13 ພັນຄອບຄົວລໍຖ້າການ ຊ່ອຍເຫຼືອ

ສະພາບນໍ້າຖ້ວມ ຢູ່ແຂວງຄໍາມ່ວນ ໃນວັນທີ 30 ກໍຣະກະດາ
ສະພາບນໍ້າຖ້ວມ ຢູ່ແຂວງຄໍາມ່ວນ ໃນວັນທີ 30 ກໍຣະກະດາ (Screen captured : https://www.facebook.com/photo.php?fbid=1775977135813622&set=pcb.1775932605818075&type=3&theater)

0:00 / 0:00

ປະຊາຊົນກວ່າ 13 ພັນຄອບຄົວ ທົ່ວແຂວງຄຳມ່ວນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກນ້ຳຖ້ວມມາແຕ່ວັນທີ 26 ກໍຣະກະດາ ປີ 2018 ເປັນຕົ້ນມາ ຕ້ອງການອາຫານ ແລະນ້ຳດື່ມ ເນື່ອງຈາກຫລາຍບ້ານຍັງຖືກຕັດຂາດ ຈາກໂລກພາຍນອນກຢູ່ ໂດຍສະເພາະ ບ້ານ ທີ່ຕັ້ງຢູ່ໃກ້ແຄມນ້ຳ. ດັ່ງເຈົ້າຫນ້າທີ່ຫ້ອງການປົກຄອງ ແຂວງຄຳມ່ວນ ທ່ານນຶ່ງກ່າວຕໍ່ ເອເຊັຽເສຣີວ່າ:

"ເປັນນ້ຳດື່ມເຂົ້າສານ ແລະອາຫານແຫ້ງ ປ໊ອງປາ ຜິສັງນີ້ແຫລະ ທາງຫ້ອງການເຮົາຮັບຮູ້ເນາະດຽວນີ້ ຄຳມ່ວນເຮົາກໍກະທົບຫລາຍໃດ ນ້ຳດື່ມແລ້ວກໍເຂົ້າສານນີ້ແຫລະ."

ທ່ານກ່າວຕື່ມວ່າ ໃນເວລານີ້ ຫ້ອງການປົກຄອງແຂວງຄຳມ່ວນ ກໍໄດ້ເປີດສູນຮັບການບໍຣິຈາກແລ້ວ ເປັນຕົ້ນອາຫານການກິນ ນ້ຳດື່ມ ເຄື່ອງນຸ່ງຫົ່ມ ເພື່ອເອົາໄປໃຫ້ປະຊາຊົນ ຜູ້ທີ່ໄດ້ຜົລກະທົບ ໂດຍສະເພາະ ໃນເຂດບ້ານທີ່ຖືກຕັດຂາດ ບໍ່ມີໄຟຟ້າ ແລະຫຼາຍບ້ານກໍເຂົ້າ ໄປຫາຍາກ ຍ້ອນນ້ຳຖ້ວມສູງ ເກືອບ 10 ແມັດ.

ສາເຫດທີ່ເຮັດໃຫ້ນ້ຳຖ້ວມຫລັກ ແມ່ນນ້ຳເຊບັ້ງໄຟ ນ້ຳຫີນບູນ ນ້ຳນ້ອຍລົ້ນຝັ່ງເຮັດໃຫ້ແມ່ນ້ຳຂອງ ສູງຂຶ້ນ ໄຫລໄປຖ້ວມບ້ານເຮືອນ ປະຊາຊົນ ທົ່ງໄຮ່ທົ່ງນາ ຂອງພວກຂະເຈົ້າ ກໍຖ້ວມໄປແລ້ວປະມານ 28 ພັນເຮັກຕາ ສັດລ້ຽງຕາຍ ແລະເສັຽຫາຍຫມົດ.

ພື້ນທີ່ໃນແຂວງຄຳມ່ວນ ທີ່ຖືກນ້ຳຖ້ວມຫນັກໃນບັນດາ 10 ເມືອງ ນັ້ນກໍມີເມືອງຍົມມະລາດ ຫນອງບົກ ມະຫາໄຊ ແລະເຊບັ້ງໄຟ ຊຶ່ງໃນ ປັດຈຸບັນ ຫ້ອງການປົກຄອງເມືອງ ກຳລັງເລັ່ງລັດ ໃນການກູ້ພັຍ ແກ່ຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ຕ້ອງການ ຄວາມຊ່ອຍເຫລືອ ຈາກ ທຸກພາກສ່ວນ ບໍ່ວ່າຈາກພາຍໃນ ແລະນອກປະເທດ.