ຢູເນັສໂກ ຈະຫາລື ເຂື່ອນ ຫຼວງພຣະບາງ

ຈໍາປາທອງ
2021.07.12
ຢູເນັສໂກ ຈະຫາລື ເຂື່ອນ ຫຼວງພຣະບາງ ວັດແສນ ໃນນະຄອນ ຫຼວງພຣະບາງ ຊຶ່ງເປັນນື່ງ ໃນຄວາມເປັນຫ່ວງ ຂອງ ອົງການ ຢູເນັສໂກ ວ່າອາດຈະສູນເສັຽ ຄຸນຄ່າ ຂອງ ມໍຣະດົກໂລກ.
File photo: RFA

ຄະນະກັມມະການ ມໍຣະດົກໂລກ ຂອງອົງການ UNESCO ຈະປະຊຸມກັນ ເພື່ອແກ້ໄຂບັນຫາທ້າທາຍ ອັນຮີບດ່ວນຕ່າງໆທີ່ສົ່ງ ຜົລກະທົບໃສ່ເຂດ ມໍຣະດົກໂລກ ຈໍານວນນຶ່ງ ຊຶ່ງ ມີຄຸນຄ່າທາງດ້ານທັມມະຊາດ ແລະ ວັທນະທັມຣະດັບໂລກ ແຕ່ມື້ວັນທີ 16 ຫາ ວັນທີ 31 ກໍຣະກະດາ 2021 ນີ້.

ທ່ານ Gary Lee ຜູ້ອໍານວຍການໂຄງການ ເອເຊັຽຕາເວັນອອກສ່ຽງໃຕ້ ຂອງອົງການແມ່ນໍ້າສາກົລ, Sarinee Achavanuntahul ຫົວໜ້າຝ່າຍວິຈັຍ ເພື່ອການເງິນທີ່ເປັນທັມ ແຫ່ງ ປະເທດໄທຍ, ຜູ້ຮ່ວມກໍ່ຕັ້ງ Eugene Simonov ຣາຍງານໃນມື້ວັນທີ 12 ກໍຣະກະດາ 2021 ນີ້ວ່າ ນະຄອນຫຼວງພຣະບາງ ຊຶ່ງເປັນນຶ່ງໃນຈໍານວນ ມໍຣະດົກໂລກ ທີ່ລໍ້າຄ່າທີ່ສຸດ ທາງດ້ານວັທນະທັມ ແລະ ທັມມະຊາດ ນັ້ນແມ່ນຖືກໂຄງການເຂື່ອນຫຼວງພຣະບາງ ທີ່ສ້າງກັ້ນແມ່ນໍ້າຂອງ ຄຸກຄາມ.

ເຖິງຈະມີຖານະເປັນມໍຣະດົກໂລກ ແຕ່ແມ່ນໍ້າຂອງທີ່ໄຫລຜ່ານ ຫຼວງພຣະບາງ ແລະ ເປັນສ່ວນນຶ່ງທີ່ແຍກອອກບໍ່ໄດ້ຈາກປວັດ, ວັທນະທັມ ແລະ ວິຖີຊີວິດຂອງຫຼວງພຣະບາງ ແມ່ນຖືກຄຸກຄາມ. ບໍຣິສັດທີ່ໄທຍນໍາພາ ກໍາລັງຈະກໍ່ສ້າງເຂື່ອນ ຂນາດໃຫຍ່ໃສ່ ເຂດທີ່ຢູ່ຫ່າງຈາກ ນະຄອນຫຼວງພຣະບາງ ໄປທາງຕອນເທິງ 25 ກິໂລແມັດ. ຍ້ອນຂນາດ ແລະທີ່ຕັ້ງຂອງເຂື່ອນຮວມທັງຄວາມ ຢູ່ໃກ້ຕົວເມືອງຫຼວງພຣະບາງ ຂອງເຂື່ອນ, ເຂື່ອນນີ້ຈຶ່ງຖືກຈັດຢູ່ໃນປະເພດທີ່ມີ “ຄວາມສ່ຽງສູງສຸດ” ຕໍ່ເມືອງມໍຣະດົກໂລກ ຍ້ອນ ເຂື່ອນຈະມີຜົລກະທົບອັນໃຫຍ່ຫຼວງ ທາງດ້ານສິ່ງແວດລ້ອມ, ທາງດ້ານຣະບົບນິເວດແມ່ນໍ້າຂອງ ແລະ ເຂດອ້ອມແອ້ມ.

ແລະໃນຣາຍງານປີ 2020 ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ກໍໄດ້ຣະບຸວ່າ “ຜົລກະທົບໃດໆຈາກເຂື່ອນແຕກ ຫຼື ເກີດນໍ້າຖ້ວມກໍອາດນໍາໄປສູ່ການສູນເສັຽຊີວິດ ຂອງຜູ້ຄົນ ຈາກຫຼາຍປະເທດ ເຊັ່ນດຽວກັນ.” ສໍາລັບເຫດຜົລຂອງຣາຍງານກ່ຽວກັບ ການທົບທວນທາງດ້ານເທັກນິກສະບັບນີ້ “ຜົລກະທົບຕໍ່ຫຼວງພຣະບາງ ຖືກຖືເປັນຜົລກະທົບ ຂ້າມຊາຍແດນຕາມທັມມະຊາດ, ດັ່ງນັ້ນ ຈຶ່ງເປັນເຣື່ອງທີ່ ປະຊາຄົມສາກົລ ວິຕົກກັງວົນ.”

ເມື່ອປີ 2012 ຄະນະກັມມະການ ມໍຣະດົກໂລກ ກໍໄດ້ຮຽກຮ້ອງໃຫ້ຣັຖບານລາວ ດໍາເນີນການປະເມີນຜົລກະທົບ ທາງດ້ານມໍຣະດົກ ແຕ່ 9 ປີ ຕໍ່ມາຣັຖບານລາວ ກໍຍັງບໍ່ມີການ ດໍາເນີນການເລີຍ. ແລະໃນຮ່າງເອກກະສານ ທີ່ຕັດສິນໃຈພີມເຜີຍແຜ່ ເມື່ອທ້າຍເດືອນ ມິຖຸນາ ທີ່ຜ່ານມານີ້ ທາງຄະນະກັມມະການມໍຣະດົກໂລກ ກໍໄດ້ແນະນໍາໃຫ້ຣັຖບານລາວ ຢຸດກິຈກັມກໍ່ສ້າງເຂື່ອນທັງໝົດ ໄປຈົນກວ່າ ວ່າຈະມີການປະເມີນຜົລກະທົບ ທີ່ຈະເກີດຂຶ້ນຕໍ່ ມໍຣະດົກນັ້ນ ຢ່າງເຕັມສ່ວນ.

ການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ ທີ່ໄດ້ເຮັດມານັ້ນກໍພົບວ່າ ມີຂໍ້ບົກຜ່ອງຜິດພາດ ໂດຍມີຊ່ອງຫວ່າງຈໍານວນ ຫຼວງຫຼາຍ. ປະເທດເພື່ອນບ້ານທີ່ໃຊ້ແມ່ນໍ້າຂອງ ຮ່ວມກັນກໍຮຽກຮ້ອງໃຫ້ຣັຖບານລາວ ດໍາເນີນການປະເມີນຜົລກະທົບຂ້າມຊາຍແດນ ຢ່າງຈິງຈັງຫຼາຍຂຶ້ນ.

ກ່ຽວກັບເຣື່ອງທີ່ວ່ານີ້ ອົງການຢູເນັສໂກ ຮຽກຮ້ອງໃຫ້ຜູ້ສ້າງເຂື່ອນຫຼວງພະບາງ ສຶກສາສຳຣວດຜົນກະທົບ ທີ່ຈະເກີດຈາກເຂື່ອນ ຫຼວງພະບາງ ຕໍ່ເມືອງມໍຣະດົກໂລກ ນະຄອນຫຼວງພຣະບາງ ນັ້ນຢ່າງຄັກແນ່, ດັ່ງ ດຣ. Mechtild Rossler, ຜູ້ອຳນວຍການສູນ ມໍຣະດົກໂລກ ຂອງອົງການຢູເນັສໂກ ໄດ້ຊີ້ແຈງຕໍ່ນັກຂ່າວວິທຍຸເອເຊັຽເສຣີ ໃນມື້ວັນທີ່ 27 ກຸມພາ 2021 ນີ້ວ່າ:

“ຈົນເຖິງປັດຈຸບັນ ພວກເຮົາຍັງບໍ່ທັນໄດ້ຮັບຜົນ ຂອງການສຳຣວດຜົນກະທົບ ສະເພາະຕໍ່ເມືອງມໍຣະດົກນັ້ນເທື່ອ ຊຶ່ງເປັນເມືອງທີ່ມີ ຄຸນຄ່າ ອັນສູງສົ່ງຂອງໂລກ. ຜູ້ສ້າງເຂື່ອນ ອາດໄດ້ເຮັດການສຶກສາສຳຣວດ ຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ດ້ານອື່ນໆ ແຕ່ການສຶກສາຜົນກະທົບ ຕໍ່ເມືອງມໍຣະດົກໂລກ ຍັງບໍ່ທັນໄດ້ເຮັດ. ພວກເຮົາຕ້ອງການ ການສຶກສາສຳຣວດຜົນກະທົບຈາກເຂື່ອນ ຫຼວງພະບາງທີ່ຈະມີຕໍ່ສະເພາະ ເມືອງມໍຣະດົກໂລກ ພວກເຮົາຢາກຮູ້ວ່າເຂື່ອນຈະສົ່ງຜົນກະທົບ ຕໍ່ເມືອງມໍຣະດົກໂລກນັ້ນແນວໃດ. ເຣື່ອງຣະຍະໄກໃກ້ບໍ່ສຳຄັນ; ສິ່ງທີ່ສຳຄັນ ແມ່ນຄວາມສ່ຽງ ແລະ ຜົນກະທົບທີ່ອາດຈະເກີດຂຶ້ນ ຕໍ່ເມືອງມໍຣະດົກໂລກ ເປັນຕົ້ນ ເວລາເຂື່ອນແຕກ ມັນຈະສົ່ງຜົລກະທົບ ແນວໃດ.”

ນັກວິຊາການ ດ້ານມໍຣະດົກ Minja Tang ຜູ້ເປັນຫົວໜ້າຮັບຜິດຊອບ ເຣື່ອງຄວາມປອດພັຍ ຂອງ ອັງກໍວັດ ປີ 1991 ເວົ້າວ່າ ຢູເນັສໂກ ໄດ້ເຊັນສັນຍາ ໃນປີ 1995 ກັບຣັຖບານລາວ ບົນພື້ນຖານຂອງຄວາມເຊື່ອມໂຍງເປັນເອກກະລັກ ຣະຫວ່າງທັມມະຊາດ ວັທນະທັມ ແລະ ປວັດສາດ ຮວມເຖິງການມາບັນຈົບຄົບກັນ ຂອງ ແມ່ນໍ້າຂອງ ແລະ ນໍ້າຄານ.

ນອກເໜືອໄປຈາກເຂດມໍຣະດົກໂລກ ນະຄອນຫຼວງພຣະບາງ ແລ້ວ, ເຂື່ອນຫຼວງພຣະບາງ ຍັງເປັນພັຍຄຸກຄາມ ຄວາມຫຼາກຫຼາຍ ທາງຊີວະພາບ ທີ່ ອຸດົມ ແລະ ຄວາມສົມບູນ ທາງນິເວດວິທຍາ ຂອງ ແມ່ນໍ້າຂອງນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.