ຖແລງການຂອງເຄືອຂ່າຍ ຊາວ ໄທ 8 ແຂວງ

ອຸ່ນແກ້ວ ສຸກສະຫວັນ
2015.01.27
F-default2 ຖແລງການຂອງເຄືອຂ່າຍ ຊາວ ໄທ 8 ແຂວງ
RFA

ໃນວັນທີ 26 ມົກກະຣາ ຜ່ານມາ ເຄືອຂ່າຍ ປະຊາຊົນ ໄທ 8 ແຂວງ ທີ່ ຢູ່ຕິດ ແມ່ນ້ຳຂອງ ອອກ ຖແລງການ ກໍຣະນີ ເຂື່ອນ ໄຊຍະບູຣີ ໂດຍ ເວົ້າວ່າ ມີການ ກໍ່ສ້າງ ເຂື່ອນ ໄຊຍະບູຣີ ຣະຍະ ທີ 2. ຊຶ່ງ ໃນ ຖແລງການ ມີຄື:

1. ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ຢູ່ ລາວ ເປັນ ເຂື່ອນ ສັນຊາດ ໄທ ທີ່ ສ້າງຂຶ້ນ ໃນ ຕ່າງແດນ ລົງທຶນ ໂດຍ ບໍຣິສັດ ຊໍ ການຊ່າງ ຂອງໄທ ໄດ້ຮັບ ການ ສນັບສນູນ ທາງການ ເງິນ ຈາກ ທະນາຄານ ໄທ 6 ແຫ່ງ ແລະ ການເຊັນ ສັນຍາ ຊື້ຂາຍ ໄຟຟ້າ ກັບ ການ ໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ແຕ່ບໍ່ມີ ການສຶກສາ ຜົນກະທົບ ຕໍ່ ສິ່ງ ແວດລ້ອມ ຢູ່ ທາງ ຝັ່ງໄທ.

2. ຈົນມາ ເຖິງ ປັດຈຸບັນ ນີ້ ຍັງບໍ່ມີ ການ ເປີດເຜີຍ ແບບ ເຂື່ອນ ທີ່ ໂປ່ງໄສ ບໍ່ມີການ ເກັບ ກັກນ້ຳ ແລະ ຍັງບໍ່ມີ ການສຶກສາ ທີ່ ພຽງພໍ ເຣື້ອງການ ອົພຍົບ ຂອງ ພັນປາ ໂດຍ ສະເພາະ ແບບ ຂອງ ເຂື່ອນ ທີ່ ບໍຣິສັດ ອ້າງວ່າ ໄດ້ໃຊ້ເງິນ ຫລາຍລ້ານ ໂດລ້າ ເພື່ອ ປັບປ່ຽນ ແບບ ແລະ ຫລຸດຜ່ອນ ຜົນ ກະທົບ ຕໍ່ ສິ່ງ ແວດລ້ອມ ແຕ່ ຈົນມາ ເຖິງ ປັດຈຸບັນ ເອກສານ ດັ່ງກ່າວ ຍັງບໍ່ທັນ ເຜີຍແພ່ ຕໍ່ ສາທາຣະນະ.

3. ສານປົກຄອງ ຂອງໄທ ໄດ້ ຮັບຟ້ອງ ຄະດີ ທີ່ ປະຊາຊົນ ຟ້ອງ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ.

4. ໜ່ວຍງານ ຂອງ ຣັຖບານ ບໍ່ ປະຕິບັດ ໜ້າທີ່ ຕາມ ຣັຖທັມມະນູນ ຮວມທັງ ການແຈ້ງ ຂໍ້ມູນ ແລະ ເຜີຍແພ່ ຢ່າງ ເໝາະສົມ ຮັບຟັງ ຄວາມ ຄິດເຫັນ ຢ່າງ ພຽງພໍ ແລະ ການ ປະເມີນ ຜົນກະທົບ ທາງດ້ານ ສິ່ງ ແວດລ້ອມ, ສຸຂພາບ ແລະ ສັງຄົມ ໃນ ຝັ່ງໄທ ແລະ ປະເທດ ເພື່ອນບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.