ຊາວນະຄອນຫລວງວຽງຈັນຈົ່ມວ່າ ຣົດເມປະຈໍາທາງບໍ່ຕົງຕໍ່ເວລາ ການບໍຣິການບໍ່ໄດ້ມາຕຖານ ເຮັດໃຫ້ຄົນໂດຽສານບໍ່ຄ່ອຍມັກໃຊ້ເປັນປະຈຳ ເພາະໄປບໍ່ທັນ ເວລາວຽກງານ ແລະ ນັກສຶກສາ ກໍບໍ່ມັກໃຊ້ ຍ້ອນໄປບໍ່ຄ່ອຽທັນໂມງເຂົ້າຮຽນ.
ໃນຊົ່ວໂມງເລັ່ງດ່ວນ ເວລາ 7 ຫາ 8 ໂມງເຊົ້າ ແລະ 4 ຫາ 5:30 ໂມງແລງ ກໍບໍ່ມີຣົດເມພຽງພໍຜູ້ໂດຽສານລົ້ນຣົດເມໂດຽສະເພາະຖ້ຽວຕະ ຫຼາດເຊົ້າ-ດົງໂດກ ທີ່ມີຄົນໃຊ້ຫຼາຽກວ່າໝູ່.ດັ່ງນັກສຶກສາທີ່ໃຊ້ ຣົດເມເວົ້າວ່າ:
"ເວລາເຮົາໄປໂຮງຮຽນໄປຫຍັງຊີ້ນ່ະ, ມັນກະຊ້າບໍ່ທັນກັບເວລາເຂົ້າໂຮງຮຽນຂອງເຮົາ, ຈຳເປັນໄດ້ຂີ່ຈຳໂບ້ ບາງເທື່ອກໍ່ໄດ້ຫາໃຫ້ໝູ່ໄປສົ່ງ ບາງເທື່ອກໍ່ໄດ້ຈ້າງລົດຈັກ, ແຕ່ຄວາມຈິງ ກະຢາກຂີ່ຢູ່".
ຣັຖບານລາວພຍາຍາມສົ່ງເສີມໃຫ້ຄົນຫັນມາໃຊ້ຣະບົບຂົນສົ່ງມວນຊົນເປັນຕົ້ນຣົດເມ ໃຫ້ຫຼາຽຂຶ້ນ ເພື່ອຫຼຸດຜ່ອນບັນຫາຣົດຕິດໃນນະຄອນຫຼວງ ວຽງຈັນ ແຕ່ກໍ່ບໍ່ໄດ້ຜົນ. ນັກສຶກສາ ໃຫ້ຄຳເຫັນວ່າ:
“ໜ້າຈະມີແບບເລນສະເພາະທີ່ວ່າຣົດເມສາມາດແລ່ນໄດ້ແບບໂດຽອິສຣະເລີຽ, ຄຶດວ່າໜ້າຈະເພີ່ມຈຳນວນຣົດເມຂຶ້ນຕື່ມ ເພາະວ່າຣົດເມມັນກະ ຍັງບໍ່ທັນພຽງພໍ. ຖ້າວ່າມັນມີຣົດເມ ແລະ ສະດວກສະບາຽ ຄົນກະຄືຊິບໍ່ເອົາຣົດສ່ວນຕົວອອກໄປດອກ ແຕ່ວ່າຖ້າພາກຣັຖແກ້ບັນຫາໃນສ່ວນ ນີ້ໄດ້ ມັນກໍ່ຈະແກ້ບັນຫາຣົດຕິດໄດ້ຫຼາຽເຕີບ".
ປະຈຸບັນສະຖານີຣົດເມທີ່ແລ່ນພາຽໃນນະຄອນຫຼວງວຽງຈັນແມ່ນຕັ້ງຢູ່ເຂດຫຼັງຕະຫຼາດເຊົ້າ. ຖ້ຽວຣົດເມທີ່ຫຼາຽກວ່າໝູ່ແມ່ນເສັ້ນທາງຣະຫວ່າງ ຕະຫຼາດເຊົ້າ-ດົງໂດກ, ຊຶ່ງມີຫຼາຽກວ່າ 10 ຖ້ຽວຕໍ່ວັນ.