ການຂົນສົ່ງທາງເຮືອ ຈາກແຂວງຫລວງພຣະບາງ ໄປຫາແຂວງອື່ນໆ ໄດ້ຮັບຜົລກະທົບ ຈາກ ສະພາບນໍ້າຂອງບົກແຫ້ງ ໂດຍສະເພາະ ເຮືອຂົນສົ່ງສິນຄ້າ ທີ່ແລ່ນໃນໄລຍະໄກ ບໍ່ສາມາດແລ່ນໄດ້, ຕ້ອງໄດ້ເຊົາແລ່ນຊົ່ວຄາວ ຍ້ອນແມ່ນໍ້າຂອງບົກແຫ້ງ ໃນຫລາຍເຂດ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ການຂົນສົ່ງ ທາງເຮືອແຂວງ ຫລວງພຣະບາງ ຕໍ່ RFA ໃນມື້ວັນທີ 25 ກໍຣະກະດາ ນີ້:
"ສ່ວນຫລາຍກະ ກະທົບ ເຮືອລ່ອງບໍ່ໄດ້ເນາະ ມັນແຫ້ງແລ້ວສິນຄ້າ ກະບໍ່ສົ່ງມາ ມັນຂົນແຕ່ຊຽງຂອງ ມາຫລວງພຣະບາງ ໂຕນຶ່ງມັນຂົນ ແຕ່ເຂື່ອນ ທ້າຍປາກລາຍ ພາກໃຕ້ນີ໋ນ່າຂະເຈົ້າ ຂຶ້ນມາສາຣະຄາມເດ໊ ຂຶ້ນມາພີ້ ເຮົາໄປໃຊ້ເຄື່ອງລ່ອງນໍ້າແຫ້ງ ກະບໍ່ໄດ້ ເອີແລ່ນບໍ່ໄດ້ ຫັ້ນແລະ."
ທ່ານກ່າວວ່າ ຕາມການສໍາຣວດ ໃນເບື້ອງຕົ້ນ ເຂດທີ່ບໍ່ສາມາດແລ່ນເຮືອໄດ້ປົກກະຕິ ຄືແຕ່ຫລວງພຣະບາງ ໄປຫາເມືອງຊຽງຂອງ ແຂວງ ຊຽງຮາຍຂອງໄທ ແລະ ແຕ່ຫລວງພຣະບາງໄປຫາ ເມືອງປາກລາຍ ແຂວງໄຊຍະບູຣີ ຊຶ່ງເຮືອຈະແລ່ນໄດ້ ໃນໄລຍະໃກ້ເທົ່ານັ້ນ.
ປັດຈຸບັນ ສິນຄ້າທີ່ຄ້າງຢູ່ສາງຈໍານວນນຶ່ງ ຕ້ອງໄດ້ຖືກຂົນສົ່ງໄປ ທາງຣົດແທນກ່ອນ ຖ້າຣະດັບນ້ຳຂອງສູງຂຶ້ນ ຈຶ່ງຈະສາມາດແລ່ນເຮືອໄດ້ ຕາມປົກກະຕິ:
"ມັນກໍບໍ່ພໍຂາດປານໃດ ເຂົາກໍສະຕ໊ອກໄວ້ບາງອັນ ບາງເທື່ອມັນຂາດ ເຂົາກະໄປຊື້ທາງໄທ ມັນມີທາງຣົດກໍຮອດ ຂະເຈົ້າກໍລໍຖ້າໃຫ້ນໍ້າຂຶ້ນ ມາໜ້ອຍນຶ່ງ ກໍມີແຕ່ລໍຖ້າຝົນນໍ໊."
ອີງຕາມຂໍ້ມູນຈາກການຣາຍງານ ຂອງຂ່າວໄທ, ບໍຣິເວນບ້ານ ຫາດເບັ້ຽ ບ້ານຫາດຄໍາພີ ເມືອງປາກຊົມ ແຂວງເລີຍຂອງໄທ ທີ່ຕິດກັບ ແຂວງໄຊຍະບູຣີ ຂອງລາວ ສະພາບແມ່ນໍ້າຂອງແຫ້ງ ມີໂງ່ນຫີນ ແລະຫາດຊາຍ ເຮືອບໍ່ສາມາດແລ່ນໄປມາໄດ້ ໃນໄລຍະໄກ ຍ້ອນນໍ້າ ຂອງແຫ້ງ, ເຮືອບັນທຸກສິນຄ້າ ແລະເຮືອໂດຍສານ ບໍ່ສາມາດແລ່ນຂຶ້ນໄປທາງເໜືອ ຂອງລາວໄດ້.
ທ່ານ ບຸນທ່ຽງ ສຸວັນນະຫານ ຮອງຫົວໜ້າຜແນກອຸທົກກະສາດ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັພຍາກອນ ແລະສິ່ງແວດລ້ອມ ຂອງລາວ ເວົ້າວ່າສາເຫດ ທີ່ນໍ້າຂອງແຫ້ງຫລາຍ ໃນຮອບ 10 ປີນີ້ ແມ່ນຍ້ອນຝົນບໍ່ຕົກ, ເຂື່ອນຈິງຫົງຂອງຈີນ ກໍປ່ອຍນໍ້າລົງມາໜ້ອຍ ປະມານ 600 ແມັຕກ້ອນ ຕໍ່ວິນາທີ ຈາກທີ່ເຄີຍປ່ອຍປະມານ 1,200 ແມັຕກ້ອນ ຕໍ່ວິນາທີ ແລະປັດຈຸບັນ ເຂື່ອນໄຊຍະບູຣີ ກໍປ່ອຍນໍ້າ 1,700 ແມັຕກ້ອນ ຕໍ່ວິນາທີ ຊຶ່ງຖືວ່າໜ້ອຍ ຍ້ອນໄດ້ຮັບນໍ້າຈາກເຂື່ອນຈີນ ແລະຈາກນໍ້າສາຂາ ໜ້ອຍລົງກວ່າເກົ່າ.