ຂີ້ເຫຍື້ອຢູ່ເດີ່ນທາດຫລວງ

ເດີ່ນທາດຫລວງ ຍັງມີຂີ້ເຫຍື້ອເຕັມ ເປີ້ເປື້ອນຢູ່
ເດີ່ນທາດຫລວງ ຍັງມີຂີ້ເຫຍື້ອເຕັມ ເປີ້ເປື້ອນຢູ່ (Lanxang)

0:00 / 0:00

ເດີ່ນທາດຫລວງຍັງມີຂີ້ເຫຍື້ອເຕັມ ເປີ້ເປື້ອນຢູ່ ເຖິງວ່າບຸນທາດຫລວງ ຈະສິ້ນສຸດລົງໄດ້ ອາທິດນຶ່ງແລ້ວກໍຕາມ. ປະຊາຊົນຜູ້ຢູ່ບໍຣິເວນອ້ອມ ແອ້ມ ລານພຣະທາດຫລວງ ພາກັນຈົ່ມວ່າ ເດີ່ນທາດຫລວງ ຍັງເປີ້ເປື້ອນ ຍັງມີຂີ້ເຫຍື້ອເຕັມ ເໜົ່າເປື່ອຍ ສົ່ງກິ່ນເໝັນໄປທົ່ວ; ຜ່ານມາ ມີ ຄົນມາທໍາຄວາມສະອາດຢູ່ ແຕ່ບໍ່ສະອາດດີ ເທົ່າທີ່ຄວນ. ດັ່ງຊາວບ້ານທາດຫລວງ ຜູ້ນຶ່ງເວົ້າຈົ່ມວ່າ:

“ເອີມັນລ້າງແລ້ວນີ້ນະ ແຕ່ວ່າມື້ວານນີ້ມັນມາລ້າງຊໍ້າແລ້ວນີ່ ຂ້ອຍຖາມວ່າແລ້ວຊໍ່ານີ້ຫລະ ມັນກະວ່າ ເອີຊໍ່ານີ້ແຫລະມັນວ່າຊັ່ນນະ. ໂຕນີ້ປົກ ກະຕິມັນມາ ມື້ວານນີ້ມັນມາລ້າງ ແຕ່ວາມັນຊໍ້າວານນີ້ ມື້ນີ້ບໍ່ມາ. ມັນໄລ່ມາຕັ້ງແຕ່ເທິງນີ່ລົງໄປ ໂຕນີ້ມັນກະໄລ່ຂື້ນມານີ້ ຕັ້ງແຕ່ໜ້ອຍດຽວ ມັນກະເຊົາ. ນໍ້າສະອາດຮອດ ແຕ່ຫັ່ນນະນີ່ ລະກະແລ້ວມັນ ກະຖອຍກົ້ນໜີຄືນ.”

ຊາວບ້ານທາດຫລວງ ຜູ້ນີ້ຈົ່ມຕື່ມວ່າ ຄົນງານມາທໍາຄວາມສະອາດ ບໍ່ເກັບຂີ້ເຫຍື້ອ ຢ່າງທົ່ວເຖິງ ຂີ້ເຫຍື້ອຍັງກອງ ຍັງຢາຍຢູ່ຕາມເດີ່ນຫຍ້າ ເດີ່ນຊີເມັນ. ເຈົ້າໜ້າທີ່ມາສີດນໍ້າໃສ່ ຂີ້ເຫຍື້ອສ່ວນນຶ່ງ ລົງຮອງແຄມຖນົນ ຫົນທາງ ແຕ່ຂີ້ເຫຍື້ອ ຍັງຕົກຄ້າງຢູ່ເຕັມເໝົ່າເປື່ອຍ; ສ່ວນທີ່ຢູ່ໃນ ຖັງຂີ້ເຫຍື້ອ ກໍບໍ່ມີໃຜມາເກັບໄປຖິ້ມຈັກເທື່ອ ຍັງຖືກຖິ້ມຊະຊາຍໄວ້ຢູ່ຄືເກົ່າ. ຄວາມເປີ້ເປື້ອນດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ໂດຍສະ ເພາະ ພວກພໍ່ຄ້າແມ່ຄ້າ ບໍ່ໄດ້ຂາຍເຄື່ອງ; ພວກເຂົາຊາວບ້ານ ຈຶ່ງຢາກຮຽກຮ້ອງໃຫ້ທາງການທີ່ຮັບຜິດຊອບ ມາເກັບມ້ຽນຂີ້ເຫຍື້ອແລະ ທໍາ ຄວາມສະອາດໃຫ້ດີຂື້ນໂດຍໄວ.

ຊາວບ້ານທາດຫລວງ ທ່ານນີ້ເວົ້າໃນຕອນທ້າຍອີກວ່າ ພຣະທາດຫລວງເປັນສະຖານທີ່ເຄົາຣົບບູຊາແລະເປັນແຫລ່ງທ່ອງທ່ຽວແຫ່ງທີ່ ສຳຄັນ ຂອງລາວ ຄວນມີການຮັກສາຄວາມສະອາດ ແລະຄວາມເປັນຣະບຽບ ຮຽບຮ້ອຍໂດຍດີຕລອດເວລາ.