ປະຊາສັງຄົມໄທຂໍໃຫ້ ໂປ່ງໃສ ເຣື້ອງ ເຂື່ອນແຕກ

ໄຊຍາ
2018.10.10
F-Xepian victim ຊາວບ້ານ ປະມານ 800 ປາຍຄົນ ທີ່ໄດ້ຮັບຜົລກະທົບ ຈາກນ້ຳຖ້ວມ ຍ້ອນສັນເຂື່ອນແຕກ ທີ່ແຂວງອັດຕະປື ໄດ້ຖືກນຳມາສູນບັນເທົາທຸກ ຊົ່ວຄາວ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ.
RFA/LX

ນັກຊ່ຽວຊານເຂື່ອນຕ່າງປະເທດ ໄດ້ສືບສວນຫາສາເຫດ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຕັ້ງແຕ່ເດືອນສິງຫາເປັນຕົ້ນມາ ໂດຍໜັງສືພີມ ປະຊາຊົນຣາຍງານວ່າ ຣັຖບານໄດ້ຈັດກອງປະຊຸມ ຣາຍງານ ຜົລການກວດການັ້ນ ເມື່ອວັນທີ 05 ຕຸລາ ຜ່ານມາ. ໃນກອງປະຊຸມນັ້ນ ນັກຊ່ຽວຊານເຂື່ອນສາກົນ ຣາຍງານວ່າ ຄນະສ່ຽວຊານໄດ້ຂຸດເອົາດິນເຂື່ອນ ໄປວິເຄາະແລະໄດ້ປຽບທຽບການອອກແບບ ກັບການກໍ່ສ້າງ ຕົວຈິງ ພ້ອມທັງໄດ້ສຶກສາເບິ່ງຮູບຖ່າຍ ແລະວີດີໂອ ແຕ່ໜັງສືພີມທາງການລາວ ບໍ່ໄດ້ເປີດເຜີຍ ຣາຍລະອຽດກ່ຽວກັບ ການກວດສອບ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ.

ສະນັ້ນ ພາກປະຊາສັງຄົມໄທ ຈຶ່ງຮຽກຮ້ອງ ໃຫ້ທາງການລາວ ອອກມາເປີດເຜີຍຂໍ້ມູນ ຣາຍລະອຽດຂອງການກວດກາ ເພື່ອຄວາມໂປ່ງໃສ ແລະຄວາມເປັນທັມ. ດັ່ງ ຍານາງ ເປັມລືດີ ດາວເຮືອງ ເຄືອຂ່າຍຈັບຕາ ເຂື່ອນໃນລາວ ປະເທດໄທ ກ່າວຕໍ່ RFA ໃນວັນທີ 9 ຕຸລາ ວ່າ:

"ຢາກໃຫ້ມີຂໍ້ມູນເປັນຣະຍະ ທີ່ສາມາດອອກມາແລ້ວ ກໍຄົນທີ່ກຳລັງເຮັດວຽກກ່ຽວຂ້ອງ ກັບປະຊາຊົນ ທີ່ເດືອດຮ້ອນຈາກ ເຂື່ອນເຊປຽນ- ເຊນໍ້ານ້ອຍ ກໍຄວນຈະໄດ້ມີໂອກາດ ຖາມຄໍາຖາມ ແລ້ວກໍ່ໄດ້ຮັບຄຳຕອບ ຢ່າງຂ້ອນຂ້າງ ຢ່າງເປັນທາງການ ໃນສະຖານະການແບບນີ້ ຄົນເລົ່ານັ້ນກໍບໍ່ແມ່ນ ສະເພາະລາວ ກໍມີຜູ້ຊ່ຽວຊານ ຈາກທາງນອກນຳ ກຸ່ມທັງໝົດ ທີ່ກຳລັງຊ່ອຍເຮັດໃຫ້ຂະບວນການນີ້ແຫຼະ ຄວນຈະເຂົ້າ ມາຊ່ອຍ ທີ່ຈະຕອບຄຳຖາມນໍາ." 

ຍານາງ ໄດ້ກ່າວຕື່ມວ່າບໍ່ພຽງແຕ່ ປະຊາຊົນຄົນລາວເທົ່ານັ້ນ ທີ່ຕ້ອງການຮູ້ເຖິງຄວາມຄືບໜ້າ ໃນການສອບສວນ ເຂື່ອນແຕກ ແຕ່ຫຼາຍ ປະເທດ ທີ່ໃຫ້ການຊ່ອຍເຫຼືອ ດ້ານສິ່ງຂອງ ແລະ ເງິນບໍຣິຈາກ ຊ່ອຍເຫຼືອປະຊາຊົນ ຜູ້ໄດ້ຮັບຜົລກະທົບ ກໍ່ຕ້ອງການ ຢາກຮູ້ຄວາມຄືບໜ້າ ໃນການກວດສອບນັ້ນເຊັ່ນກັນ ເພື່ອທີ່ຈະປະເມີນ ເຖິງຜົລກະທົບ ແລະແຜນການຊ່ອຍເຫຼືອ ຜູ້ໄດ້ຮັບຜົລກະທົບຕໍ່ໄປ.

ໃນຂນະທີ່ປະຊາຊົນລາວຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ຣັຖບານລາວ ຄວນເປີດເຜີຍຂໍ້ມູນ ຣາຍລະອຽດ ໃຫ້ຫຼາຍກ່ວານີ້:

"ກໍຄິດຢູ່ນີ້ແຫຼະ ແຕ່ເພິ່ນກໍບໍ່ເວົ້າຫຍັງເດ້ ເພິ່ນລະເສີຍໆ ໄປຄືວ່າມີໜ້າທີ່ ຮັບຜິດຊອບ ແຕ່ພວກເຈົ້າແຂວງ ເຈົ້າເມືອງ ຢູ່ເຂດນັ້ນຊື່ໆ ນີ້ບໍ່ຄິດ ຄືສີເສີຍໄປເລີຍ ເອົາຫູໄປນາ ເອົາຕາໄປໄຮ່ ແລ້ວກໍໃຫ້ມັນມີິດໄປເລີຍ ຫັ້ນນ່າຕາມເບິ່ງ ບໍ່ຄິດແນວນີ້ນະ."

ຫຼັງຈາກເຂື່ອນແຕກປະມານອາທິດນຶ່ງ ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຣີ ກະຊວງພລັງງານ ແລະບໍ່ແຮ່ ຖແລງວ່າ ເຂື່ອນເຊປຽນ- ເຊນໍ້ານ້ອຍ ແຕກ ຍ້ອນການກໍ່ສ້າງ ບໍ່ໄດ້ມາຕຖານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.