ໄທຍຂໍຂໍ້ມູນເພີ້ມຈາກ ເຂື່ອນ ຊະນະຄາມ
2020.12.14

ສໍານັກງານຊັພຍາກອນນໍ້າ ແຫ່ງປະເທດໄທຍ, ຂໍໃຫ້ທາງການລາວ ສຶກສາຜົລກະທົບທີ່ຈະເກີດຂຶ້ນ, ຈາກໂຄງການສ້າງເຂື່ອນ ຊະນະຄາມຕື່ມ ແລະ ພິຈາຣະນາຈຸດທີ່ຕັ້ງຂອງເຂື່ອນ ນັ້ນໃໝ່, ກ່ອນຈະອະນຸມັດໃຫ້ສ້າງໃສ່ແມ່ນໍ້າຂອງ, ເພື່ອຮັບປະກັນວ່າ ມັນຈະບໍ່ສົ່ງຜົລກະທົບມາເຖິງປະເທດໄທຍ, ຍ້ອນວ່າ ເຂື່ອນແຫ່ງນີ້ຈະຖືກສ້າງຂຶ້ນ ຢູ່ກົງກັບບ່ອນທາງໂຄ້ງ ຂອງແມ່ນໍ້າຂອງ, ອັນຈະເຮັດໃຫ້ບັງຄັບການໄຫລ ຂອງນໍ້າໄດ້ຍາກ; ດັ່ງ ດຣ. ສົມກຽດ ປະຈໍາວົງ ເລຂາທິການສໍານັກງານ ຊັພຍາກອນນໍ້າ ແຫ່ງປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ຢູ່ກົງກັນຂ້າມກັບ ບໍຣິເວນ ທີ່ຈະສ້າງເຂື່ອນຊະນະຄາມ ເມື່ອວັນທີ 8 ພຶສຈິກາ ທີ່ ຜ່ານມານີ້ວ່າ:
ທ່ານກ່າວວ່າ, “ທາງຝັ່ງທີ່ຈະມີການພັທນາ ຈະຕ້ອງມີການສຶກສາໃຫ້ດີ, ສິ່ງທີ່ອອກແບບມາ, ມັນອາຈຍັງບໍ່ສາມາດ ປ້ອງກັນ ຜົລກະທົບ ທີ່ເກີດຂຶ້ນໄດ້, ໂດຍສະເພາະລັກສນະ ທາງກາຍພາບ ທີ່ອາຈປ່ຽນແປງໄປ, ຊຶ່ງເຮົາກໍຕ້ອງຫາທາງອອກຄວບຄູ່ກັນໄປ, ຈະສ້າງຈຸດນີ້ ຫລື ຍັບອອກໄປຕື່ມອີກໄດ້ບໍ່ ເພາະລັກສນະທາງກາຍພາບ ການສ້າງອາຄານໂຕເຂື່ອນ ໃສ່ແມ່ນໍ້າຂອງບໍ່ຄວນສ້າງ ໃນລັກສນະ ທາງໂຄ້ງ ຍ້ອນຈະເຮັດໃຫ້ການຄວບຄຸມນໍ້າຫຍູ້ງຍາກ ເພາະກະແສນໍ້າຈະໄຫຼບໍ່ໄວ ການສ້າງທາງຕົງເຮົາ ຈະບັງຄັບ ນໍ້າໄດ້ງ່າຍ ກວ່າ.”
ທ່ານເວົ້າວ່າ, ໂດຍທົ່ວໄປແລ້ວທາງໄທຍ ຈະບໍ່ຍອມໃຫ້ນໍ້າຂອງຂື້ນ-ລົງຫຼາຍກວ່າ 1 ຫາ 2 ແມັດ ຍ້ອນວ່າຖ້າຫຼາຍກວ່ານັ້ນ ອາຈເຮັດໃຫ້ຕາຝັ່ງເຈື່ອນ ແລະລະບົບນິເວດຈະເສັຽຫາຍ. ດັ່ງນັ້ນ ທາງການລາວ, ແລະ ຜູ້ພັທນາໂຄງການ ເຂື່ອນຊະນະຄາມ, ຕ້ອງສຶກສາໃຫ້ຮອບຄອບຂຶ້ນ ແລະ ທັງສົ່ງຂໍ້ມູນລ່າສຸດ ກ່ຽວກັບ ສະພາບນໍ້າໃນແມ່ນໍ້າຂອງ, ໃຫ້ບັນດາປະເທດ ສະມາຊິກ ແມ່ນໍ້າຂອງ ຮູ້ເພິ່ມຕື່ມນໍາດ້ວຍ, ເພາະຂໍ້ມູນທີ່ທາງການລາວ ໄດ້ສເນີຢູ່ໃນກອງປະຊຸມປຶກສາຫາລືລ່ວງໜ້າ, ກ່ຽວກັບໂຄງການ ເຂື່ອນຊະນະຄາມ ເມື່ອເດືອນທີ່ຜ່ານມານັ້ນ ເປັນຂໍ້ມູນເກົ່າ ກາຍມາໄດ້ 5 ປີ ແລ້ວ.
ທ່ານກ່າວຢໍ້າຕື່ມວ່າປັດຈຸບັນ, ສໍານັກງານຊັພຍາກອນນໍ້າແຫ່ງປະເທດໄທຍ ໄດ້ແຈ້ງໄປຍັງກະຊວງພະລັງງານຂອງໄທຍ ໃຫ້ ພິຈາຣະນາ ທົບທວນເງື່ອນໄຂການຊື້ໄຟຟ້າ, ຈາກ ເຂື່ອນຊະນະຄາມ ຊຶ່ງຣັຖບານໄທຍ ກໍຮັບຮູ້ວ່າ, ການພັທນາພະລັງງານ ຈະຕ້ອງຢູ່ບົນພື້ນຖານ ຂອງພະລັງງານສະອາດ, ແລະ ເກີດຜົລກະທົບໜ້ອຍທີ່ສຸດ.
ໃນຂນະດຽວກັນ ທາງການແຂວງເລີຍ ຂອງໄທຍ, ກໍຕ້ອງການຂໍ້ມູນກ່ຽວກັບຜົລກະທົບເພິ່ມຕື່ມ, ຈາກທາງການລາວ ແລະມີ ຄວາມກັງວົນນໍາໂຄງການ ເຂື່ອນຊະນະຄາມ, ທີ່ຈະສົ່ງຜົລກະທົບ ຕໍ່ປະຊາຊົນຂອງຕົນ, ທີ່ຢູ່ລຸ່ມເຂື່ອນນັ້ນ, ເພາະມັນຈະຕັ້ງຢູ່ ຫ່າງຈາກແຂວງເລີຍບໍ່ຮອດ 2 ກິໂລແມັດ; ດັ່ງທີ່ ທ່ານ ໂສພົນ ສຸວັນນະຣັດ ຮອງເຈົ້າແຂວງແຂວງເລີຍ ກ່າວວ່າ:
ທ່ານກ່າວວ່າ; “ຖ້າມີການສ້າງເຂື່ອນຊະນະຄາມ ອີກໂຕນີ້ ອັນນີ້ກັງວົນ. ເຮົາບໍ່ຮູ້ວ່າ ຫລັງຈາກສ້າງແລ້ວ ຜົລກະທົບຈະເກີດຂຶ້ນ ຕໍ່ວິຖີ ຊີວິດຂອງປະຊາຊົນແຂວງເລີຍ, ທັງເຣື່ອງຣະດັບນໍ້າ, ເຣື່ອງຣະບົບນິເວດ, ອາຈເຮັດໃຫ້ວິຖີຊີວິດ ຂອງປະຊາຊົນປ່ຽນໄປ ພໍສົມຄວນ, ເຮົາກໍຍັງບໍ່ຮູ້ວ່າຂໍ້ມູລ ທີ່ຝັ່ງລາວສົ່ງມາ ຈະນໍາໄປບອກປະຊາຊົນຈັ່ງໃດ.”
ທ່ານກ່າວຕື່ມວ່າ, ຖ້າຜົລການສຶກສາອອກມາແລ້ວພົບວ່າ, ເຂື່ອນດັ່ງກ່າວມີຂໍ້ດີ ຫລາຍກວ່າຂໍ້ເສັຽ, ທາງທ່ານກໍຄົງບໍ່ມີບັນຫາ, ແຕ່ຈະຕ້ອງມີຄວາມຊັດເຈນທີ່ສຸດ, ແລະ ຄັກແນ່ວ່າ ເຂື່ອນນີ້ຈະບໍ່ສົ່ງຜົລກະທົບ ຮຸນແຮງ ຕໍ່ປະຊາຊົນແຂວງເລີຍ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະບໍ່ແຮ່ ຂອງລາວ ເພື່ອຖາມເຖິງຄວາມຄືບໜ້າລ່າສຸດ ກ່ຽວກັບ ໂຄງການເຂື່ອນ ຊະນະຄາມ, ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງພຽງແຕ່ວ່າ; ກໍາລັງສເນີຂໍ້ມູນ ໂຄງການເຂື່ອນຊະນະຄາມ, ແລະ ບົດປະເມີນດ້ານຜົລກະທົບຕໍ່ສິ່ງແວດລ້ອມ ເຂົ້າຂະບວນການປຶກສາຫາລື ລ່ວງໜ້າ, ຍັງລໍຄວາມເຫັນຈາກບັນດາ ປະເທດສະມາຊິກແມ່ນໍ້າຂອງຢູ່, ດັ່ງທີ່ທ່ານກ່າວວ່າ.
“ກໍາລັງສເນີເຂົ້າ PNPCA ນະ, ໝາຍຄວາມວ່າ ບັນດາບົດຫຍັງຕ່າງໆຫັ້ນ, ເຮົາກະປະຕິບັດຕາມເງື່ອນໄຂ ຫັ້ນເນາະ, ແຕ່ວ່າດຽວນີ້ ເຂົາກໍາລັງເອົາເຂົ້າສເນີ, ຢູ່ໃນຂະບວນ PNPCA ກະລໍຖ້າບັນດາປະເທດສະມາຊິກ, ມີຄໍາເຫັນຕໍ່ກັບບົດຫັ້ນນະ, ຕ້ອງໄດ້ລໍຖ້າ ໂຕນັ້ນກ່ອນ.”
ສ່ວນຄໍາຖາມອື່ນໆ ເຊັ່ນວ່າ, ທ່ານຄິດເຫັນແນວໃດ ທີ່ທາງສໍານັກງານຊັພຍາກອນນໍ້າແຫ່ງປະເທດໄທຍ, ສເນີໃຫ້ທາງການໄທຍ ບໍ່ຄວນຊື້ໄຟຟ້າ ຈາກ ເຂື່ອນຊະນະຄາມ, ຖ້າຫາກບໍ່ ສາມາດຮັບປະກັນ ທາງດ້ານຜົລກະທົບ, ແລະຄໍາຖາມກ່ຽວກັບ ການໂຍກຍ້າຍ ຊາວບ້ານ, ທ່ານ ບໍ່ສາມາດໃຫ້ຄໍາຕອບໄດ້, ແລະ ໃຫ້ເຮັດເອກກະສານ ເຂົ້າມາພົວພັນ.
ເວົ້າເຣື່ອງໂຄງການສ້າງເຂື່ອນຊະນະຄາມ, ຊາວເມືອງແກ່ນທ້າວ ແຂວງໄຊຊະບຸລີ ທ່ານນຶ່ງ, ທີ່ຢູ່ໃກ້ກັບເຂດທີ່ຈະສ້າງເວົ້າວ່າ ບໍ່ຢາກໃຫ້ສ້າງນີ້ ຍ້ອນມັນຈະມີຜົລກະທົບ ຫລາຍຕໍ່ປະຊາຊົນ, ທັງການໂຍກຍ້າຍບ່ອນຢູ່ອາສັຍ, ແລະ ຈະທໍາມາຫາກິນຍາກຂຶ້ນ. ຖ້າຫາກທາງໂຄງການຢືນຢັນວ່າຈະສ້າງແທ້ໆ, ກໍຕ້ອງໃຫ້ຄ່າຊົດເຊີຍ ຄວາມເສັຍຫາຍ ແກ່ຊາວບ້ານ ແບບສົມເຫດສົມຜົລ, ດັ່ງ ທີ່ທ່ານກ່າວປົນກັບຄວາມໄທຍວ່າ:
“ການເຫັນດີນີ໋ກະຖືວ່າ, ກະບໍ່ເຫັນດີວ່າຊັ້ນໄປເນາະ, ບໍ່ຢາກໃຫ້ເຮັດເນາະ, ສະເພາະປະຊາຊົນນະເນາະ, ມັນກະຜົລກະທົບຕໍ່ສິ່ງຂອງ ເປັນຊັພ ເປັນເຮືອນເປັນຊານ ເປັນໄຮ່ເປັນນາ ຫັ້ນແຫລະ, ຄັນຖ້າວ່າທາງບໍຣິສັດ ຈະຊົດເຊີຍສົມຄວນສົມຄ່າ ຫລື ວ່າພໍເທົ່າໂຕ ກະໃຫ້ເຮັດ.”
ທ່ານກ່າວຕື່ມວ່າ ກ່ອນໜ້ານີ້ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ, ກັບເຂື່ອນດັ່ງກ່າວ ໄດ້ມາຫລາຍບ້ານ, ຮວມທັງບ້ານຂອງຕົນ ທີ່ຈະໄດ້ ຮັບຜົລກະທົບ, ຈາກໂຄງການເຂື່ອນຊະນະຄາມ ເພື່ອສໍາຣວດຂໍ້ມູນຕ່າງໆ, ແຕ່ບໍ່ໄດ້ເປີດເຜີຍຂໍ້ມູນນັ້ນ, ໃຫ້ຊາວບ້ານຮູ້ ແລະວ່າ ສະເພາະບ້ານຂອງຕົນ ໃນເບື້ອງຕົນ, ແມ່ນຈະຖືກໂຍກຍ້າຍ 100 ປາຍຄອບຄົວ.
ໂຄງການເຂື່ອນຊະນະຄາມ ຂນາດ 684 ເມກາວັດ ຈະສ້າງໃສ່ແມ່ນໍ້າຂອງ. ເອກກະສານ ຂອງໂຄງການເຂື່ອນ ຊະນະຄາມ ທີ່ ຄະນະກໍາມາທິການແມ່ນໍ້າຂອງ, ເຜີຍແພ່ເມື່ອເດືອນ ພຶສພາ ຜ່ານມາ ຣະບຸວ່າ, ຊາວບ້ານຈະໄດ້ຮັບຜົລກະທົບ, ແລະ ຖືກໂຍກຍ້າຍ ທັງໝົດ 621 ຄອບຄົວ - 2,935 ຄົນ ຢູ່ 13 ບ້ານ ຂອງ 3 ເມືອງດັ່ງກ່າວ.
ໂຄງການນີ້ ເປັນຂອງບໍຣິສັດ ໄຊນາ ຕາຖັງ ຂອງຈີນ ທີ່ຈະລົງທຶນສ້າງ ໃນມູນຄ່າ 2 ຕື້ປາຍ ໂດລາ ສະຫະຣັຖ, ຈະໃຊ້ເວລາ ກໍ່ສ້າງ 8 ປີ, ຈະຂາຍໄຟຟ້າ ໃຫ້ໄທຍເປັນຫລັກ, ແຕ່ມາເຖິງປັດຈຸບັນ ຍັງບໍ່ມີກໍານົດວ່າ ຈະເລີ້ມສ້າງເມື່ອໃດ, ອີງຕາມຂໍ້ມູນລ່າສຸດ ຂອງສໍານັກງານຊັພຍາກອນນໍ້າ ແຫ່ງປະເທດໄທຍ.