ປະຊາຊົນຖືກນໍ້າຖ້ວມ ຕ້ອງການ ໃຫ້ຊ່ອຍເຫຼືອ
2020.10.20
ປະຊາຊົນ 125 ບ້ານ, ຫຼາຍກວ່າ 10,000 ຄົວເຮືອນ, ຫຼາຍກວ່າ 29,000 ຄົນ ຢູ່ 8 ເມືອງ ໃນຈໍານວນທັງໝົດ 15 ເມືອງຂອງແຂວງ ສວັນນະເຂດ ທີ່ກໍາລັງປະເຊີນກັບພັຍນໍ້າຖ້ວມໜັກ ເຮັດໃຫ້ເນື້ອທີ່ນາ ຫຼາຍກ່ວາ 10,000 ເຮັກຕາເສັຍຫາຍ, ເສັ້ນທາງຖືກຕັດຂາດ ແລະ ເຄື່ອງຂອງເສັຍຫາຍຫລາຍນັ້ນ ຕ້ອງການຄວາມຊ່ອຍເຫລືອຢ່າງຮີບດ່ວນ ໂດຍສະເພາະ ເຄື່ອງອຸປໂພກ ບໍຣິໂພກ, ດັ່ງຊາວບ້ານຜູ້ນຶ່ງ ທີ່ ຂໍສງວນຊື່ ຢູ່ເມືອງເຊໂປນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ຕຸລາ ນີ້ວ່າ:
“ຄອງມັນຂາດ ແລ້ວກະຖນົນຫົນທາງກະຕັດຂາດໄປພ້ອມ ແລ້ວກະການລໍາລຽງນໍ້າດື່ມ ກະສິມີການຂາດແຄນເນາະ ພວກນໍ້າດື່ມພວກອາ ຫານການກິນ ເຂົ້າສານອາຫານແຫ້ງ ສ່ວນຫລາຍແລ້ວ ມັນສິບໍ່ໄດ້ໄດ໋.”
ອີງຕາມຣາຍງານຂອງວຽງຈັນທາຍມ໌ ວັນທີ 21 ຕຸລາ ນີ້, ເຈົ້າໜ້າທີ່ທາງການ ແລະ ອາສາສມັກຈາກມວນຊົນ ໄດ້ຊ່ອຍເຫລືອ ຜູ້ໄດ້ຮັບຜົລ ກະທົບແຮງຈາກພັຍນໍ້າຖ້ວມ ປະມານ 10,000 ປາຍ ຄົວເຮືອນ.
ແລະ ຊາວບ້ານຢູ່ເມືອງພີນ ຜູ້ບໍ່ປະສົງອອກຊື່ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ນໍ້າຖ້ວມສູງຫລາຍ, ຖ້ວມໝົດທຸກເຮືອນ ທີ່ຢູ່ ໃກ້ແຄມເຊ, ປະຊາຊົນ ໄດ້ຮັບຄວາມຫຍຸ້ງຍາກ ຫລາຍສົມຄວນ ແລະ ວ່າ ທາງການແຂວງ ກໍໄດ້ມາຊ່ອຍເຫລືອ ໃນເບື້ອງຕົ້ນແລ້ວ ເປັນ ນໍ້າດື່ມ ແລະ ອາຫານແຫ້ງ ແຕ່ກໍຍັງບໍ່ພຽງພໍ, ຊາວບ້ານຕ້ອງການເຂົ້າສານ ພໍໄດ້ກິນ:
“ຊ່ວຍແດ່ເນາະ ເວົ້າເຣື່ອງຍາກກະຍາກແລ້ວເຮີ໋ຍ ເຂາະຂອດເອົາແລ້ວກະເຮັດຈັ່ງໃດ ຂັ້ນເທິງດູແລ ເຮົາກະສໍ່ານັ້ນແຫລະເນາະ ດຽວນີ້ຫັ້ນ ສເນີຄືນວ່າ ຢາກໄດ້ເຂົ້າຫັ້ນແລ້ວ ພໍໄດ້ກິນໄດ້ຢາກ ບໍ່ມີຄອບຄົວໃດ ທີ່ວ່າບໍ່ຖ້ວມ ຄູ່ຄອບຄົວ.”
ສ່ວນຊາວບ້ານຢູ່ເມືອງສອງຄອນ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມນັ້ນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ຕຸລານີ້ວ່າ ຕອນນີ້ ໄຟຟ້າຖືກຕັດໝົດ ເຮັດຢູ່ເຮັດກິນບໍ່ໄດ້ ແລະວ່າ ຢາກໃຫ້ທາງການ ຊ່ອຍເຫລືອ ເປັນນໍ້າດື່ມ ແລະ ອາຫານສໍາເຣັດຮູບ ຫລື ອາຫານແຫ້ງ ແລະຢາປິ່ນປົວພຍາດຕ່າງໆ:
“ກະມີແຕ່ປະເພດເປັນນໍ້າດື່ມ ອາຫານແຫ້ງແລ້ວເພາະວ່າ ແຕ່ລະບ້ານຖືກຕັດໄຟໝົດແລ້ວເດ໋ ໂຕທີ່ວ່າຫັ້ນນ່າ ເຄື່ອງນຸ່ງຫົ່ມກະບໍ່ປານໃດ ກະມີແຕ່ປະເພດອາຫານ ຫັ້ນແຫລະ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ເມືອງພິນ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ສະເພາະຢູ່ເມືອງພີນ ນໍ້າຖ້ວມ 45 ບ້ານ ຖືວ່າຖ້ວມໜັກຫລາຍສົມຄວນ, ທາງການໄດ້ຊ່ອຍເຫຼືອ ຊາວບ້ານທີ່ໄດ້ຮັບຜົລກະທົບເປັນນໍ້າດື່ມ, ອາຫານແຫ້ງແລ້ວ ແຕ່ກໍຍັງ ບໍ່ພຽງພໍ ຍັງຕ້ອງການອີກຫລາຍ:
“ຖ້ວມແລ້ວ ຢູ່ເມືອງພີນນີ໋ ຖ້ວມ 45 ບ້ານຖ້ວມໜັກຫລາຍ ແຕ່ວ່າໃນປັດຈຸບັນ ກະຍັງໄດ້ລົງຊ່ວຍເຫລືອຢູ່ ເມືອງພິນຕ້ອງການໃນປັດຈຸບັນ ສ່ວນຫລາຍມີແຕ່ເຂົ້າ ແລະ ເຄື່ອງບໍຣິໂພກຫັ້ນນ່າ.”
ທ່ານກ່າວຕື່ມວ່າ ມີເຮືອຂອງຊາວບ້ານ ໄປຊ່ອຍຂົນຜູ້ທີ່ຖືກນໍ້າຖ້ວມ ຊຶ່ງຂຶ້ນໄປຢູ່ຫລັງຄາເຮືອນ ແລະ ຕາມຕົ້ນໄມ້ ແຕ່ບໍ່ມີຜູ້ໃດໄດ້ຮັບບາດ ເຈັບ ຫລື ເສັຍຊີວິດ.
ສ່ວນຢູ່ເມືອງຊົນບູລີ ເຈົ້າໜ້າທີ່ເມືອງ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ຕຸລາ ນີ້ວ່າ ນໍ້າ ທີ່ຖ້ວມຕອນນີ້ ຍັງເພິ່ມ ຣະດັບສູງຂຶ້ນ ຢ່າງຕໍ່ເນື່ອງ, ໄດ້ອົພຍົບຊາວບ້ານ ຈໍານວນນຶ່ງ ໄປພັກຢູ່ ສະໂມສອນເມືອງ ແລະໂຮງຮຽນຊົ່ວຄາວໄປກ່ອນ ແລະວ່າຍັງ ຕ້ອງການນໍ້າດື່ມ ແລະ ອາຫານແຫ້ງ ທີ່ຍັງບໍ່ພໍສໍາລັບ ຊາວບ້ານ ທີ່ໄດ້ຮັບຜົລກະທົບ ນັ້ນຢູ່:
“ກະບໍ່ພຽງພໍ ຫາກແຕ່ວ່າທາງແຂວງ ເພິ່ນກະຊ່ວຍເປັນນໍ້າດື່ມ ໝີ່ ປາກະປັອງ ສ່ວນຫລາຍກະຍັງບໍ່ໄດ້ ຊ່ວຍກັນ ບາງຄອບຄົວກະໂຍກ ຍ້າຍອອກມາຫຼາຍບ້ານແລ້ວ ເພາະວ່ານໍ້າມັນກະຂຶ້ນຣະດັບສູງ ເຮົາກະມີອັນບ່ອນໃຫ້ພັກເຊົາແລ້ວ ເປັນສະໂມສອນເມືອງ ລະກະໂຮງຮຽນ ເປັນບ່ອນໃຫ້ພັກ ເຊົາຫັ້ນນ່າ.”
ເຈົ້າໜ້າທີ່ຫ້ອງວ່າການປົກຄອງແຂວງສວັນນະເຂດ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ນໍ້າຖ້ວມສູງໃນປີນີ້ ແມ່ນເປັນຍ້ອນພະຍຸ ຝົນພັດເຂົ້າມາລາວ ຕິດກັນ ຫລາຍລູກ, ເຮັດໃຫ້ຝົນຕົກໜັກ ຫລາຍມື້ ຣະດັບນໍ້າເຊບັ້ງຫຽງ ເມືອງເຊໂປນ ສູງຂຶ້ນຢ່າງໄວວາ ແລະລົ້ນຝັ່ງໄຫລໄປຫາລໍານໍ້າອື່ນໆ ຫລາຍເມືອງ.
ທ່ານເວົ້າວ່າ ນໍ້າຖ້ວມຢູ່ແຂວງສວັນນະເຂດປີນີ້ ຖ້ວມຢູ່ 8 ເມືອງ ຄືເມືອງເຊໂປນ ເມືອງພີນ ເມືອງວິລະບູລີ ເມືອງຊົນບູລີ ເມືອງສອງຄອນ ເມືອງທ່າປາງທອງ ເມືອງຈໍາພອນ ແລະເມືອງນອງ ທີ່ໄດ້ຮັບ ຜົລກະທົບ ຊຶ່ງປັດຈຸບັນ ຍັງເຝົ້າຣະວັງຕລອດ 24 ຊົ່ວໂມງ ຣະດັບນໍ້າທີ່ ເພິ່ມສູງຂຶ້ນ ໃນບາງພື້ນທີ່ ດັ່ງທີ່ທ່ານກ່າວວ່າ:
“ຈໍານວນບ້ານທີ່ຖືກຜົລກະທົບ ບ່ອນຢູ່ອາສັຍນີ໋ກະມີ 125 ບ້ານ…ໃນ 8 ເມືອງນີ໋.”
ທ່ານເວົ້າຕື່ມວ່າ ຜົລເສັຍຫາຍທັງໝົດທັງຊັພສິນ, ເຄື່ອງປູກຂອງຝັງ, ສັດລ້ຽງຂອງປະຊາຊົນນັ້ນ ຍັງບໍ່ສາມາດປະເມີນໄດ້ເທື່ອເນື່ອງຈາກ ຣະດັບນໍ້າຍັງເພິ່ມສູງຂຶ້ນນໍາເລື້ອຍໆ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ຣາຍງານສະພາບອາກາດ ໃນມື້ວັນທີ 19 ຕຸລາ 2020 ວ່າ ທົ່ວປະເທດລາວ ຍັງຈະມີຝົນຕົກ ແກ່ຍາວໄປອີກຫລາຍມື້, ຈະມີຝົນຕົກໜັກ ແລະ ລົມແຮງຢູ່ພາກກາງ ແລະພາກໃຕ້ ໃຫ້ ຊາວບ້ານເຝົ້າຣະວັງນໍ້າຖ້ວມສູງ ແລະດິນເຈື່ອນ.
ເພື່ອຊ່ອຍເຫລືອປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມໜັກ ຢູ່ແຂວງສວັນນະເຂດ ຄັ້ງນີ້ໜ່ວຍກູ້ພັຍການກຸສົນ ແລະມຸນນິທິການ ກຸສົນເພື່ອສັງຄົມ ໃນນະຄອນຫຼວງວຽງຈັນ ເປີດຮັບການບໍຣິຈາກ ເຄື່ອງຊ່ອຍເຫຼືອເປັນຕົ້ນນໍ້າດື່ມ ອາຫານແຫ້ງເຂົ້າສານ ເຄື່ອງນຸ່ງຫົ່ມ ແລະເຄື່ອງໃຊ້ໃນຊີວິດ ປະຈໍາວັນທຸກປະເພດ ຊຶ່ງຈະໄດ້ນໍາໄປແຈກຢາຍ ໃຫ້ຊາວບ້ານ ໃນມື້ວັນທີ 23 ຕຸລານີ້.
ນອກຈາກຜົລກະທົບ ທີ່ວ່ນັ້ນແລ້ວ ນໍ້າຖ້ວມໃນແຂວງສວັນນະເຂດ ຍັງເຮັດໃຫ້ແພຈັກສູບນໍ້າ ຂອງ ບໍຣິສັດ ຊັນເປເປີ ຢູ່ເມືອງເຊໂປນ ຖືກນໍ້າພັດໄປຮອດບ້ານ ເປືອຍຂາວ ເມືອງສອງຄອນ ຊຶ່ງທາງທະຫານ ແຂວງສວັນນະເຂດ ໄດ້ຜູກມັດແພຈັກສູບນໍ້ານັ້ນ ໄວ້ແຄມຝັ່ງ.