ໃນທ້າຍ ສັປດາ ທີ່ ຜ່ານມາ ພວກພໍ່ຄ້າ ແມ່ຄ້າ ຈຳນວນນຶ່ງ ທີ່ ຂາຍເຄື່ອງ ປະເພດ ໝາກໄມ້ ຊີ້ນ ປາ ແລະ ຜັກ ທີ່ ໄດ້ພາກັນ ຍ້າຍໄປ ຂາຍຢູ່ ຕລາດ ໂພນຕ້ອງ ກ່ອນຫນ້າ ນີ້, ໄດ້ກັບຄືນ ມາຂາຍ ເຄື່ອງ ຢູ່ຕລາດ ທົ່ງຂັນຄຳ ຄືເກົ່າ ຍ້ອນ ຢູ່ຕລາດ ພົນຕ້ອງ ຂາຍເຄື່ອງ ບໍ່ໄດ້ດີ. ແມ່ຄ້າ ດັ່ງກ່າວ ພາກັນ ຕັ້ງຮ້ານ ຂາຍ ຊົ່ວຄາວ ຕາມຖນົນ ລຽບຕາມ ທາງ ທົ່ງຂັນຄຳ ໄປຫາວັດ ດົງຫມ້ຽງ.
ຍ້ອນມີການ ຕັ້ງຮ້ານ ຂາຍ ໃນ ບໍຣິເວນ ຂອບທາງ ເຈົ້າຫນ້າທີ່ ພາກສ່ວນ ຈັດສັນ ຄວາມເປັນ ຣະບຽບ ໃນເມືອງ ວຽງຈັນ ຈື່ງໄດ້ເຂົ້າ ມາບອກໃຫ້ ພວກຂະເຈົ້າ ເຊົາຂາຍ ໃນ ບໍຣິເວນ ນັ້ນ ທັນທີ ຈຶ່ງເຮັດໃຫ້ ມີປາກ ມີສຽງ ປະທະກັນ ຢ່າງ ຮຸນແຮງ ເກີດຂື້ນ.
ອິງຕາມ ຄຳບອກເລົ່າ ຂອງກຸ່ມ ພໍ່ຄ້າ ແມ່ຄ້າ, ເຈົ້າຫນ້າທີ່ ຈັດສັນ ເມືອງ ບອກວ່າ ພວກຂະເຈົ້າ ບໍ່ມີສິດ ຂາຍເຄື່ອງ ໃນ ບໍຣິເວນ ນັ້ນ ຖ້າຫາກ ຜູ້ໃດ ຝ່າຝຶນ ຖ້າມີ ບັນຫາ ເກີດຂື້ນ ຕ້ອງ ຮັບຜິດຊອບ ເອົາເອງ. ໃນ ປັດຈຸບັນ ກຸ່ມພໍ່ຄ້າ ແມ່ຄ້າ ໄດ້ພາກັນ ເຊົາຂາຍເຄື່ອງ ຢູ່ທີ່ນັ້ນ ແລ້ວ ພວກຂະເຈົ້າ ໄດ້ຍ້າຍອອກ ຈາກ ທີ່ນັ້ນຫມົດ ຍ້ອນ ເຈົ້າຫນ້າທີ່ ບໍ່ຍອມ ໃຫ້ຂາຍ.
ເຖິງຢ່າງໃດ ກໍຕາມ ກຸ່ມ ພໍ່ຄ້າ ແມ່ຄ້າ ຫລາຍຄົນ ໃນຕລາດ ທົ່ງຂັນຄຳ ຍັງຕ້ອງການ ຢາກໃຫ້ ຫນ່ວຍງານ ທີ່ກ່ຽວຂ້ອງ ເຂົ້າມາແກ້ໄຂ ບັນຫາ ຈັດສັນ ສະຖານທີ່ ຄ້າຂາຍ ທີ່ແນ່ນອນ ໃຫ້ແກ່ ພວກຂະເຈົ້າ ແດ່ ເພາະ ພວກຂະເຈົ້າ ໄດ້ຮັບ ຄວາມ ເດືອດຮ້ອນ ຫລາຍ ຫລັງຈາກ ໄຟໄຫມ້ ຍ້ອນ ຂາດຣາຍໄດ້ ມາລ້ຽງ ຄອບຄົວ ຖ້າບໍ່ໄດ້ ຂາຍເຄື່ອງ.
ຕລາດ ທົ່ງຂັນຄຳ ຖືກ ໄຟໄຫມ້ ຈົນກ້ຽງ ວ່າງເດືອນ ທີ່ ຜ່ານມາ ຮ້ານຄ້າ ຫລາຍແຫ່ງ ຖືກໄຟໄຫມ້ ຫມົດ ສາເຫດ ຍັງບໍ່ຮູ້ວ່າ ເກີດຍ້ອນ ຫຍັງ ເຮັດໃຫ້ ຜູ້ຄ້າຂາຍ ຫລາຍຄົນ ເດືອນຮ້ອນ.