ກົມ ຊັພຍາກອນ ນໍ້າ ຂອງໄທ ຢືນຢັນວ່າ ຈະ ປະຕິບັດ ການປຶກ ສາ ຫາລື ລ່ວງໜ້າ ກ່ຽວກັບ ໂຄງການ ເຂື່ອນ ດອນ ສະໂຮງ ຢູ່ ປະເທສ ລາວ ເຖິງວ່າ ໄດ້ຖືກ ຄັດຄ້ານ ຢ່າງ ຮຸນແຮງ ຈາກ ປະ ຊາຊົນ ທ້ອງຖິ່ນ ກໍຕາມ. ຕາມຣາຍງານ ຂອງ ໜັງສືພິມ ບັງກອກ ໂພສ.
ທ່ານ ຈະຕຸພອນ ບຸຣຸສພາດ ຫົວໜ້າ ກົມ ຊັພຍາກອນ ນໍ້າ ໃນໄທ ເວົ້າວ່າ ຂະບວນການ ປຶກສາ ຫາລື ລ່ວງໜ້າ ບໍ່ສາມາດ ຍັບຍັ້ງ ໄວ້ໄດ້ ໃນເມື່ອ ກົມ ຊັພຍາກອນ ນໍ້າ ຕ້ອງໄດ້ ຮັບຟັງ ຄໍາຄິດເຫັນ ຂອງ ທຸກຝ່າຍ ກ່ຽວກັບ ໂຄງການ ເຂື່ຶອນນີ້ ແລະ ຈະນໍາເອົາ ຄໍາ ຄິດເຫັນ ນັ້ນ ສເນີຕໍ່ ຣັຖບານ ລາວ ຕາມ ຣະບຽບການ ເພື່ອ ຢັ້ງ ຢືນ ການ ປຶກສາ ຫາຣື ລ່ວງໜ້າ ແລະ ຂໍ້ຕົກລົງ ນັ້ນ.
ທ່ານກ່າວວ່າ ຂະບວນການ ນັ້ນ ຈະໂປ່ງໄສ ໂດຍ ຈະເຊີນ ຜູ້ມີ ສ່ວນໄດ້ ສ່ວນເສັຽ ເຂົ້າມາຮ່ວມ ນໍາ. ທ່ານເວົ້າ ອີກວ່າ ຂໍ້ມູນ ທຸກຢ່າງ ທີ່ ກ່ຽວຂ້ອງ ໄດ້ ຖືກເຜີຍແພ່ ຢູ່ໃນ ເວັບໄຊ ຂອງ ກົມ ຊັພຍາກອນ ນໍ້າ ນັ້ນແລ້ວ.
ທ່ານ ຈະຕຸພອນ ເວົ້າວ່າ “ທ່ານ ບໍ່ເຂົ້າໃຈ ວ່າ ເປັນຫຍັງ ປະຊາຊົນ ທ້ອງຖິ່ນ ຈຶ່ງ ຍັງເວົ້າຢູ່ ຕລອດມາ ວ່າ ພວກ ເຂົາເຈົ້າ ບໍ່ໄດ້ຖືກ ເຊີນໃຫ້ ເຂົ້າຮ່ວມ ຢູ່ໃນ ກອງ ປະຊຸມ ຄັ້ງ ທີ່ຜ່ານມາ ນັ້ນ. ກົມ ຊັພຍາກອນ ນໍ້າ ຍິນດີ ຕ້ອນຮັບ ຜູ້ ມີສ່ວນໄດ້ ສ່ວນເສັຽ ທຸກຄົນ ທີ່ຈະ ສະແດງ ຄວາມຄິດ ຄວາມເຫັນ ກ່ຽວກັບ ບັນຫາ ທີ່ວ່ານັ້ນ ອອກມາ. ທ່ານຍັງ ຍິນດີຮັບ ຈົດໝາຍ ທຸກ ສະບັບ ທີ່ ສະແດງ ຄວາມກັງວົນ ນໍາ ໂຄງການ ເຂື່ອນ ດອນສະໂຮງ ນີ້”.
ຍານາງ ພຽນພອນ ດີເທດ ຜູ້ ປະສານງານ ຂອງ ອົງການ ແມ່ນໍ້າ ສາກົນ ເວົ້າວ່າ ເຄື່ອຂ່າຍ ປະຊາຊົນ ໄທ 8 ແຂວງ ລຸ່ມ ແມ່ນໍ້າຂອງ ໄດ້ສົ່ງ ຈົດໝາຍ ໃຫ້ ກົມ ຊັພຍາກອນ ນໍ້າ ຂອງໄທ ສເນີໃຫ້ ປະຕິບັດ ຣະບຽບ ການ ປຶກສາ ຫາລື ລ່ວງໜ້າ ນັ້ນ ຕາມ ທາງທີ່ຄວນ. ປະຊາຊົນ ຜູ້ ທີ່ຈະໄດ້ ຮັບ ຜົລກະທົບ ໂດຍກົງ ຈາກການ ສ້າງ ເຂື່ອນ ນັ້ນ ຕ້ອງຖືກ ເຊີນ ເຂົ້າຮວ່ມ ແຕ່ ທາງກົມ ຊັພຍາກອນ ນໍ້າ ບໍ່ສົນໃຈ ນໍາຄໍາສເນີ ນັ້ນເລີຍ.