ພະຍຸລະດູຮ້ອນພັດຖະລົ່ມ ຫຼາຍເຂດ ໃນລາວ

ໄຊຍາ
2018.03.15
F-Wat ຄວາມເສັຽຫາຍ ຈາກພະຍຸ ລະດູຮ້ອນ - ວັດບ້ານໂນນຄູ້ ເມືອງຊົນນະບູລີ ແຂວງສວັນນະເຂດ ເສັຽຫາຍໜັກ ໃນວັນທີ 14 ມີນາ 2018.
Screen captured: photo credit salabome.kaomai

ພະຍຸລະດູຮ້ອນ ໄດ້ພັດເຂົ້າທຳລາຍ ຫຼາຍເມືອງຫຼາຍແຂວງຂອງລາວ ໃນຕອນບ່າຍ ວັນທີ 14 ມິນາ ນີ້ໂດຍສະເພາະ ແຂວງສວັນນະເຂດ ແຂວງຄຳມວ່ນ ແຂວງຈຳປາສັກ ແລະ ນະຄອນຫລວງວຽງຈັນ ທີ່ມີຝົນຕົກແຮງ ແລະ ໝາກເຫັບລົງ ສ້າງຄວາມເສັຽຫາຍຢ່າງໜັກ. ດ່ັງ ເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ແຂວງສວັນນະເຂດ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 15 ມີນາ ນີ້ວ່າ:

"ເຂດບ້ານໂນນຄູ້ ໂດຍແມ່ນແຫຼະ ມີວັດບ້ານໂນນຄູ້ເສັຽຫາຍຫຼາຍ ພະວັນເກີດ ພະອີ່ຫຍັງກະລົ້ມໝົດ ຫຼັງຄາກໍໝຸ່ນໝົດ ເຮືອນປະຊາຊົນ ກໍ່ມີ ວັດກໍ່ມີ ຕາມເຟສທີ່ເພິ່ນ ເອົາລົງຫັ້ນ."

ເຈົ້າໜ້າທີ່ກ່າວຕື່ມວ່າ ໃນແຂວງສວັນນະເຂດ ກໍ່ມີ 3 ຫາ 4 ເມືອງ ທີ່ຖືກພະຍຸລະດູຮ້ອນພັດຖະລົ່ມຢ່າງໜັກ ເປັນຕົ້ນແມ່ນ ເມືອງຊົນບູລີ ເມືອງພະລານໄຊ ເມືອງໄຊບູລີ ໂດຍສະເພາະ ເມືອງຊົນບູລີ ຫຼັງຄາວັດບ້ານໂນນຄູ້ ຫັກລົງທັບ ພະພຸດທະຮູບ ກວ່າ 10 ອົງ ລົ້ມເພພັງ ເສັຽຫາຍຢ່າງໜັກ ຮວມເຖິງບ້ານເຮືອນ ປະຊາຊົນກວ່າ 50 ຫລັງ ກໍ່ໄດ້ຮັບຄວາມເສັຽຫາຍ ເຊັ່ນດຽວກັນ.

ສ່ວນແຂວງຄຳມວ່ນ ແລະຈຳປາສັກ ກໍ່ມີສະພາບລົມພະຍຸພັດຖະລົ່ມ ຢ່າງໜັກ ເຮັດໃຫ້ຮ້ານຂາຍເຄື່ອງ ຈຳນວນຫລາຍ ເພພັງເສັຽຫາຍ ພ້ອມມີໝາກເຫັບຕົກ ນໍາອີກ .

ນອກຈາກນັ້ນ ທີ່ນະຄອນຫລວງວຽງຈັນ ກໍ່ມີຫລາຍພື້ນທີ່ ທີ່ໄດ້ຮັບຄວາມເສັຽຫາຍ ຈາກພະຍຸ ຊຶ່ງມີປ້າຍໂຄສະນາ ຂນາດໃຫຍ່ ບໍຣິເວນ ຮ້ານສັພສິນຄ້າ ວຽງຈັນ ເຊັນເຕີ ຫັກພັງລົງມາ ເຮັດໃຫ້ການສັນຈອນ ໃນເຂດນັ້ນຕິດຂັດ.

ກົມອຸຕຸນິຍົມວິທຍາ ແລະອຸທົກກະສາດ ລາຍງານວ່າໃນລະຍະນີ້ ສະພາບອາກາດຢູ່ພາກກາງ ແລະພາກໃຕ້ຂອງລາວ ຍັງມີຄວາມກົດດັນ ອາກາດຕໍ່າ ຊຶ່ງຈະເຮັດໃຫ້ບາງພື້ນທີ່ ຍັງມີຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ແລະມີລົມແຮງ. ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ ຂນະນີ້ໄດ້ແຈ້ງໃຫ້ ພາກສ່ວນທີ່ກຽ່ວຂ້ອງ ເກັບກຳຂໍ້ມູນ ຂອງພື້ນທີ່ ໄດ້ຮັບຄວາມເສັຽຫາຍ ໄປແລ້ວທັງໃນ ນະຄອນຫລວງວຽງຈັນ ແລະ ຕ່າງແຂວງ ເພື່ອຈະໄດ້ປະເມີນ ຄວາມເສັຽຫາຍ ແລະ ຈະໄດ້ດຳເນີນການ ຊ່ວຍເຫລືອຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.