ລາວ ຫວິດພົ້ນຈາກພາຍຸໃຕ້ຝຸ່ນວູຕິບ ຊື່ງເມື່ອກ່ອນຄາດວ່າ ຈະພັດເຂົ້າມາທາງພາກເໜືອ ແລະພາກກາງຂອງປະເທດຢ່າງໜັກ ແຕ່ວ່າພາຍຸ ລູກດັ່ງກ່າວໃນເວລາເຄື່ອນຍ້າຍເຂົ້າມາຝັ່ງ ຂອງປະເທດວຽດນາມ ແລ້ວໄດ້ສລາຍໂຕເປັນພາຍຸ ເຂດຮ້ອນ. ຊາວເມືອງດົງເຫັນ ແຂວງສວັນ ນະຂດ ບອກວ່າພາຍຸບໍ໋ເຂົ້າມາແລ້ວ:
"ມັນຫວິດແລ້ວເດ ມື້ນີ້ກ່າແດດໝົດມື້ ແດດໝົດມື້ນະມື້ນີ້ນະ ມັນເຂົ້າວຽດນາມ ແລ້ວມັນຂຶ້ນໄປທັງພຸ້ນເດ ມັນຫາກບໍ່ແຮງມັນໝົດຍ້ອນຄວາມ ກົດດັນອາກາດຕໍ່າ ມັນຂຶ້ນໄປທາງຄໍາມ່ວນ ແລ້ວມັນໄປສິ້ນສຸດຢູ່ນະຄອນພະນົມ".
ລາວເວົ້າວ່າມີຝົນເປັນເມັດຝອຍຊື່ໆມື້ຄືນນີ້ຝົນຕົກມັນຫາກບໍ່ແຮງ. ໃນຂນະດຽວກັນຊາວນະຄອນຫລວງວຽງຈັນກໍບອກໃຫ້ຮູ້ໃນຕອນ 5 ໂມງ ແລງນີ້ວ່າສະພາບອາກາດຢູ່ນະຄອນຫລວງວຽງຈັນນັ້ນເປັນປົກກະຕິ. ມີຝົນຕົກແດ່ເລັກນ້ອຍ ບໍ່ເຖິງຂັ້ນວ່າຖ້ວມຖນົນຫົນທາງ ແຕ່ຢ່າງໃດ.
ໃນອາທິດຜ່ານມາ 4 ແຂວງພາກໃຕ້ຂອງລາວ ສາຣະວັນ ເຊກອງ ຈໍາປາສັກ ແລະ ອັດຕະປື ໄດ້ຮັບຜົນກະທົບຢ່າງໜັກຫນ່ວງຍ້ອນຝົນຕົກ ໜັກ ໂດຍສະເພາະແຂວງຈໍາປາສັກ 10 ເມືອງແລະ 200 ກ່ວາບ້ານຖືກນໍ້າຖ້ວມ. ໃນ 4 ແຂວງພາກໃຕ້ມີປະຊາຊົນເກືອບ 7 ໝື່ນຄົນໄດ້ ຮັບຜົນກະທົບ. ໃນລະຍະນີ້ປະຊາຊົນທີ່ໄດ້ຮັບຜົນກະທົບຕ້ອງການເຂົ້າປາອາຫານ ນໍ້າກິນແລະທີ່ຢູ່ອາສັຍ.