ້ວຍໂຕເອງ ໄດ້ຫັ້ນນ່າ.”

ເຊັ່ນດຽວກັນກັບ ນັກວິຊາການໄທຍ ດ້ານສິ່ງແວດລ້ອມ ທ່ານນຶ່ງ ກໍໃຫ້ຄວາມເຫັນວ່າ ຖ້າສະຫະຣັດ ໃຫ້ຄວາມຊ່ອຍເຫຼຶອ ກ່ຽວກັບ ຄວາມຮູ້ ທາງວິຊາການ ເພຶ່ອບັນເທົາຜົລກະທົບ ດ້ານສິ່ງແວດລ້ອມ ໂດຍບໍ່ມີປະເດັນ ດ້ານການເມືອງແອບແຝງ ກໍຈະເປັນຜົລດີກັບ ປະເທດລຸ່ມແມ່ນ້ຳຂອງ ດັ່ງທ່ານເວົ້າວ່າ:

“ອ່າ, ມູມມອງໃນເຣຶ່ອງຂອງວິຊາການ ຫຼຶ ມູມມອງໃນເຣຶ່ອງ ຂອງການທີ່ມາຊ່ອຍເຫຼຶອ ຫາກເອົາຄວາມຮູ້ວິຊາການເພຶ່ອບັນເທົາ ຜົລກະທົບ ຫຼຶຫາແນວທາງພັທນາຢາງຍືນຍົງແລ້ວ ກໍໄດ້ປໂຍດຕໍ່ຣະບົບນິເວດ ຕໍ່ສິ່ງແວດລ້ອມ ໃນແມ່ນ້ຳຂອງ ຂອງເຮົານີ້ ອ້າຍວ່າ ເປັນການດີ.”

ນັກວິຊາການດ້ານສິ່ງແວດລ້ອມໄທຍ ອີກທ່ານນຶ່ງສເນີວ່າ ຢາກໃຫ້ກອງປະຊຸມຣະດັບນາໆຊາດ ທີ່ນຳໂດຍສະຫະຣັດ ເປີດປະເດັນ ແມ່ນ້ຳຂອງ ໃຫ້ໂຕແທນຈາກປະເທດ ລຸ່ມ ແມ່ນ້ຳຂອງ ເຂົ້າຮ່ວມປະຊຸມ ແລະ ສະແດງຄວາມເຫັນຍ້ອນ ພວກຂະເຈົ້າ ເປັນກຸ່ມຄົນ ທີ່ໄດ້ຮັບຜົລກະທົບ ໂດຍກົງ ທ່ານເວົ້າວ່າ:

“ກະຕ້ອງໃຫ້ປະຊາຊົນ ເຂົ້າໄປມີບົດບາດ ມີສ່ວນຮ່ວມເນາະ ທີ່ຫຼາຍທີ່ສຸດ ກະຕ້ອງຟັງ ສຽງຊາວບ້ານເນາະ ຫຼຶວ່າສຶກສາ ວິຈັຍ ຮ່ວມກັນເນາະ ແຕ່ວ່າມື້ນີ້ ຄືກັບວ່າ ມີແຕ່ພາກຣັດ ຈັບມືເວົ້າກັນ ແຕ່ວ່າບັນຫາມັນ ຢູ່ທີ່ຊາວບ້ານເນາະ ຊິບັນຫາເຣຶ່ອງປາ, ເຣຶ່ອງນ້ຳຂຶ້ນ ນ້ຳລົງ ຖ້າຍັງບໍ່ເຄົາຣົບ ບ່ອນນີ້ເທື່ອນີ້ ມັນຈະຍັງລຳບາກຢູ່ ໃນການແກ້ໄຂບັນຫາ.”

ສ່ວນຝັ່ງລາວ, ຊາວຫຼວງພຣະບາງ ທີ່ຫາຢູ່ຫາກິນຕາມລຳແມ່ນ້ຂອງ ທ່ານນຶ່ງ ໃຫ້ຄຳເຫັນວ່່າ ບັນຫາສຳຄັນຂອງ ແມ່ນ້ຳຕອນລຸ່ມ ໃນປັດຈຸບັນນີ້ ແມ່ນການປ່ອຍນ້ຳ ຈາກເຂື່ອນໃນລາວ ແລະຈີນ ເຊິ່ງຈຳເປັນຕ້ອງຂໍຄວາມຮ່ວມມື ຈາກຫຼາຍປະເທດໃນການແກ້ໄຂ ບັນຫາ.

ເຖິງແມ່ນວ່າ ປະເທດສະຫະຣັດ ຈະບໍ່ໄດ້ຢູ່ໃນ ພາກພຶ້ນນີ້ກໍຕາມ ແຕ່ເພິ່ນມີຄວາມຮູ້ກ່ຽວກັບການປ່ຽນແປງ ຂອງປະຣິມານຂອງນ້ຳ ໃນແມ່ນ້ຳຂອງ ຖືເປັນປໂຍດຕໍ່ປະເທດ ລຸ່ມ ແມ່ນ້ຳຂອງ ຍ້ອນການປ່ອຍນ້ຳ ອອກຈາກເຂື່ອນໃນລາວ ແລະ ໃນຈີນ ເຮັດໃຫ້ ປະຣິມານນ້ຳ ຂຶ້ນ-ລົງ ຜິດປົກກະຕິ ໂດຍບໍ່ສາມາດຄາດຄະເນໄດ້ ຍັງເຮັດໃຫ້ຊິວິດການເປັນຢູ່ ຂອງ ປະຊາຊົນລຸ່ມແມ່ນ້ຳຂອງມີການ ປ່ຽນແປງນຳອີກ.

“ການດຳຣົງຊີວິດ ຊາວຫຼວງພຣະບາງ ຫຼືວ່າ ຢູ່ຕາມຖິ່ນເຮົາເນາະ ກໍມີແຫຼ່ງທ່ອງທ່ຽວທັມມະຊາດ ໂຕນີ້ກໍ ຕາມເຫັນ ມັນກະຫາກມີຢູ່ ເນາະ ຜົລກະທົບ ເຊັ່ນຍົກໂຕຢ່າງກະຄື ເຮັດໄຮ່ດິນສວນ ຢູ່ຕາມແຄມນ້ຳຫັ້ນເນາະ ກ່ອນອາດໄດ້ເຮັດ ແຕ່ດຽວນີ້ ບາງເທຶ່ອກະອາດ ບໍ່ໄດ້ເຮັດຫັ້ນນ່າ.”

ຊາວລາວ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງເວົ້າວ່າ ໂຄງການສ້າງໂຄງຮ່າງພື້ນຖານ ເປັນຕົ້ນການສ້າງເຂື່ອນ ມີຄວາມຈຳເປັນໃນການ ພັທນາເສຖກິຈຂອງຊາດ ແຕ່ຕ້ອງຣະມັດຣະວັງ ຜົລກະທົບຕາມມາ ໂດຍສະເພາະເຂື່ອນແຕກ ແລະສະຫະຣັດຈະສາມາດໃຫ້ຄວາມຮູ້ ດ້ານນີ້ ແກ່ບັນດາປະເທດ ລຸ່ມແມ່ນ້ຳຂອງ ໄດ້.

“ການສ້າງເຂື່ອນມັນກະດີແນວນຶ່ງ ຄັນບໍ່ມີເຂື່ອນປະເທດເຮົາ ມັນຈະບໍ່ພັທນາ ຄັນວ່າ ສ້າງຫຼາຍ ກະບັນຫາມັນກະຄື ຢ້ານເຂຶື່ອນແຕກ ລະມັນຈະເດືອດຮ້ອນ ປະຊາຊົນເນາະ.”

ກອງປະຊຸມ ຄວາມຮ່ວມມື ແມ່ນ້ຳຂອງ-ສະຫະຣັດ ໃນປີນີ້່ ຈະຈັດຂຶ້ນເປັນເທຶ່ອທີ 2 ເຊິ່ງເປັນກອງປະຊຸຸມ ທີ່ເກີດຈາກຂໍ້ລິເລີ່ມ ແມ່ນ້ຳຂອງຕອນລຸ່ມ ທີ່ນຳໂດຍສະຫະຣັດ ໂດຍມີ ຈຸດປະສົງຫຼັກ ເພຶ່ອສົ່ງເສີມ ການພັທນາ ໃນອ່າງແມ່ນ້ຳຂອງ ຕອນລຸ່ມ ແບບເທົ່າທຽມ ແລະ ຍືນຍົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.