ການພັທນາເພື່ອຫຼຸດຜ່ອນຄວາມ ທຸກຍາກ

ໄມຊູລີ
2014.11.23
F-villager ປະຊາຊົນ ໃນພື້ນທີ່ ຫ່າງໄກສອກຫລີກ ທີ່ ໂຄງການພັທນາ ຂອງ ທາງການ ໄປບໍ່ຮອດ
Citizen Journalist

 

ເຈົ້າໜ້າທີ່ ພັທນາ ແລະ ລົບລ້າງ ຄວາມ ທຸກຍາກ ຂັ້ນ ສູນກາງ ເປິດເຜີຍວ່າ ທາງການ ລາວ ຕ້ອງການ ງົປມານ 2 ພັນ ຕຶ້ ກີບ ເພື່ອ ໃຊ້ຈ່າຍ ໃນການ ພັທນາ ໂຄງຮ່າງ ພື້ນຖານ ທີ່ ຈະຊ່ອຍ ຫລຸດຜ່ອນ ຄວາມ ທຸກຍາກ ຂອງ ປະຊາຊົນ. ດັ່ງ ເຈົ້າໜ້າທີ່ ທ່ານນຶ່ງ ເວົ້າວ່າ:

“ກໍາລັງ ສິສູ້ຊົນຢູ່ ຍ້ອນ ອັນນີ້ ແຫລະ ນັບທາງ ຄອບຄົວ ທຸກຍາກ ເພາະວ່າ ຍັງຄອບຄົວ ທີ່ຍັງ ທຸກຍາກ ທີ່ ບໍ່ທັນ ພົ້ນທຸກຢູ່ ຍັງມີ ຄິດວ່າ ປີ 2014 (ສົກປີ 2014-15) ສູ້ຊົນໃຫ້ ຈໍານວນ ຄອບຄົວ ດັ່ງກ່າວ ມັນພົ້ນ”.

ເຈົ້າໜ້າທີ່ ເວົ້າ ຕໍ່ໄປວ່າ ສົກປີ 2014-15 ນີ້ ທາງການ ລາວ ຕ້ອງໃຊ້ ງົບປະມານ1850 ຕຶ້ ກີບ ເພື່ອ ໂຄງການ ພັທນາ ການລົບລ້າງ ຄວາມ ທຸກຍາກ ຂອງ ປະຊາຊົນ ໂດຍ ເງິນຈໍານວນ ດັ່ງກ່າວ ແມ່ນຈະ ນໍາມາ ໃຊ້ຈ່າຍໜີ້ ແລະ ການສຶບຕໍ່ ດໍາເນີນ ໂຄງການ ພັທນາ ໂຄງຮ່າງ ພື້ນຖານ ໄຟຟ້າ ນໍ້າສະອາດ ວິດຖ່າຍ ໂທຣະໂຄ່ງ ໂຮງ ຮຽນ ສຸຂສາລາ ກໍ່ສ້າງທາງ ກໍ່ສ້າງ ເທສບານ ເມືອງ ຣະບົບ ຝາຍນໍ້າ ແລະ ຊົລປະທານ.

ໃນ ສົກປີ 2014-15 ນີ້ ຄາດວ່າ ລາວ ຈະໄດ້ຮັບ ທຶນ ຊ່ວຍເຫລືອ ລ້າ ຈາກ ອົງການ ຕ່າງໆ ປະມານ 500 ຕຶ້ກີບ ແຕ່ທຶນ ທີ່ເຫລືອນັ້ນ ຕ້ອງເກັບຈາກ ຣາຍຮັບ ປະຈໍາ ຂອງ ແຕ່ລະ ແຂວງ.

ອິງຕາມ ຂໍ້ມູນ ຈາກ ຫ້ອງການ ຣັຖບານ ດ້ານ ພັທນາ ເຂດ ຊົນນະບົດ ແລະ ລົບລ້າງ ຄວາມ ທຸກຍາກ ຂັ້ນ ສູນກາງ ຣາຍງານ ວ່າ ປີ 2014 ນີ້ ໃນທົ່ວ ປະເທດ ລາວ ຍັງມີ ຄອບຄົວ ທີ່ ທຸກຍາກ ຫລາຍກວ່າ 92 ພັນ ຄອບຄົວ ໂດຍ ມີບ້ານ ທຸກຍາກ 1900 ບ້ານ ຈາກ ທັງໝົດ 8500 ບ້ານ ແລະ ນັບເປັນ ເມືອງ ທຸກຍາກ 30 ເມືອງ ຈາກ ທັງໝົດ 148 ເມືອງ ໃນ ທົ່ວ ປະເທດ.

ອີກດ້ານນື່ງ ປະຊາຊົນ ໃນພື້ນທີ່ ຫ່າງໄກ ສອກຫລີກ ເປີດເຜີຍ ວ່າ ໂຄງການ ພັທນາ ຂອງ ທາງການ ໄປບໍ່ຮອດ ໃນຫລາຍ ບ້ານ ທີ່ ຢູ່ຫ່າງໄກ ແລະ ໂຄງການ ພັທນາ ໂຄງຮ່າງ ພຶ້ນຖານ ຂອງ ທາງການນັ້ນ ບໍ່ ສາມາດ ປະຕິບັດ ໄດ້ ໃນຫລາຍແຂວງ ຍ້ອນ ຂາດການ ເກັບກໍາ ຂໍ້ມູນຕົວຈິງ ແລະ ຂາດ ການວາງແຜນ ທີ່ ຖຶກຕ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.