ໂຮງໄຟຟ້າຖ່ານຫີນໄທຢູ່ລາວ ໃຜ ຈະຕ້ານ
2014.12.05
ເຄືອຂ່າຍ ພລັງງານ ຖ່ານຫີນ ເວົ້າວ່າ ປະເທດ ໄທ ສ້າງ ໂຮງງານ ໄຟຟ້າ ຖ່ານຫີນ ຢູ່ ສປປ ລາວ ແມ່ນເພື່ອ ຫລີກລ່ຽງ ການຕໍ່ຕ້ານ ຂອງ ປະຊາຊົນ ພາຍໃນ ປະເທດ, ໃນຂນະທີ່ ຄວາມ ຕ້ອງການ ພລັງງານ ມີ ສູງ. ການກໍ່ສ້າງ ໃນລາວ ນັ້ນ ບໍ່ມີຜູ້ໃດ ຈະ ຕໍ່ຕ້ານໄດ້.
ໂຮງງານ ໄຟຟ້າ ຖ່ານຫິີນ ລິກໄນ ທີ່ ສ້າງຂຶ້ນ ຢູ່ ເມືອງຫົງສາ ແຂວງ ໄຊຍະບູຣີ ນັ້ນ ສາມາດ ສນອງ ໄຟຟ້າ ໃຫ້ ຊາວໄທ ໄດ້ 2 ລ້ານ ຄອບຄົວ. ຊຶ່ງເປັນ ໂຮງງານ ທີ່ ປ່ອຍຄວັນ ທີ່ມີ ມົລພິດ ສູ່ ອາກາດ ຍ້ອນ ການເຜົາໄໝ້ ຂອງ ຖ່ານຫີນ ລິກໄນ.
ຍ້ອນ ເຫດຜົນ ດຽວກັນນີ້ ນັບແຕ່ ປີ 1990 ມານີ້ ໄທ ໄດ້ຂຍາຍ ການລົງທຶນ ສ້າງເຂື່ອນ ຜລິດ ໄຟຟ້າ ຢູ່ລາວ ຫຼາຍຂຶ້ນ, ຍ້ອນ ໃນໄທ ມີການ ຕໍ່ຕ້ານ ການສ້າງ ເຂື່ອນ ທີ່ ທໍາລາຍ ຣະບົບ ນິເວດ ຂອງ ແມ່ນໍ້າ ແລະ ວິຖີ ຊີວິດ ການ ເປັນຢູ່ ຂອງ ປະຊາຊົນ.
ນັ້ນຄື ບົດຄວາມ ໃນ ໜັງສືພິມ The Wall Street ທີ່ອ້າງຕາມ ຄໍາເວົ້າ ຂອງ ຍານາງ Aviva Imhof ຜູ້ ປະສານງານ ເຄືອຂ່າຍ ພລັງງານ ຖ່ານຫີນ ປາຊີຟິກ ທີ່ມີ ສໍານັກງານ ຢູ່ ປະເທດ ອອສເຕຣເລັຽ ທີ່ ຕໍ່ຕ້ານ ການໃຊ້ ພລັງງານ ຈາກ ຖ່ານຫີນ.
ຣາຍງານວ່າ ໂຮງງານ ໄຟຟ້າ ຫົງສາ ລິກໄນ ທີ່ ມີກໍາລັງ ຜລິດເຖິງ 1,800 ກວ່າ ເມກາວັດ ມີກໍານົດ ເປີດໃຊ້ ໃນເດືອນ ມີຖຸນາ ປີ 2015 ແລະ ຈະແລ່ນ ເຕັມຂີດ ໃນຕົ້ນ ປີ 2016. ທ່ານ ສົງກຣານ ພົງບູນຈັນ ທະນາຍຄວາມ ສັງກັດ ຢູ່ ອົງການ ສາກົນ Earth rights ທີ່ ຊ່ວຍເຫລືອ ຜູ້ຖືກ ໂຍກຍ້າຍ ຈາກ ໂຄງການ ອຸດສາຫະກັມ ກ່າວວ່າ ໂຮງໄຟຟ້າ ຫົງສາ ລິກໄນ ບໍ່ໄດ້ ປະເມີນຜົນ ກະທົບ ຕໍ່ ສິ່ງ ແວດລ້ອມ ໃນ ປະເທດໄທ ທີ່ ຫ່າງຈາກ ໂຮງງານ ພຽງແຕ່ ປະມານ 30 ກິໂລແມັດ ເທົ່ານັ້ນ.
ສ່ວນ ບໍຣິສັດ ບ້ານພູ ທີ່ ເປັນເຈົ້າຂອງ ເໝືອງ ຖ່ານຫີນ ລິກໄນ ໃນລາວ ທີ່ ໃຊ້ປ້ອນ ໂຮງງານ ນັ້ນ ເວົ້າວ່າ ໂຮງໄຟຟ້າ ຫົງສາ ຖືກກັບ ມາຕຖານ ສາກົນ ແລະວ່າ ທາງ ບໍຣິສັດ ໄດ້ຣາຍງານ ໃຫ້ ຣັຖບານ ລາວ ຊາບ ເປັນ ຣະຍະໆ.