ສານປົກຄອງສູງສຸດ ຂອງໄທຍ ນັດຟັງຄຳພິພາກສາ ກໍຣະນີ ອົງການພາກປະຊາສັງຄົມໄທຍ ທີ່ເປັນເຄື່ອຂ່າຍປະຊາຊົນໄທຍ 8 ແຂວງ ລຸ່ມແມ່ນ້ຳຂອງ ໄດ້ຟ້ອງຮ້ອງການໄຟຟ້າຝ່າຍຜລິຕ ແຫ່ງປະເທດໄທຍ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໃຫ້ເພີກຖອນສັນຍາ ຊື້-ຂາຍ ໄຟຟ້າຈາກເຂື່ອນໄຊຍະບູຣີ ໂດຍໄດ້ກຳນົດຟັງ ຄຳພິພາກສາ ໃນວັນທີ 17 ສິງຫາ 2022.
ຍານາງ ອ້ອມບຸນ ທິບສຸນາ ທີ່ເປັນນຶ່ງໃນແທນໂຕແທນ ອົງການພາກປະຊາສັງຄົມໄທຍ ໃນຖານະເປັນຜູ້ຟ້ອງລຳດັບທີ 4 ຂອງຄະດີນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ສິງຫາ ວ່າ:
" ເດົາ ໃຈ ບໍ່ ຖືກວ່າ ສານ ຈະ ຕັດ ສິນ ອອກມ າ ແນວ ໃດ ຍັງ ຕ້ອ ງ ລໍ ຖ້າລຸ້ນ ຢ່າງ ດຽວ ເຊິ່ງ ທາງ ເຄືອ ຂ່າຍ ຈະ ປຶກ ສາ ຫາ ລື ກັນ ໃນ ມື້ ວັນ ທີ 4 ສິງ ຫານີ້ ບໍ່ວ່າ ຈະ ເສັຽ ຫຼື ຊະ ນະ ຈະ ຍົ ກ ຟ້ອງ ຫຼື ບໍ່ ຍົກ ຟ້ອງ ພວກ ເຮົາ ກໍ ຄົງ ຕ້ອງ ໄປ ຮັບ ຟັງ ຄຳ ພິ ພາກ ສາ ເພື່ອ ໃຫ້ ເຫັນ ວ່າ ປະ ເດັນ ນີ້ ມັນ ເປັນ ບັນ ຫາ ແມ່ນໄດ້ ເກີດ ຜົ ລ ກະ ທົບ ຂຶ້ນ ແລ້ວ ແລະ ເຣື່ອງອະ ທິ ປະ ໄຕ ແຕ່ ລະ ປະ ເທດ ທີ່ ໃຊ້ ແມ່ ນ້ຳ ຂອງ ຮ່ວມ ກັນ ."
ເຂື່ອນໄຊຍະບູຣີ ທີ່ສ້າງໃສ່ແມ່ນ້ຳຂອງ ມັນເປັນຜົລກະທົບ ຂ້າມຊາຍແດນ. ທ່ານ ຈິຣະສັກ ອິນທະຍົດ ຜູ້ປະສານງານ ເຄື່ອຂ່າຍກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ທີ່ເປັນອົງການ ພາກປະຊາສັງຄົມໄທຍ ໄດ້ກ່າວວ່າ:
" ກະ ລໍ ຖ້າ ຟັງ ຢູ່ ຄື ກັນ ຊາວ ບ້ານ ກໍ ໄດ້ ແຕ່ ຫວັງວ່າ ສານ ຈະ ໃຫ້ ຄວາມ ເມດ ຕາ ພວກ ເຮົາ ກໍ ຄິດ ວ່າ ສານ ຈະ ຕ້ອງ ເຮັດ ໜ້າ ທີ່ ແຕ່ ກໍ ຫວັງ ວ່າ ຊາວ ບ້ານ ຈະ ໄດ້ ຮັບ ການ ປົກ ປ້ອງ ເພາະ ວ່າ ມັນ ເປັນ ຜົ ລ ກະ ທົບ ຂ້າມ ຊາຍ ແດນ ເຊິ່ງ ຖ້າ ເບິ່ງ ຈຸດນີ້ ກໍ ຈະ ເຫັນ ເຣື່ອ ງ ສິ່ງ ທີ່ ຈະ ຕາມ ມາ ວ່າສະ ຖານ ການ ແມ່ ນ້ຳ ຂອງ ຈະ ເປັນ ແນວ ໃດ ."
ປານ້ຳຂອງ ກໍເຣີ່ມຫາຍາກຂຶ້ນກວ່າເກົ່າ ຍ້ອນມີຈຳນວນລົດລົງ. ທ່ານ ຊານນະຣົງ ວົງລາ ຜູ້ຕາງໜ້າກຸ່ມຮັກຊຽງຄານ ແຂວງເລີຍ ປະເທດໄທຍ ໄດ້ກ່າວວ່າ:
" ຄັນ ເວົ້າ ເຖິງ ຄາມ ຮູ້ ສຶກ ໃນ ເວ ລານີ້ ກໍ ບໍ່ ແຕກ ຕ່າງ ຫຍັງ ຈາກ ທີ່ ຜ່ານ ໆມາ ຄື ມີ ຄວາມ ຮູ້ ສຶກ ເສີຍໆ ຄື ກັນ ກັບ ທີ່ ຜ່ານ ມາ ເຊິ່ງຕອນນີ້ ຍົກ ໂຕ ຢ່າງ ເປັນ ຕົ້ນ ເວ ລາ ນັກ ທ່ອງ ທ່ຽວ ມາ ທ່ຽວ ເມືອງ ຊຽງ ຄານ ພວກ ເຮົາ ບໍ່ ສາ ມາດ ຈັດ ຫາ ປາ ໃນ ແມ່ ນ້ຳ ຂອງ ເພື່ອ ມາ ຕ ຣຽມ ເປັນ ອາ ຫານ ໃຫ້ ແກ່ ນັກ ທ່ອງ ທ່ຽວໄດ້ ເພາະ ວ່າ ປາ ນ້ຳ ຂອງ ຫາ ຍາກ ຂຶ້ນ ຫຼາຍ ເຕີບ ."
ຊາວບ້ານເອງ ກໍຫວັງວ່າ ຈະໄດ້ຮັບຄວາມເປັນທັມ ໃນກໍຣະນີດັ່ງກ່າວ. ຍານາງ ສອນ ຈຳປາດອກ ຊາວປະມົງພື້ນບ້ານ ແຂວງອຸບົນຣາຊທານີ ໃນຖານະຜູ້ຟ້ອງລຳດັບທີ 37 ຂອງຄະດີນີ້ ໄດ້ກ່າວວ່າ:
" ກະ ຢາກ ໃຫ້ ຄວາມ ເປັນ ທັມ ກັບ ປາ ຫຼື ວ່າ ກັບ ຊຸມ ຊົນ ບ້ານ . ໂອ ! ດຽວນີ້ ຫາ ປາ ໜ້ອຍ ລົງ ຊຸມ ຊົນ ນີ້ ກະ ຫາ ແຕ່ບໍ່ ໄດ້ ກິນ . ກະ ເຄີຍ ໄດ້ ຫຼາຍ ກະ ບໍ່ ໄດ້ ຫັ້ນ ນ່າ ດຽວນີ້ ກະ ລົງ ຫາ ຄື ເກົ່າ ແຕ່ ມັນ ກະ ບໍ່ ໄດ້ ບາດ ຣາຍ ໄດ້ ຫຼາຍ ຢູ່ ຊູ່ມື້ນີ້ ."
ສຳລັບຄະດີຟ້ອງຮ້ອງ ກ່ຽວກັບເຂື່ອນໄຊຍະບູຣີ ໄດ້ມີຂຶ້ນນັບແຕ່ວັນທີ 7 ສິງຫາ ປີ 2012 ໂດຍແມ່ນ ໂຕແທນ ອົງການພາກປະຊາສັງຄົມ ທີ່ເປັນເຄືອຂ່າຍປະຊາຊົນ 8 ແຂວງ ລຸ່ມແມ່ນ້ຳຂອງຈຳນວນ 37 ຄົນ ໄດ້ຍື່ນຟ້ອງຄະດີ ຕໍ່ສານປົກຄງກາງຂອງໄທຍ ກ່ອນທີ່ຈະມີການກໍ່ສ້າງເຂື່ອນ ໄຊຍະບູຣີ.
ມາຮອດວັນທີ 25 ທັນວາ 2015 ສານປົກຄອງກາງຂອງໄທຍ ກໍໄດ້ມີຄຳສັ່ງຍົກຟ້ອງຄະດີ ດັ່ງກ່າວ, ແຕ່ ຜູ້ຟ້ອງຮ້ອງຄະດີດັ່ງກ່າວ ກໍຄື ອົງການພາກປະຊາສັງຄົມໄທຍ ໄດ້ຍື່ນອຸທອນ ຕໍ່ສານປົກຄອງສູງສຸດຂອງໄທຍ ແລະ ຄະດີດັ່ງກ່າວກໍແກ່ຍາວ ມາເຖິງປັດຈຸບັນ.