ເຮືອບັກຫຼົ້ມນັກຮຽນເສັຽໄປ 10 ຄົນ

ມວນຊົນ ຮ່ວມກັນ ອາທິຖານ ໃຫ້ ສິ່ງສັກສິດ ຊ່ວຍຊອກຫາ ຜູ້ທີ່ ຫາຍສາບສູນ ໄປ ໃນ ກະແສນໍ້າ
ມວນຊົນ ຮ່ວມກັນ ອາທິຖານ ໃຫ້ ສິ່ງສັກສິດ ຊ່ວຍຊອກຫາ ຜູ້ທີ່ ຫາຍສາບສູນ ໄປ ໃນ ກະແສນໍ້າ (ໂທຣະໂຄ່ງ)

0:00 / 0:00

ໃນ ຕອນເຊົ້າ ຂອງ ວັນທີ 26 ພຶສພາ 2015 ເວລາ ປະມານ 7 ໂມງ, ໄດ້ ເກີດເຫຕ ເຮືອແພ ທີ່ ນຳສົ່ງ ເດັກນ້ອຍ ນັກຮຽນ ຊັ້ນ ປະຖົມ ແລະ ຊາວບ້ານ ເກືອບ 40 ຄົນ ຫລົ້ມ ຢູ່ກາງ ນ້ຳງື່ມ ຣະຫວ່າງ ບ້ານ ນາບົງ ແລະ ບ້ານ ທ່າກົກໄຮ, ເມືອງ ປາກງື່ມ, ນະຄອນ ຫຼວງ ວຽງຈັນ. ພາຍຫຼັງ ເກີດເຫດ ໄດ້ ບໍ່ດົນ, ທາງ ເຈົ້າໜ້າທີ່ ກູ້ພັຍ ແລະ ໜ່ວຍງານ ມະນຸດກົບ ຈາກ ປະເທດໄທ ໄດ້ ພາກັນ ດຳນ້ຳ ເພື່ອ ຄົ້ນຫາ ນັກຮຽນ ທີ່ ຫາຍສາບສູນ ທັງ 10 ຄົນ.

ທາງ ສື່ສັງຄົມ ອອນລາຍ ໂທລະໂຄ່ງ ຣາຍງານ ວ່າ ຈົນຮອດ ເວລາ 17:30 ນາທີ ຂອງ ວັນ ດຽວກັນ ກໍ່ຍັງ ບໍ່ ສາມາດ ຄົ້ນພົບ ຮ່າງ ຜູ້ໃດ ເລີຍ, ຜູ້ປະກອບ ການ ເຮືອບັກ ຂ້າມຟາກ ທ່ານນຶ່ງ ທີ່ ເຫັນ ເຫຕການ ຕັ້ງແຕ່ ຕົ້ນ ກ່າວຕໍ່ ເອເຊັຽເສຣີ ວ່າ:

"ເຂົາຍັງ ມຸດ ກັນຢູ່ ຂ້ອຍມາ ຫວ່າງໜຶ່ງ ເຂົາ ກະຍັງ ມຸດ ກັນຢູ່ ຍັງ ບໍ່ທັນ ເຫັນ 10 ສົບ ພຸ້ນ, ເອີ້ ນັກຮຽນ ປໍ 5. ໂອ້ຍ ມັນໃສ່ ຫຼາຍເນາະ ຕັ້ງ 30-40 ຄົນ, ເຮືອ ລຳນັ້ນ ເຮືອ ລຳນ້ອຍໆ ແບບເຮົາ ນີ້ນ່າ. ເຫຕ ມັນເກີດຂຶ້ນ ຫັ້ນຢູ່ ປະມານ 7 ໂມງ ເຊົ້າ ພຸ້ນນ່າ ລະ ມະນຸດກົບ ນີ້ ລົງ ປະມານ 2 ໂມງ ປາຍ 15 ນີ້ແຫຼະ. ເຂົາ ຊິໄປເສັງ ເນາະ ເຂົາຊິ ຂ້າມໄປ ເສັງ ໂຮງຮຽນ ຢູ່ ຟາກນັ້ນ ຢູ່ບ້ານ ທ່າກົກໄຮ, ກ້ຳນີ້ ຫັ້ນ ມັນຊິ ຂຶ້ນຢູ່ ບ້ານ ນາບົງ, ບ້ານ ນາຂາວ, ບ້ານ ທ່ານາ".

ທ່ານ ເວົ້າ ວ່າ ເຮືອ ແພນັ້ນ ແມ່ນເຮືອ ຂນາດນ້ອຍ ທີ່ ໂດຍສານ ຂ້າມ ແມ່ນໍ້າງື່ມ ໄປ-ມາ ໃນ ແຕ່ລະ ມື້, ປົກກະຕິ ແລ້ວ ສາມາດ ບັນຈຸ ຄົນ ໄດ້ ບໍ່ເກີນ 20 ຄົນ, ແຕ່ ໃນມື້ ທີ່ ເກີດເຫຕ ບັນຈຸ ເຖິງ 39 ຄົນ ພ້ອມທັງ ຣົຖ ຈັກ ອີກ ນຶ່ງ ຄັນ, ບວກກັບ ກະແສ ນ້ຳ ທີ່ ໄຫລ ແຮງ ແລະ ຄວາມຟ້າວ ຟັ່ງ ຢາກໃຫ້ ນັກຮຽນ ຂ້າມ ຟາກ ເພື່ອໄປ ສອບເສັງ ໃຫ້ ທັນເວລາ ຈຶ່ງ ເຮັດໃຫ້ ເຮືອ ຫລົ້ມ ບາດໃກ້ ຊິຈອດ.

ໃນແຕ່ລະ ມື້ ເຮືອແພ ຂ້າມຟາກ ຂນາດນ້ອຍ ໃຫ້ ບໍຣິການ ໂດຍ ປາສຈາກ ຣະບົບ ຄວາມ ປອດພັຍ ທີ່ ແນ່ນອນ, ບໍ່ມີເສື້ອ ຊູຊີບ ພຽງພໍ ກັບ ຈຳນວນ ຜູ້ ໂດຍສານ ແລະ ມີ ຫລາຍຄັ້ງ ທີ່ ຜູ້ ປະກອບ ການ ມັກ ບັນທຸກ ເກີນ ນ້ຳໜັກ ເກີນ ຈໍານວນ ຜູ້ ໂດຍສານ, ຈຶ່ງ ເຮັດໃຫ້ ເກີດ ໂສກນາຕກັມ ທີ່ ວ່ານັ້ນ ຂຶ້ນ.

ຫລ້າສຸດ, ທາງ ເຈົ້າໜ້າທີ່ ລາວ ໄດ້ ເປີດເຜີຍ ຣາຍຊື່ ຜູ້ ທີ່ ສູນຫາຍ ທັງ 10 ຄົນ ແລ້ວ ເປັນຍິງ 8 ຄົນ ແລະ ຊາຍ 2 ຄົນ, ມີ ຣາຍຊື່ ດັ່ງນີ້: ນາງ ກຸ້ງ ອຳພອນ, ນາງ ກົມ ອຳພອນ, ນາງ ແພ ຕາເຫີ, ນາງ ປູນາ ຈານສີ, ນາງ ຄັດຕິ ຈານສີ, ນາງ ປະທຸມມາ ສົມຄິດ, ນາງ ສີລຽນ, ນາງ ໝີ ເສົາທອງ, ທ້າວ ວາສນາ ສັງວານ, ທ້າວ ແສງຈັນ ແປະ. ທັງ 10 ຄົນ ທີ່ ມີ ຣາຍຊື່ ນີ້ ຫລາຍ ພາກສ່ວນ ຄາດວ່າ ເສັຽ ຊີວິຕ ແລ້ວ.