ໂຮງຮຽນ ບ.ລາດສະຫວ່າງ ຕ້ອງການ ຊ່ວຍເຫຼືອດ່ວນ
2019.09.04

ໂຮງຮຽນປະຖົມ ຢູ່ ບ້ານລາດສະຫວ່າງ ເມືອງປາກລາຍ ແຂວງໄຊຍະບູລີ ຕ້ອງການຄວາມຊ່ວຍເຫລືອ ຢ່າງເລັ່ງດ່ວນ ຫຼັງຈາກອາຄານ ຫ້ອງຮຽນ 3 ຫລັງ ມີສະພາບເປ່ເພ ຍ້ອນຝົນຕົກໃສ່ ແລະ ຖືກລົມພະຍຸພັດ. ເຈົ້າໜ້າທີ່ ບ້ານລາດສະຫວ່າງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 4 ກັນຍາ ວ່າ:
"ໂຮງຮຽນມັນເປ່ເພ ນະ ຍາມຝົນນີ້ ມັນກໍຫລັງຄາມັນກໍຮົ່ວ ພື້ນມັນກໍປຽກເປື້ອນ ເກົ່າແກ່ຊຸດໂຊມ ເປັນຫ້ອງຮຽນທີ່ວ່າ ເຮັດດ້ວຍພື້ນໄມ້ ແປ້ນ ມຸງດ້ວຍສັງກະສີ ແຕ່ຖືກລົມພະຍຸພັດ ຕ້ອງເອົາອອກແລ້ວ ເອົາສັງກະສີເກົ່າມາມຸງ ແລ້ວຮົ່ວມັນຊືມ ຄັນຝົນຕົກ ມັນຮົ່ວໃສ່ເລີຍ."
ໂຮງຮຽນດັ່ງກ່າວ ສອນຊັ້ນອະນຸບານ ຈົນຮອດ ປ5 ມີນັກຮຽນ ທັງໝົດປະມານ 100 ຄົນ, ຊາຍ 60 ຄົນ. ໂຮງຮຽນມີອາຄານ 3 ຫລັງ, ຊຶ່ງແຕ່ລະຫລັງມີ 2 ຫ້ອງ ແລະ ໃນນັ້ນມີພຽງແຕ່ຫລັງດຽວ ເປັນອາຄານຖາວອນ ປຸກດ້ວຍຊິມັງ ສ່ວນວ່າອີກສອງຫລັງ ເປັນອາຄານ ທີ່ມຸງດ້ວຍສັງກະສີ ແລະ ປູດ້ວຍໄມ້ ມີສະພາບເກົ່າຊຸດໂຊມ ແລະ ເປ່ເພ. ເຈົ້າໜ້າທີ່ ກ່າວຕື່ມອີກວ່າ:
"ລັກສນະ ວ່າ ມັນຝົນຕົກມາແລ້ວ ມັນຮົ່ວຫັ້ນນ່າ ພື້ນມັນບໍ່ມີຊິມັງ ຫລັງເກົ່າສັງກະສີ ຮົ່ວ ຝາມັນກໍອ້ອມແອ້ມຝາ ມັນກໍເປ່ເພໄດ໋ ປະຊາຊົນ ບໍ່ມີ ຄວາມສາມາດ ທີ່ປະກອບສ່ວນໄດ້ເທື່ອ ຫັ້ນແຫລະ ຢາກໃຫ້ຊ່ວຍ ໂຕມັນຫລັງເປ່ເພຫັ້ນ."
ປັດຈຸບັນໂຮງຮຽນມີອາຄານ 2 ຫລັງ ທີ່ສ້າງດ້ວຍໄມ້ເປ່ເພແລ້ວ ແລະ ມີນ້ຳຝົນຮົ່ວໃສ່ ສ່ວນອີກ 1 ຫລັງ ທາງການເມືອງປາກລາຍ ສ້າງໃຫ້ເປັນຊິມັງ ແຕ່ມີບັນຫາຫລັງຄາຮົ່ວ ໃນຂນະທີ່ ທາງການຢາກຊ່ວຍ ແຕ່ຕ້ອງ ລໍງົບປະມານຈາກ ແຂວງກ່ອນຈຶ່ງຈະໄປ ຊ່ວຍໄດ້.