ເມືອງສັງທອງຖືກພະຍຸ ຖະລົ່ມ
2020.03.04

56 ຄອບຄົວ ຢູ່ເມືອງສັງທອງ ນະຄອນຫລວງວຽງຈັນ ໄດ້ຮັບຜົນກະທົບ ຈາກ ພະຍຸຣະດູຮ້ອນພັດຖະລົ່ມ ແລະ ມີໝາກເຫັບຕົກ ໃນຕອນ ແລງຂອງວັນທີ 2 ມີນາ ເຮັດໃຫ້ ເຮືອນຂອງປະຊາຊົນ, ຕລາດແລະຣົດຂອງປະຊາຊົນ ໄດ້ຮັບຄວາມເສັຽຫາຍ, ແລະມີຄົນໄດ້ຮັບບາດເຈັບ 2 ຄົນ.
ເຮືອນປະຊາຊົນປະມານ 30 ຫລັງ ຢູ່ບ້ານ ເພັຽລາດ ເມືອງສັງທອງ ໄດ້ຮັບຄວາມເສັຍຫາຍ, ຫລັງຄາຕລາດເມືອງສັງທອງຫັກລົງມາຍ້ອນ ລົມພະຍຸລະດູຮ້ອນພັດ. ຊາວບ້ານຢູ່ເມືອງສັງທອງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 3 ມີນາ ວ່າ:
“ໂອ ຮ້ານຄ້າຫັ້ນເສັຽຫາຍຫຼາຍ ຮ້ານຄ້າເປັນຕລາດຫັ້ນ ຖືວ່າເຕັ້ນ ເປັນອັນນັ້ນ ຖືວ່າຫັກລົງເລີຍ. ບ້ານດຽວ ບ້ານເພັຽລາດເດີ້ ກະຮູ້ແຕ່ ບ້ານເພັຽລາດບ້ານດຽວ ບ້ານອື່ນຂະເຈົ້າກະວ່າ ບໍ່ໄດ້ເສັຽຫາຍຫຍັງຫຼາຍ.”
ທ່ານກ່າວຕື່ມວ່າ ໃນເບື້ອງຕົ້ນ ພາກສ່ວນກ່ຽວຂ້ອງ ກໍພວມລົງມາເບິ່ງ ແລະ ຄົ້ນຄວ້າ ຫາວິທີຊ່ວຍເຫຼືອຊາວບ້ານ ແລະ ຊາວຄ້າຂາຍ ທີ່ ໄດ້ຮັບຜົນກະທົບ. ມີປະຊາຊົນໄດ້ຮັບຜົນກະທົບ 56 ຄອບຄົວ ຢູ່ເມືອງສັງທອງ ນະຄອນຫຼວງ ວຽງຈັນ ແລະ ມີ 2 ຄົນໄດ້ຮັບ ບາດເຈັບ, ລວມມູນຄ່າຄວາມເສັຽຫາຍໃນຄັ້ງນີ້ ຄິດເປັນມູນຄ່າ 190 ລ້ານກີບ, ອີງຕາມຂໍ້ມູນຈາກຫ້ອງວ່າການເມືອງສັງທອງ.
ນອກຈາກນີ້ ຢູ່ເຂດເມືອງສີສັດຕະນາກ ກໍໄດ້ຮັບຄວາມເສັຽຫາຍ ພໍສົມຄວນ, ລົມພະຍຸໄດ້ພັດກົກໄມ້ຫັກລົງທັບ ເຮືອນປະຊາຊົນ, ທັບຣົດ ໃຫຍ່ທີ່ຈອດໄວ້ແຄມທາງນຶ່ງຄັນ. ເຈົ້າໜ້າທີ່ໜ່ວຍກູ້ພັຍ ບັນເທົາທຸກ ເມືອງສີສັດຕະນາກ ໄດ້ກ່າວຕໍ່ເອເຊັຽເສຣິີ ວ່າ:
“ມີແຕ່ກົກໄມ້ລົ້ມທັບຫົນທາງຊື່ໆ ລະກະໄປມາບໍ່ສະດວກ, ແຕ່ວ່າມື້ ຄືນນີ້ເຮົາກະໄດ້ ຕັດສາຍມັນອອກ ລະກະເອົາລົດຍົກມາຍົກ ອອກຈາກ ຫົນທາງ ລະມື້ເຊົ້ານີ້ທາງບ້ານ ແລະ ອຳນາດການປົກຄອງ ເພິ່ນກະໄດ້ເອົາຈັກມາຕັດອີ່ຫຍັງ ດຽວນີ້ ແມ່ນອອກຮຽບຮ້ອຍໝົດແລ້ວ.”
ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ອອກແຈ້ງເຕືອນວ່າ ໃນໄລຍະແຕ່ວັນທີ 2-5 ມີນາ 2020 ນີ້ ຈະເກີດສະພາບອາກາດປ່ຽນແປງກະທັນຫັນ, ຈະມີພະຍຸລົມແຮງ ແລະ ຝົນ ຕົກແຮງຢູ່ບາງເຂດ ໃນພາກເໜືອ ແລະ ພາກກາງ ຂອງປະເທດລາວ.