ພະຍຸເຂົ້າພາກ ກາງ-ໃຕ້ ຂອງລາວ
2021.05.11

ສັປດາຜ່ານມາພະຍຸຣະດູຮ້ອນ ໄດ້ພັດເຂົ້າເຂດພາກກາງ ແລະພາກໃຕ້ຂອງລາວ ສົ່ງຜົລໃຫ້ເຮືອນຊານບ້ານຊ່ອງຂອງປະຊາຊົນ ເສັຍຫາຍເປັນຈຳນວນຫຼາຍຫຼັງ. ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼືເສັຽຊີວິດ. ດັ່ງ ບ້ານຫວ້າ ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ໃນວັນທີ 9 ພຶສພາ ຜ່ານມາ ພະຍຸຣະດູຮ້ອນໄດ້ພັດເຂົ້າ ເວລາ 04 ໂມງ ສົ່ງຜົລໃຫ້ເຮືອນຊານບ້ານຊ່ອງ ຂອງ ປະຊາຊົນໃນເຂດນີ້ເສັຍຫາຍ ຢ່າງໜັກ, ດັ່ງເຈົ້າໜ້າທີ່ຫ້ອງການ ປົກຄອງເມືອງບໍຣິຄັນ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 9 ພຶສພາ ວ່າ:
"ກໍໜັກສົມຄວນຢູ່ເນາະ ພື້ນຖານຫັ້ນນ່າຖືວ່າເຮືອນເປ່ເພ ກໍມີຫ້ອງການບ້ານ ໂຮງຮຽນບ່ອນໃດ ກໍບໍ່ມີຝົນບໍ່ມີຟ້າລົມນ່າມີແຕ່ບ່ອນ ນັ້ນບ່ອນດຽວ."
ທ່ານໄດ້ກ່າວຕື່ມວ່າ ພະຍຸໄດ້ສົງຜົລເຮັດໃຫ້ເຮືອນປະຊາຊົນ ແລະ ໂຮງຮຽນປະຖົມບ້ານຫວ້າ ໄດ້ຮັບຄວາມເສັຍຫາຍ ປະມານ 50 ປາຍຫລັງ. ໃນນີ້ມີເສັຍຫາຍໝົດຫລັງ, ເສັຍຫາຍ ປານກາງ ແລະ ຫຼັງຄາເຮືອນເປີດ. ສ່ວນມູນຄ່າຄວາມເສັຍຫາຍ ຍັງບໍ່ທັນໄດ້ ປະເມີນ. ເບື້ອງຕົ້ນທາງເມືອງບໍຣິຄັນ ໄດ້ໃຫ້ການຊ່ອຍເຫລຶອ ປະຊາຊົນມອບ ກະເບື້ອງໃຫ້ 500 ແຜ່ນ ແລະ ສັງກະສີ 300 ແຜ່ນ.
"ດຽວເພິ່ນກຳລັງໄປປະເມີນຢູ່ ແຕ່ຍັງບໍ່ທັນໄດ້ສລຸບມີແຕ່ພື້ນຖານຄ້າວໆ ໂດຍສະເພາະເບື້ອງຕົ້ນນີ້ມຶ້ເຊົ້ານີ້ ພວກເຮົາກໍໄດ້ແຕ່ງ ທີມງານລົງໄປ."
ອີກຈຸດນຶ່ງທີ່ພະຍຸໄດ້ສ້າງ ຜົລເສັຍຫາຍໃນແຂວງບໍຣິຄຳໄຊ ແມ່ນບ້ານນໍ້າອ້ອນ ເມືອງໄຊຈຳພອນ ເຊິ່ງໄດ້ເກີດພະຍຸໃນເວລາ 12:30 ຂອງວັນທີ 10 ພຶສພາ. ແຮງລົມພະຍຸໄດ້ພັດ ເຂົ້າເຮືອນຂອງຄອບຄົວ ທ້າວ ໄມໝັ້ນ ເຮັດໃຫ້ເຮືອນເສັຍຫາຍໝົດຫຼັງ ແລະມີຜູ້ໄດ້ ຮັບບາດເຈັບ ເລັກນ້ອຍ 1 ຄົນ.
ທາງແຂວງຈຳປາສັກ ໃນວັນທີ 05 ພຶສພາ ເວລາ 11 ໂມງກາງຄືນ ພະຍຸຣະດູຮ້ອນໄດ້ພັດເຂົ້າຫລາຍບ້ານຂອງເມືອງປະທຸມພອນ ເຊັ່ນກຸ່ມບ້ານບັານພະໂພ ມີ ບ້ານໜອງ, ໝາກເອກ, ພະລາຍ, ຜັກຂະ ແລະ ກຸ່ມບ້ານສະໝີງ ມີ ບ້ານແກແລ ແລະ ບ້ານຄອນທູດ. ເຊິ່ງໄດ້ສ້າງຄວາມເສັຍຫາຍ ໃຫ້ເຮືອນຊານຂອງປະຊາຊົນ ແລະໂຮງຮຽນໃນເຂດ ສອງກຸ່ມບ້ານຈຳນວນຫຼາຍຫຼັງ ດັ່ງເຈົ້າໜ້າທີ່ ກຸ່ມບ້ານພະໂພ ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີວ່າ.
"ບ້ານທາງເຂດເຮົາ ກໍຖືວ່າພະຍຸເດືອນ 6 ພະຍຸ ຣະດູຮ້ອນ ເກີດຕອນກາງຄືນ ລົມພັດແຮງມີແຕ່ຫລັງຄາ ເປີດໄປເລີຍເປີດອອກໂລດ ບໍ່ໄດ້ປີ່ນ."
ສ່ວນຜົລເສັຍຫາຍເບື້ອງຕົ້ນ ທາງເຈົ້າໜ້າທີ່ເມືອງປະທຸມພອນ ໄດ້ປະເມີນວ່າຜົລເສັຍຫາຍ ເຮືອນຊານຂອງປະຊາຊົນບ້ານກຸ່ມ 1 ແລະ ກຸ່ມ 2 ປະມານ 97 ຫລັງ ຄາເຮືອນ. ນອກຈາກນີ້ຍັງມີ ໂຮງຮຽນ, ວັດ ແລະ ເລົ້າເຂົ້າໄດ້ຮັບຜົລເສັຍຫາຍ. ໃນເບື້ອງຕົ້ນ ຄາດວ່າຜົລເສັຍຫາຍປະມານ 108 ລ້ານກີບ.
ສ່ວນທາງກຸ່ມບ້ານສະໝີງ ພາກສ່ວນກ່ຽວຂ້ອງ ໄດ້ລົງເກັບກຳຜົລເສັຍຫາຍ ໃນເຂດບ້ານແລ້ວເພື່ອຂຶ້ນແຜນ ຂໍງົບປະມານມາຊ່ອຍ ເຫລືອຊາວບ້ານໃນການສ້ອມແປງ ເຮືອນຊານ ບ້ານຊ່ອງ ທີ່ເສັຍຫາຍຈາກພະຍຸ.
"ກໍຍັງບໍ່ມີການຊ່ອຍເຫລືອ ອີ່ຫຍັງເພິ່ນສົ່ງຂໍ້ມູນໄປກໍຍັງມິດຢູ່. ແຕ່ວ່າບາງຄອບຄົວເພີ່ນກໍສ້ອມແປງໄປນໍາແດ່ ແລ້ວ. ເພິ່ນວ່າກໍລໍຖ້າ ເພາະວ່າຊ່ວງນີ້ກໍຊ່ວງໂຄວິດ-19 ມາມື່ນີ້ກໍມີແຕ່ ລໍອີກຈັກນ່ອຍ."
ແຂວງຄຳມ່ວນໄດ້ເກີດພະຍຸໝາກເຫັບ ຕົກລົງຢ່າງໜັກ ໃນວັນທີ 04 ພຶສພາ ຢູ່ບ້ານສະອາງ ເມືອງບົວລະພາ ແຂວງຄຳມ່ວນ. ເຊິ່ງ ສ້າງຄວາມເສັຍຫາຍ ໃຫ້ກັບເຮືອນປະຊາຊົນ 5 ຫລັງ ແລະ ບ້ານໜອງບົວ ກໍໄດ້ຮັບຜົລເສັຍຫາຍ ຈາກ ພະຍຸພັດເຂົ້າໃນວັນທີ 09 ພຶສພາ ເຊິ່ງເປັນພະຍຸໝາກເຫັບ ເຊັ່ນກັນສົ່ງຜົລໃຫ້ເຮືອນເສັຍຫາຍ 1 ຫລັງ.
ທາງດ້ານການຊ່ອຍເຫຼືອ ຂແນງການໄດ້ສເນີຂໍງົບປະມານໄປທາງແຂວງແລ້ວ. ດັ່ງເຈົ້າໜ້າທີ່ຫ້ອງການແຮງງານ ແລະສວັດດີການ ສັງຄົມ ເມືອງບົວລະພາ ໄດ້ກ່າວວ່າ.
"ເມືອງມັນກໍບໍ່ມີເວົ້າເຣື່ອງກອງທຶນ ການຊ່ອຍເຫລືອນັ້ນເນາະ. ມີແຕ່ສເນີຫາແຂວງແລ້ວຈັ່ງສເນີຫາກະຊວງແຮງງານ ແຕ່ວ່າຢູ່ ສະອາງນັ້ນຫລັງເຮືອນຫັກນັ້ນ ມີຄົນຖືພາເນາະ ປະມານ 8 ເດືອນ ນີ້ແຫລະມີພໍ່ເຖົ້າ ແລະ ລູກຜູ້ນຶ່ງ ແຕ່ບັງເອີນບໍ່ເຈັບ ຈັກຄົນ ຍັງມີບຸນຢູ່ ເພາະວ່າເຮືອນນີ້ມັນຫັກ ເສົາມັນໂຄ່ນ ແລະກໍເຮືອນນີ້ ໄປຕັ້ງຢູ່ດິນຄືເກົ່າຢູ່."
ຕາມການຣາຍງານຂອງ ກົມອຸຕຸນິຍົມວິທຍາ ແລະ ອຸທົກກະສາດ ເມື່ອວັນທີ 10 ພຶສພາ ວ່າໃນຄໍ່າຄືນຂອງວັນທີ 05 ພຶສພາ ເຂດ ເທສບານບ້ານໂພນຄຳ, ໂນນມີໄຊ ເມືອລະມາມ ແຂວງເຊກອງ ໄດ້ມີລົມພັດແຮງ ເຮັດໃຫ້ເຮືອນຊານ ຂອງປະຊາຊົນເສັຍຫາຍ, ອັສຈັນສນາມກິລາ ແຂວງ ເສັຍຫາຍໜັກ.
ການຄາດຄະສະພາບ ອາກາດວັນທີ 10-12 ພຶສພາ ອາກາດຍັງຈະຮ້ອນອົບເອົ້າ ແລະ ຈະມີຝົນຕົກຟ້າເຫລື້ອມ ໃນຣະດັບຄ່ອຍ ຢູ່ບາງທ້ອງຖິ່ນ. ສ່ວນວັນທີ 13-16 ພຶສພາ ຈະມີຝົນຕົກຟ້າເຫລື້ອມ ເພີ່ມຂື້ນ ໃນແຕ່ລະພາກ ຕົກປານກາງ ຫາໜັກພ້ອມມີລົມ ພັດແຮງ ເປັນບາງເວລາ ໃນບາງທ້ອງຖິ່ນ.