ມະຫາວິທຍາລັຍອັງກິດ-ລາວ ຮ່ວມມື
2014.01.17
ມະຫາວິທຍາລັຍ ໂວ່ແຫມຕັນ ຂອງອັງກິດໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ກັບມະຫາວິທຍາລັຍ ແຫ່ງຊາດລາວ ວ່າດ້ວຍການ ບໍຣິຫານ ຈັດການ ແລະ ການພັທນາ ປ່າໄມ້ ແບບຍືນຍົງ.
ສູນກາງ ຝຶກອົບຮົມ ແລະພັທນາສາກົນ ດ້ານປ່າໄມ້ ຈາກມະຫາວິຍາລັຍ ໂວ່ແຫມຕັນ ແລະ ສະຖາບັນການສຶກສາດ້ານປ່າໄມ້ຈາກ ມະຫາວິທຍາລັຍ ແຫ່ງຊາດ ລາວ ໄດ້ຕົກລົງ ຈະ ປະຕິບັດ ຮ່ວມກັນ ໃນການ ສ້າງຕັ້ງ ກົດຣະບຽບ ການບໍຣິຫານຈັດການປ່າໄມ້ ແລະ ການພັທນາຊັພຍາກອນມະນຸດ ກ່ຽວກັບ ການຄ້າໄມ້ໃນລາວ. ບົດບັນທຶກ ຄວາມເຂົ້າໃຈ ດັ່ງກ່າວ ເປັນບາດກ້າວ ທີ່ສຳຄັນ ໃນການ ແລກປ່ຽນ ຄວາມຮູ້ຣະຫວ່າງ ສອງສະຖາບັນ ແລະ ໃນການພັທນາຊັພຍາກອນມະນຸດ ດ້ານນີ້ ໃນອະນາຄົດ.
ອະດີດ ນັກສຶກສາລາວ ຈາກມະຫາວິທຍາລັຍ ໂວ່ແຫນຕັນ ປະເທດອັງກິດ ຫລາຍຄົນ ກໍໄດ້ເຂົ້າຮ່ວມງານກ່ຽວກັບ ເຣື້ອງນີ້ໃນລາວ ບົດບັນທຶກຄວາມເຂົ້າໃຈສະບັບນີ້ເປັນເສັ້ນທາງໃນການສ້າງຫລັກສູດການຮຽນ ການສອນ ໃນວິຊາປ່າໄມ້ ໃນມະຫາວິທຍາລັຍ ແຫ່ງ ຊາດລາວ ແລະ ຂໍ້ຕົກລົງດັ່ງກ່າວຫວັງວ່າ ຈະເປັນການຍົກຣະດັບ ພາບພົດຂອງ ມະຫາວິທຍາລັຍ ແຫ່ງຊາດລາວ ເປັນສູນກາງ ຄວາມຊ່ຽວຊານ ທາງດ້ານ ບໍຣິຫານ ປ່າໄມ້ ໃນຂົງເຂດ.
ມະຫາວິທຍາລັຍ ໂວ່ແຫມຕັນ ຂອງອັງກິດ ສູນຝຶກອົບຮົມ ກ່ຽວກັບ ການບໍຣິຫານ ຈັດການປ່າໄມ້ ແບບຍືນຍົງ ແຫ່ງນີ້ ມີຄວາມຊໍາ ນານ ແລະມີຊື່ສຽງໃນການໃຫ້ການຝຶກອົບຮົບ ນັກສຶກສາແລະນັກວິຊາການໃນຂແນງ ດັ່ງກ່າວຈາກມະຫາວິທຍາລັຍ ຫລາຍປະເທດ ໃນໂລກ.