ພະຍຸ ພັດເຂົ້າ ໄຊຍະບູຣີ ເສັຽຫາຍໜັກ

ໄຊຍາ
2018.04.18
f-storm-xy ເຮືອນປະຊາຊົນ ໃນເມືອງແກ່ນທ້າວ ແຂວງໄຊຍະບູຣີ ຖືກລົມພະຍຸຣະດູຮ້ອນ ທຳ​ລາຍ ເສັຽຫາຍຫຼາຍສົມຄວນ
ຮູບຈາກ ເຟດສບຸຄ໌ ເລົ່າສູ່ກັນຟັງ

ປະຊາຊົນໃນ 4 ບ້ານ ຂອງເມືອງແກ່ນທ້າວ ແຂວງ ໄຊຍະບູຮີ ໄດ້ຮັບຄວາມເສັຽຫາຍຢ່າງໜັກ ຈາກລົມພະຍຸ ພັດເຂົ້າ ເມື່ອວັນທີ 14 ແລະ 16 ເມສາ ຜ່ານມາ, ເຮັດໃຫ້ ເຮືອນປະຊາຊົນ, ໂຮງຮຽນ, ວັດ ແລະ ເສົາໄຟຟ້າຫັກພັງ ເສັຽຫາຍຫຼາຍ, ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບ, ດັ່ງເຈົ້າໜ້າທີ່ ຫ້ອງການແຮງງານ ແລະ ສວັດດີການສັງຄົມ ເມືອງແກ່ນທ້າວ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 18 ເມສາ ນີ້ວ່າ:

"ເສັຽຫາຍແດ່ ບ້ານວັງປາ ບ້ານສວນກ້ວຍ ມີໂຮງຮຽນແດ່ ມີເຮືອນປະຊາຊົນແດ່ ມື້ວັນທີ 16 ຕອນແລງ ຕອນ 6 ໂມງແລງ ເຂົ້າຕື່ມ ມີບ້ານໜອງກັບ ດອຍເມນ ຫລັງຄາເຮືອນ ມັນກາເລີກສັງກະສີ ອອກ."

ເຈົ້າໜ້າທີ່ ກ່າວຕື່ມວ່າ ລົມພະຍຸ ວັນທີ 14 ເມສາ ໄດ້ເຮັດໃຫ້ ເສັຽຫາຍ ແກ່ບ້ານສວນກ້ວຍ ກັບບ້ານ ວັງປາ, ຊຶ່ງ 2 ບ້ານນີ້ ມີຜູ້ໄດ້ຮັບຜົລກະທົບ 64 ຄອບຄົວ ສ່ວນພະຍຸ ໃນ​ມື້ວັນທີ 16 ເມສາ ເຮັດໃຫ້ ບ້ານໜອງ ກັບບ້ານດອນເມນ ໄດ້ຮັບຜົລກະທົບ, ຮວມກັນ 6 ຄອບຄົວ ໃນເບື້ອງຕົ້ນ ຄາດວ່າ ມູນຄ່າຄວາມເສັຽຫາຍ ຫຼາຍກວ່າ 166 ລ້ານກີບ.

ພາຍຫຼັງ ລົມພະຍຸ ສງົບລົງ, ທາງຄະນະເຈົ້າໜ້າທີ່ ຂັ້ນເມືອງ ໄດ້ລົງໄປສຳຣວດຄວາມເສັຽຫາຍ ຂອງປະຊາຊົນ. ປັດຈຸບັນ ກຳລັງຢູ່ໃນຂັ້ນຕອນ ການຮວບ​ຮວມຂໍ້​ມູນ ເພື່ອຕ​ຣຽມສລຸບ ສົ່ງໄປໃຫ້ ທາງຄະນະກັມມະການ ຂັ້ນແຂວງ ເປັນຜູ້ພິຈາລະນາ ແລະ ຂໍສເນີ ຄວາມຊ່ອຍເຫຼືອ ໄປຍັງ ກະຊວງແຮງງານ ແລະ ສວັດດີການສັງຄົມ.

ເມື່ອວັນທີ 16 ເມສາ ຜ່ານມາ ເວລາ 17:00 ໂມງ ລົມພະຍຸ ພັດເຂົ້າເມືອງວັງວຽງ ແຂວງວຽງຈັນ ເຮັດໃຫ້ບັນດາຮ້ານຄ້າ ທີ່ຊາວຄ້າຂາຍ ອອກມາຕັ້ງຂາຍ ໃນບຸນປີໃໝ່ລາວ, ຮວມເຖິງ ເຮືອນພັກ ແຄມນໍ້າຊອງ ໄດ້ຮັບຄວາມເສັຽຫາຍ ຈຳນວນຫຼາຍ ແລະ ວັນທີ 15 ເມສາ ພະຍຸ ກໍໄດ້ພັດເຂົ້າ ນະຄອນຫລວງວຽງຈັນ ເຮັດໃຫ້ມີໝາກເຫັບຕົກ ຫຼາຍບ່ອນ ແຕ່ບໍ່ມີຣາຍງານ ຄວາມເສັຽຫາຍ ແຕ່​ຢ່າ​ງ​ໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.