ໃຕ້ຫວັນເຕືອນປະຊາຊົນການ ໄປທ່ຽວ ລາວ

ສິດນີ
2014.09.30
f-default ໃຕ້ຫວັນເຕືອນປະຊາຊົນການ ໄປທ່ຽວ ລາວ
RFA

 

ໃນວັນຈັນ ທີ 29 ກັນຍາ 2014 ກະຊວງ ການ ຕ່າງປະເທດ ໃຕ້ຫວັນ ໄດ້ອອກ ຄຳຕັກເຕືອນ ປະຊາຊົນ ຂອງຕົນ ກ່ຽວກັບ ຄວາມ ປອດພັຍ ໃນການ ໄປທ່ຽວ ສປປລາວ ແລະ ໃຫ້ ຫລີກລຽງ ການໄປ ຄົນດຽວ ຫລັງຈາກ ທີ່ ນັກ ທຸຣະກິດ ໃຕ້ຫວັນ ເສັຽຊີວິດ ໃນລາວ ວ່າງ ຫລັງໆ ມານີ້.

ນາງ ແອນ ຄາວ ໂຄສົກຍິງ ຈາກ ກະຊວງ ການ ຕ່າງປະເທດ ໃຕ້ຫວັນ ກ່າວວ່າ ທາງກະຊວງ ໄດ້ ຊ່ອຍຕິດຕໍ່ ຄອບຄົວ ຂອງ ຜູ້ທີ່ ໄດ້ຮັບ ເຄາະຮ້າຍ ແລະ ຮຽກຮ້ອງ ໃຫ້ ເຈົ້າຫນ້າທີ່ ຕຳຣວດ ທາງການ ລາວ ສືບສວນ ກ່ຽວກັບ ກໍຣະນີ ດັ່ງກ່າວ.

ປັດຈຸບັນ ກະຊວງ ການ ຕ່າງປະເທດ ໃຕ້ຫວັນ ໄດ້ເລື່ອນຂັ້ນ ອັນຕຣາຍ ຂອງການ ທ່ອງທ່ຽວ ໃນລາວ ລົງເປັນ ສີ ນ້ຳເງິນ ຊຶ່ງ ເປັນຂັ້ນ ຕ່ຳສຸດ ຂອງ ກະຊວງ ໃນການເຕືອນ ພັຍ ການ ທ່ອງທ່ຽວ ຕ່າງ ປະເທດ ຂອງຄົນ ໃຕ້ຫວັນ ໃນຈຳນວນ 4 ສີ ດັ່ງ ສີແດງ ສີຫມາກກ້ຽງ ແລະ ສີເຫລືອງ.

ທາງກະຊວງ ຍັງບໍ່ໄດ້ ເປີດເຜີຍ ຣາຍຣະອຽດ ກ່ຽວກັບ ການ ເສັຽຊີວິດ ຂອງ ຜູ້ເຄາະຮ້າຍ ເທື່ອວ່າ ເວລາໃດ ແລະ ເກີດຂຶ້ນ ຢູ່ໃສ ໃນລາວ ຍ້ອນ ຄອບຄົວ ຜູ້ກ່ຽວ ຂໍຮ້ອງໄວ້. ກຸ່ມການຄ້າ ຊາວໃຕ້ຫວັນ ໃນລາວ ເວົ້າວ່າ ຜູ້ເຄາະຮ້າຍ ມີການ ພົວພັນ ແລະ ຕິດຕໍ່ ກັບ ຊຸມຊົນ ໃຕ້ຫວັນ ໃນລາວ ຫນ້ອຍທີ່ສຸດ ແລະ ພວກຂະເຈົ້າ ຍັງ ບໍ່ຮູ້ວ່າ ເຂົາເຮັດ ທຸຣະກິດ ຫຍັງ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.