ທາງບໍ່ແລ້ວຊາວບ້ານ ລໍາບາກ
2017.05.29
ທາງແບ່ງບໍ່ໂພນຕິ້ວ ໄປຫາບ້ານນາໂນ ໄລຍະທາງປະມານ 10 ຫຼັກຢູ່ເມືອງຫີນບູນ ແຂວງຄໍາມ່ວນ ຊຶ່ງທາງການ ເລີ່ມສ້າງມາ ຕັ້ງແຕ່ປີ 2010 ແຕ່ຍັງບໍ່ແລ້ວ ເຮັດໃຫ້ທາງ ເປ່ເພ ຫລາຍຂຶ້ນນໍາທຸກປີ; ບາງບ່ອນເປັນຫລຸມໃຫຍ່ ປະຊາຊົນ 10 ບ້ານຕາມແຄມທາງ ໄດ້ຮັບຜົລ ກະທົບ ຢ່າງໜັກໜ່ວງ ແລະການເດີນທາງໄປມາ ຂອງປະຊາຊົນ ລໍາບາກຫຼາຍ ໂດຍສະເພາະ ເດັກນ້ອຍນັກຮຽນ ທີ່ຕ້ອງໄປໂຮງຮຽນ ໃນແຕ່ລະມື້. ຕາມຄໍາເວົ້າ ຂອງຊາວບ້ານນາໂນ ໃນວັນທີ 26 ພຶສພາ 2017 ນີ້:
"ຂະເຈົ້າເວົ້າ ຂະເຈົ້າສິເຮັດ ເມື່ອກ່ອນ ມັນກໍເປັນດິນແດງຢູ່ ແຕ່ບໍ່ໄດ້ມາໃສ່ ດິນໜຽວແບບນີ້ ເພາະວ່າຂະເຈົ້າ ເລີ່ມເຮັດຕັ້ງແຕ່ປີ 2010 ຂະເຈົ້າສິປູດິນ ປາທາງຍ່າງປີ 2012 ສິແລ້ວ ຂະເຈົ້າເວົ້າຈັ່ງຊີ້ ນັບຈາກວັນນັ້ນ ມື້ນັ້ນ ຈົນຮອດມື້ນີ້ ກະຍັງເປັນ ສະພາບນັ້ນ".
ການສ້າງທາງແບ່ງ ບໍ່ໂພນຕິ້ວ ໄປຫາບ້ານນາໂນ ຢູ່ເມືອງຫີນບູນ ທີ່ວ່າຈະສ້າງໃຫ້ແລ້ວ ແຕ່ປີ 2012 ແຕ່ເຮັດບໍ່ແລ້ວ ແມ່ນຍ້ອນ ຂາດ ງົບປະມານ, ຈໍາຕ້ອງໄດ້ຢຸດໄປ ຈົນຮອດ ທຸກມື້ນີ້.
ຊາວບ້ານນາໂນ ເວົ້າຕື່ມວ່າໃນແຕ່ລະປີ ທາງການ ເຂົ້າມາຊ່ວຍປັບປຸງເສັ້ນທາງນີ້ ກ່ອນເຖິງຣະດູຝົນ ໂດຍຫວັງ ຈະໃຫ້ປະຊາຊົນໄປມາ ສະດວກຂຶ້ນ ໂດຍເອົາດິນມາປົກ. ແຕ່ພໍເຂົ້າ ຣະດູຝົນ ຖນົນສາຍນີ້ ກໍເປັນຂີ້ຕົມ, ຣົດຈັກ-ຣົດຖີບ ໄປມາຍາກ. ບາງບ່ອນ ທາງການ ກໍ ເອົາດິນ ມາກອງໄວ້ກາງຖນົນ ແລ້ວບໍ່ມາສ້ອມແປງ ຍິ່ງເຮັດໃຫ້ ການໄປມາ ລໍາບາກ ຂຶ້ນຕື່ມ.